AU ມຸ່ງ​ໄປ​ສູ່​ການ​ເລີ່ມ​ດຳ​ເນີນ​ສັນ​ຍາ​ການ​ຄ້າ​ເສ​ລີ ອາ​ຟຼິກ​ກາ

Chia sẻ
(VOVWORLD) -ໃນບົດປະກາດໃນວັນດຽວກັນ, ສະຫະພັນ ອາຟຼິກກາ ທີ່ມີສຳນັກງານຢູ່ນະຄອນຫຼວງ Addis Ababa ຂອງ ເອທີໂອເປຍ ໃຫ້ຮູ້ວ່າ ເຖິງວ່າ ສ່ວນຫຼາຍບັນດາປະເທດສະມາຊິກລ້ວນແຕ່ຮັບຮູ້ໄດ້ຜົນກະທົບຫຍໍ້ທໍ້ຂອງຮົ້ວກີດຂວາງປອດພາສີຕໍ່ການຄ້າພາຍໃນກຸ່ມກໍ່ຕາມແຕ່ບັນດາປະເທດເກືອບທັງໝົດຍັງບໍ່ທັນວາງອອກບັນດາມາດຕະການຢ່າງລະອຽດເພື່ອແກ້ໄຂບັນຫານີ້ເທື່ອ.
AU ມຸ່ງ​ໄປ​ສູ່​ການ​ເລີ່ມ​ດຳ​ເນີນ​ສັນ​ຍາ​ການ​ຄ້າ​ເສ​ລີ ອາ​ຟຼິກ​ກາ - ảnh 1ພາບປະກອບ: AU 

ວັນທີ 4 ຕຸລາ, ສະຫະພັນ ອາຟຼິກກາ (AU) ໄດ້ເລັ່ງບັນດາປະເທດ ສະມາຊິກ ຮີບດ່ວນລົບລ້າງບັນດາຮົ້ວກີດແຂວງປອດພາສີສຳຄັນທາງການຄ້າພາຍໃນກຸ່ມຢ່າງຮີບດ່ວນ ເພື່ອແນໃສ່ຊຸກຍູ້ວິວັດການປະຕິບັດ ຫັນສັນຍາການຄ້າເສລີ ອາຟຼິກກາ (AfCFTA) ໃຫ້ເປັນຈິງ, ຄາດວ່າຈະມີຜົນສັກສິດໃນເດືອນ ມັງກອນ 2021.

ໃນບົດປະກາດໃນວັນດຽວກັນ, ສະຫະພັນ ອາຟຼິກກາ ທີ່ມີສຳນັກງານຢູ່ນະຄອນຫຼວງ Addis Ababa ຂອງ ເອທີໂອເປຍ ໃຫ້ຮູ້ວ່າ ເຖິງວ່າ ສ່ວນຫຼາຍບັນດາປະເທດສະມາຊິກລ້ວນແຕ່ຮັບຮູ້ໄດ້ຜົນກະທົບຫຍໍ້ທໍ້ຂອງຮົ້ວກີດຂວາງປອດພາສີຕໍ່ການຄ້າພາຍໃນກຸ່ມກໍ່ຕາມແຕ່ບັນດາປະເທດເກືອບທັງໝົດຍັງບໍ່ທັນວາງອອກບັນດາມາດຕະການຢ່າງລະອຽດເພື່ອແກ້ໄຂບັນຫານີ້ເທື່ອ.

ຕອບກັບ