AU ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການ ນີ​ເຊ: ECOWAS ຄັດ​ຄ້ານ​ການ​ພິ​ພາກ​ສາ ທ່ານ Mohamed Bazoum ໃນໂທດ ທໍລະ​ຍົດ​ປະ​ເທດ​ຊາດ

Chia sẻ
(VOVWORLD) -  ECOWAS ປະກາດກໍ່ໄດ້ຖະແຫຼງການຄັດຄ້ານຢ່າງແຮງຕໍ່ເລື່ອງອຳນາດການປົກຄອງການທະຫານ ນີເຊ ຄາດວ່າຈະນຳທ່ານປະທານາທິບໍດີ Mohamed Bazoum ໃສພິພາກສາ ຕໍ່ໂທດທໍລະຍົດປະເທດຊາດ.
AU ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການ ນີ​ເຊ: ECOWAS ຄັດ​ຄ້ານ​ການ​ພິ​ພາກ​ສາ ທ່ານ Mohamed Bazoum ໃນໂທດ ທໍລະ​ຍົດ​ປະ​ເທດ​ຊາດ - ảnh 1ພາບປະກອບ: Reuters

ວັນທີ 14 ສິງຫາ, ສະຫະພາບອາບຟຼິກກາ (AU) ໄດ້ຈັດກອງປະຊຸມເພື່ອແນໃສ່ປຶກສາຫາລືກ່ຽວກັບວິກິດການ ຢູ່ນີເຊ. ໃນສື່ສັງຄົມອອນລາຍ X (ກ່ອນນີ້ແມ່ນ Twitter), AU ໃຫ້ຮູ້ວ່າ ສະພາຄວາມໝັ້ນຄົງ ແລະ ສັນຕິພາບໄດ້ຈັດກອງປະຊຸມ ອັບເດດຂ່າວສານກ່ຽວກັບສະພາບການຢູ່ນີເຊ ແລະ ປຶກສາຫາລືທິດທາງແກ້ໄຂວິກິດການນີ້. ກອງປະຊຸມໄດ້ດຳເນີນຢູ່ສຳນັກງານຂອງ AU ຢູ່ນະຄອນຫຼວງ Addis Ababa, Ethiopia, ດ້ວຍການເຂົ້າຮ່ວມຂອງທ່ານປະທານຄະນະກຳມະການ AU Moussa Faki Mahamat, ບັນດາຜູ້ຕາງໜ້າທີ່ມາຈາກນີເຊ ແລະ ປະຊາຄົມເສດຖະກິດບັນດາປະເທດອາບຟຼິກກາໃຕ້ (ECOWAS).

ແລະກໍ່ໃນວັນດຽວກັນ, ECOWAS ປະກາດກໍ່ໄດ້ຖະແຫຼງການຄັດຄ້ານຢ່າງແຮງຕໍ່ເລື່ອງອຳນາດການປົກຄອງການທະຫານ ນີເຊ ຄາດວ່າຈະນຳທ່ານປະທານາທິບໍດີ Mohamed Bazoum ໃສພິພາກສາ ຕໍ່ໂທດທໍລະຍົດປະເທດຊາດ, ຄາດວ່ານີ້ແມ່ນການກະທຳເກາະຜິດທີ່ອັດຕະລາຍ ແລະ ໄປຝືນກັບຈິດໃຈພ້ອມແລ້ວການສົນທະນາເຊິ່ງຝ່າຍກໍ່ລັດຖະປະຫານ ນີເຊ ຍົກອອກມາໃນວັນທີ13 ສິງຫາ. ECOWAS ຢັ້ງຢືນຄືນໃໝ່ທັດນະສະທີ່ຍັງຄົງຖືທ່ານ Bazoum ແມ່ນການນຳທີ່ຖືກຕ້ອງກັບກົດໝາຍຂອງ ນີເຊ.

ຕອບກັບ