ASEANແລະສະຫະພັນປາຊີຟີກເພີ່ມທະວີການຮ່ວມມືລະຫວ່າງພາກພື້ນ

Chia sẻ
ວັນ​ທີ 25/5, ASEAN ​ແລະ ສະຫະພັນ​ປາຊີ​ຟີ​ກ (ຈັດ​ຕັ້ງ​​ໃນພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນ​​ເຊິ່ງລວມມີ: ຈີ​ເລ, ​ໂກ​ໂລມ​ບີ, ​ເມັກ​ຊິກ, ​ເປຣູ)
ASEANແລະສະຫະພັນປາຊີຟີກເພີ່ມທະວີການຮ່ວມມືລະຫວ່າງພາກພື້ນ - ảnh 1
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 25/5, ASEAN ​ແລະ ສະຫະພັນ​ປາຊີ​ຟີ​ກ (ຈັດ​ຕັ້ງ​​ໃນພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນ​​ເຊິ່ງລວມມີ: ຈີ​ເລ, ​ໂກ​ໂລມ​ບີ, ​ເມັກ​ຊິກ, ​ເປຣູ) ​ໄດ້​ມີ​ການ​ເຮັດ​ວຽກ​ຢູ່​ຄະນະ​ເລຂາ ASEAN ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ອົງການ​ຈັດ​ຕັ້ງ​ພາກ​ພື້ນ. ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ບັນຫາ, ລວ​ມມີ​ສະພາບ​ການ​ພັດທະນາ​​ປະຈຸບັນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ. 2 ຝ່າຍ​ຕີ​ລາຄາ​ສູງຄວາມ​ສາມາດ​ບົ່ມ​ຊ້ອນ​ຊຸກຍູ້​ການ​ຮ່ວມ​ມື​​ໃນບັນດາ​ຂົງ​ເຂດ​ຕ່າງໆ​ຄື: ການ​​ຄ້າ ​ແລະ ການ​ລົງທຶນ, ກະສິກຳ, ພະລັງງານ, ພະລາທິການ, ວິ​ສາ​ຫະກິດ​ຂະໜາດ​ນ້ອຍ, ການບໍລິການ​ການ​ເງິນ, ການທ່ອງ​ທ່ຽວ, ການ​ສຶກສາ, ວັດທະນະທຳ ​ແລະ ກິລາ.

              ທີ່​ການ​ພົບ​ປະ, ຄະນະ​ກຳມະການ​ບັນດາ​ຜູ້​ຕ່າງ​ໜ້າ​ປະຈຳ ASEAN (CPR) ​ແລະ ​ເອກ​ອັກຄະ​ລັດຖະທູດ ບັນດາປະ​ເທດ​ສະມາຊິກ​ສະຫະພັນ​ປາຊີ​ຟີ​ກ ກໍ່ໄດ້​ແລກປ່ຽນທັດສະນະ​ກ່ຽວ​ກັບ​ອົງ​ປະກອບ, ກົນ​ໄກ​ເຮັດ​ວຽກ​​ໃນປະຈຸ​ບັນ​ຂອງ 2 ອົງການ.