COP28: ກ່ວາ 130 ປະເທດໃຫ້ຄຳໝັ້ນສັນຍາ ນຳການຜະລິດ ທັນຍາຫານເຂົ້າແຜນການຫລຸດອາຍພິດເຮືອນແກ້ວ

Chia sẻ
(VOVWORLD) - ມີທັງໝົດ 134 ປະເທດໄດ້ຜະລິດ 70% ຈຳນວນທັນຍາຫານໃນທົ່ວໂລກ ໄດ້ເຊັ່ນຖະແຫຼງການຮ່ວມເນັ້ນໜັກການບຸລິມະສິດ ພັດທະນາລະບົບທັນຍາຫານ, ສະບຽງອາຫານ ແລະ ກະສິກຳແບບຍືນຍົງ ແລະ ປັບຕົວກັບການປ່ຽນແປງຂອງດິນຟ້າ ອາກາດ
COP28: ກ່ວາ 130 ປະເທດໃຫ້ຄຳໝັ້ນສັນຍາ ນຳການຜະລິດ ທັນຍາຫານເຂົ້າແຜນການຫລຸດອາຍພິດເຮືອນແກ້ວ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ວັນທີ 1 ທັນວາ, ກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28) ຢູ່ Dubai, ສະຫະລັດ ອາຣັບ ເອມີເລັດ, ມີກ່ວາ 130 ປະເທດໃນໂລກໄດ້ເຫັນດີເປັນເອກະພາບນຳບັນຫາສະບຽບ ອາຫານ, ທັນອາຫານ ແລະ ກະສິກຳ ເຂົ້າແຜນການເຄືື່ອນໄຫວດິນຟ້າອາກາດແຫ່ງຊາດ.

ມີທັງໝົດ 134 ປະເທດໄດ້ຜະລິດ 70% ຈຳນວນທັນຍາຫານໃນທົ່ວໂລກ ໄດ້ເຊັ່ນຖະແຫຼງການຮ່ວມເນັ້ນໜັກການບຸລິມະສິດ ພັດທະນາລະບົບທັນຍາຫານ, ສະບຽງອາຫານ ແລະ ກະສິກຳແບບຍືນຍົງ ແລະ ປັບຕົວກັບການປ່ຽນແປງຂອງດິນຟ້າ ອາກາດ. ຖະແຫຼງການຢັ້ງຢືນວ່າບັນດາປະເທດຈະເພີ່ມທະວີການຫັນປ່ຽນລະບົບສະບຽງ ອາຫານ, ຕິດພັນຄວາມມານະພະຍາຍາມນີ້ກັບແຜນການແຫ່ງຊາດ ກ່ຽວກັບການຫລຸດ ຜ່ານອາຍພິດ. ນອກຈາກນັ້ນ, ບັນດາປະເທດ ກໍ່ເຫັນດີເປັນເອກະພາບຍູ້ແຮງການໜູນ ຊ່ວຍຊາວກະສິກອນ ແລະ ບັນດານັກຜະລິດສະບຽງອາຫານທີ່ຖືກຜົນສະທ້ອນຈາກການ ປ່ຽນແປງຂອງດິນຟ້າອາກາດ ຜ່ານການເພີ່ມທະວີແຫຼ່ງກຳລັງໜູນຊ່ວຍ, ພັດທະນາ, ຫັນພື້ນຖານໂຄງລ່າງ ແລະ ລະບົບກ່າວເຕືອນໄວ ເປັນທັນສະໄໝ.

ຕອບກັບ