EC ປາດຖະໜາຢາກໜູນຊ່ວຍ ຫວຽດນາມ ກາຍເປັນແບບຢ່າງຂອງໂລກໃນການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ ແລະ ຕ້ານການຂຸດຄົ້ນ IUU

Chia sẻ
(VOVWORLD) - ທີ່ການເຮັດວຽກກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງ EC, ທ່ານລັດຖະມົນຕີ ເລມິນຮວານ ໄດ້ຊີ້ແຈ້ງຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການພັດທະນາຂະແໜງກະສິກຳທີ່ໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ຍືນຍົງ.
EC ປາດຖະໜາຢາກໜູນຊ່ວຍ ຫວຽດນາມ ກາຍເປັນແບບຢ່າງຂອງໂລກໃນການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ ແລະ ຕ້ານການຂຸດຄົ້ນ IUU - ảnh 1ທ່ານລັດຖະມົນຕີ ເລມິນຮວານ ແລະ ທ່ານ Virginijus Sinkevičius, ຂ້າຫຼວງໃຫຍ່ ເອີລົບ ກ່ຽວກັບສິ່ງແວດລ້ອມ, ມະຫາສະໝຸດ ແລະ ການປະມົງ
(ພາບ: dangcongsan.vn)

          ວັນທີ 18 ກັນຍາ, ທ່ານລັດຖະມົນຕີ ເລມິນຮວານ ໄດ້ນຳໜ້າຄະນະຜູ້ແທນ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ,  ພ້ອມດ້ວຍ ວິສາຫະກິດຈຳນວນໜຶ່ງໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມາທິການ ເອີລົບ (EC) ຢູ່ ບຣຸກແຊນ, ປະເທດ ແບນຊິກ. ຈຸດສຸມຂອງການປະຕິບັດງານຂອງຄະນະຜູ້ແທນແມ່ນ ພະຍາຍາມຂົນຂວາຍ EC ຍົກເລີກບັດເຫຼືອງສຳລັບການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU) ກ່ອນທີ່ຄະນະກວດກາຂອງ IUU ມາ ຫວຽດນາມ ດຳເນີນການກວດກາຄັ້ງທີ 4.

          ທີ່ການເຮັດວຽກກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງ EC, ທ່ານລັດຖະມົນຕີ ເລມິນຮວານ ໄດ້ຊີ້ແຈ້ງຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການພັດທະນາຂະແໜງກະສິກຳທີ່ໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ຍືນຍົງ.

          ກ່ຽວຂ້ອງເຖິງບັນຫາ IUU, ທີ່ການເຮັດວຽກກັບ ທ່ານ Virginijus Sinkevičius, ຂ້າຫຼວງໃຫຍ່ ເອີລົບ ກ່ຽວກັບສິ່ງແວດລ້ອມ, ມະຫາສະໝຸດ ແລະ ການປະມົງ, ທ່ານລັດຖະມົນຕີ ເລມິນຮວານ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສ້າງກອບກົດໝາຍຢ່າງຄົບຖ້ວນ, ຮອບດ້ານໃນການຄຸ້ມຄອງກ່ຽວກັບອາຊີບການປະມົງ ແລະ ຕ້ານການຂຸດຄົ້ນ IUU ຜ່ານການປະກາດໃຊ້ກົດໝາຍວ່າດ້ວຍສິນໃນນ້ຳ. ທ່ານລັດຖະມົນຕີໄດ້ສະເໜີໃຫ້ EU ຍົກເລີກບັດເຫຼືອງ IUU ສຳລັບ ຫວຽດນາມ ໂດຍໄວ ແລະ ຈັດ ຫວຽດນາມ ເຂົ້າໃນກຸ່ມປະເທດທີ່ມີຄວາມສ່ຽງຕ່ຳສຳລັບການປະຕິບັດບັນດາລະບຽບການໃໝ່ຕ້ານການທຳລາຍປ່າຂອງ EU.

          ຢູ່ຝ່າຍ EC, ທ່ານ Virginijus Sinkevičius ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນພັດທະນາການປະມົງແບບຍືນຍົງ. ດ້ວຍຄວາມມານະພະຍາຍາມທີ່ໜ້າຮັບຮູ້ຂອງຫວຽດນາມ ໃນໄລຍະຜ່ານມາ, EC ປາດຖະໜາຢາກໜູນຊ່ວຍ ຫວຽດນາມ ກາຍເປັນແບບຢ່າງຂອງໂລກໃນການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ ແລະ ຕ້ານການຂຸດຄົ້ນ IUU.

ຕອບກັບ