ທ່ານນາງ Ursula von der Leyen (ພາບ: THX/TTXVN) |
ກ່າວຄຳເຫັນໃນວັນທີ 18 ທັນວາ ຢູ່ລັດຖະສະພາ ເອີຣົບ (EP) ທີ່ Strasbourg, ທ່ານປະທານ Ursula von der Leyen ເນັ້ນໜັກວ່າ: ຖ້າບໍ່ສາມາດເຊັນຂໍ້ຕົກລົງກັບ ອັງກິດ ໃນທ້າຍປີ 2020, ອີຢູ ຈະປະເຊີນໜ້າຕໍ່ຄວາມສ່ຽງອາດຈະເກີດຜົນເສຍຫາຍເຖິງຜົນປະໂຫຍດຂອງ ອີຢູ, ແຕ່ຜົນຮ້າຍຕໍ່ ອັງກິດ ນັ້ນ ຍັງຮ້າຍແຮງກ່ວາ.
ທ່ານນາງປະທານ EC ໃຫ້ຮູ້ຕື່ມອີກວ່າ ໃນໄລຍະເວລາສັ້ນ, ອີຢູ ຈະຊຸກຍູ້ບັນດາການເຈລະຈາຕາມຄວາມສາມາດໃຫ້ໄດ້ຫລາຍທີ່ສຸດ.