ທ່ານ Jean Claude Juncker ປະທານຄະນະກຳມະການ ເອີຣົບ (ພາບ: AFP/TTXVN) |
ເມື່ອແລກປ່ຽນກັບໜັງສືພິມ El Pais ຂອງ ແອັດສະປາຍ, ທ່ານ Jean Claude Juncker ໄດ້ພັນລະນາການປຶກສາຫາລືກັບທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃນວັນທີ 16 ກັນຍາ ຜ່ານມາ ຢູ່ Luxambourg ວ່າແມ່ນມີລັກສະນະສ້າງສາ ແລະ ຕັ້ງໜ້າ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ 2 ຝ່າຍຍັງມີໂອກາດເພື່ອບັນລຸໄດ້ຂໍ້ຕົກລົງ.
ປະຈຸບັນ, ທ່ານນາຍົກລັດຖະມົນຕີ Boris Johnson ພວມຊຸກຍູ້ຄຳໝັ້ນສັນຍາ Brexit ໃຫ້ດຳເນີນໄປຖືກຕາມການກຳນົດເວລາແມ່ນວັນທີ 31 ຕຸລາ ຈະມາເຖິງ ໂດຍບໍ່ວ່າຈະມີ ຫຼື ບໍ່ມີຂໍ້ຕົກລົງກັບ ອີຢູ ກໍ່ຕາມ. ມາດຕາ “ກີດກັ້ນ” ກ່ຽວກັບບັນຫາຊາຍແດນລະຫວ່າງເຂດດິນແດນ ອຽກລັງເໜືອ ຂຶ້ນກັບ ອັງກິດ ແລະ ສ.ໄອແລນ ແມ່ນເນື້ອໃນທີ່ກໍ່ການໂຕ້ຖຽງກັນທີ່ສຸດໃນຂໍ້ຕົກລົງ Brexit.