ASOSAI 14: ຄະນະຜູ້ແທນອົງການກວດສອບບັນຊີສູງສຸດອາຊີຢ້ຽມຢາມອ່າວຮ້າລອງ

Chia sẻ
(VOVWORLD) -ວັນທີ 21 ກັນຍາ, ການນຳຄະນະກຳມະການປະຊາຊົນແຂວງກວາງນິງ ໄດ້ຕ້ອນຮັບຄະນະຜູ້ແທນບັນດາອົງການກວດສອບບັນຊີສູງສຸດອາຊີ (ASOSAI) ທີ່ໄປຢ້ຽມຢາມອ່າວຮ້າລອງ.

ASOSAI 14: ຄະນະຜູ້ແທນອົງການກວດສອບບັນຊີສູງສຸດອາຊີຢ້ຽມຢາມອ່າວຮ້າລອງ - ảnh 1 ຄະນະຜູ້ແທນອົງການກວດສອບບັນຊີສູງສຸດອາຊີຢ້ຽມຢາມອ່າວຮ້າລອງ

(ພາບ: baoquangninh.com.vn)

ທ່ານປະທານຄະນະກຳມະການປະຊາຊົນແຂວງກວາງນິງ ຫງວຽນດຶກລອງ ໄດ້ແນະນຳໃຫ້ບັນດາຄະນະຜູ້ແທນຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ແຫຼ່ງຊັບພະຍາກອນໂລຫະທີ່ອຸດົມສົມບູນ, ທິວທັດທຳມະຊາດ ແລະ ຊາວກວາງນິງ. ທ່ານປະທານຄະນະກຳມະການປະຊາຊົນ ຫງວຽນດຶກລອງ ໃຫ້ຮູ້ວ່າ, ກວາງນິງ ຕີລາຄາສູງຫົວຂໍ້ “ກວດສອບ ສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ” ຂອງ ASOSAI 14 ແລະ ກວາງນິງ ຍາມໃດກໍ່ຖືເປັນສຳຄັນການໃນນຳໃຊ້ລະບົບມາດຕະຖານບັນຊີ - ກວດສອບບັນຊີຫວຽດນາມ ແລະ ສາກົນ, ດ້ວຍເປົ້າໝາຍສ້າງພື້ນຖານການເງິນທີ່ປອດໂປ່ງ, ຮັບປະກັນການພັດທະນາແບບຍືນຍົງ.

        ໂດຍຕາງໜ້າຄະນະຜູ້ແທນ ASOSAI, ທ່ານ Choe Jeahyeong, ເລຂາທິການໃຫຍ່ ASOSAI, ປະທານຄະນະກຳມະການກວດສອບບັນຊີ ແລະ ກວດກາສ.ເກົາຫຼີ ໄດ້ຂອບໃຈການຕ້ອນຮັບອັນອົບອຸ່ນຂອງແຂວງກວາງນິງ.

ຕອບກັບ