ARF ປຶກສາຫາລືກ່ຽວກັບຄວາມໝັ້ນຄົງທາງທະເລ ແລະ ຄວາມປອດໄພພະລັງງານນິວເຄຼຍ

Chia sẻ
​ຄວາມ​ໝັ້ນຄົງ​ທາງທະ​ເລ ​ແລະ ຄວາມ​ປອດ​ໄພ​ດ້ານພະລັງງານ ​ແມ່ນ 2 ຫົວ​ຂໍ້​ພົ້ນ​ເດັ່ນ​ທີ່​ກອງ​ປະຊຸມ​ນະ​ໂຍບາ​ຍຄວາ​ມໝັ້ນຄົງ​ ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ
ARF ປຶກສາຫາລືກ່ຽວກັບຄວາມໝັ້ນຄົງທາງທະເລ ແລະ ຄວາມປອດໄພພະລັງງານນິວເຄຼຍ - ảnh 1
ກອງ​ປະຊຸມ​ນະ​ໂຍບາ​ຍຄວາ​ມໝັ້ນຄົງ​ ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ
ຈັດຂຶ້ນ ຢູ່ ພະນົມເປັນ ປະເທດ ກຳປູເຈຍ

(vovworld) -  ​ຄວາມ​ໝັ້ນຄົງ​ທາງທະ​ເລ ​ແລະ ຄວາມ​ປອດ​ໄພ​ດ້ານພະລັງງານ ​ແມ່ນ 2 ຫົວ​ຂໍ້​ພົ້ນ​ເດັ່ນ​ທີ່​ກອງ​ປະຊຸມ​ນະ​ໂຍບາ​ຍຄວາ​ມໝັ້ນຄົງ​ ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF) ຊຶ່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 25/5 ຢູູ່ ນະຄອນຫລວງ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ. ພົນ​ໂທ Nguyen Chi Vinh, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ນຳ​ຫນ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ຜູ້ຕາງຫນ້າ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 27 ປະ​ເທດ​ໃນ​ຂອບ​ເຂດ ARF ​ໄດ້​ແບ່ງປັນ​ຄວາມ​​ເອົາ​ໃຈ​ໃສ່ ​ແລະ ຢືນຢັນ​ຄວາມ​ສຳຄັນ​ຂອງ​ຄວາມ​ໝັ້ນຄົງ​ຢູ່​ໃນພາກ​ພື້ນ ​ໃນ​ນັ້ນ​ເນັ້ນ​ຫນັກ​ເຖິງ​ຄວາມ​ໝັ້ນ​ຄົງ​ທາງທະ​ເລ. ບັນດາ​ການ​ພິພາດ​ບົນ​ທະ​ເລ​ເວົ້າ​ລວມ ​ແລະ ຢູ່ ທະ​ເລ​ຕາ​ເວັນ​ອອກ​ເວົ້າ​ສະ​ເພາະ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍສັນຕິ ບົນ​ພື້ນຖານ​ກົດໝາຍ​ສາກົນ. ບັນດາ​ປະ​ເທດ​ກໍ​ສະຫນັບສະຫນູນ ອາ​ຊຽນ ​ແລະ ຈີນ ປະຕິບັດ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະ​ພຶດລະຫວ່າງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ກ້າວ​ໄປ​ເຖິງ​ຮັບ​ຮອງ​ເອົາ​ຂໍ້​ກຳນົດ​ການ​ປະພຶດ (COC). ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ພົນ​ໂທ Nguyen Chi Vinh  ຢືນຢັນວ່າ:​ ຫວຽດນາມ ຕັ້ງຫນ້າ​ເຂົ້າ​ຮ່ວມ​ບັນດາ​ກົນ​ໄກ​ເພື່ອ​ສ້າງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ເວົ້າ​ສະ​ເພາະ ​ແລະ ອາຊີ ປາຊີ​ຟີ​ກ ​ເວົ້າ​ລວມ ​ປອດ​ອາວຸດ​ນິວ​ເຄຼຍ ຢ່າງ​ໝັ້ນຄົງ ​ແລະ ​ເນັ້ນ​ຫນັກ​ຄວາມ​ສຳຄັນ​ຂອງ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເຂົ້າ​ໃນ​ຈຸດປະສົງ​ສັນຕິພາບ. ​ແລະ​ກໍ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ ອາ​ຊຽນ, ຕອນ​ເຊົ້າ​ວັນ​ທີ 26/5 ກອງ​ປະຊຸມ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຖືກ​ໄຂ​ຂຶ້ນ ຢູ່ ນະຄອນຫລວງ ພະນົມ​ເປັນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ມາ​ຈາກ 28 ປະ​ເທດ. ບັນດາ​ຜູ້​ແທນ​ໄດ້​ປຶ​ກສາ​ຫາລື ​ແລະ ຮັບຮອງ​ເອົາ​ບັນດາ​ບົດ​ລາຍ​ງານ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ສ້າງ​ຄວາ​ມ​ໄວ້​ເນື້​ອ​ເຊື່ອ​ໃຈ ​ແລະ ນະ​ໂຍບາຍ​ການ​ທູດ​ທີ່​ມີ​ລັກສະນະ​ປ້ອງ​ກັນ​ເຫດ, ກູ້​ຊ່ວຍ​ໄພພິບັດ, ຄວາມ​ໝັ້ນຄົງ​ການ​ເດີນ​ທະ​ເລ, ບໍ່​​ແຜ່​ຂະຫຍາຍອາວຸດ​ ​ແລະ ຫລຸດຜ່ອນອາວຸດ, ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ແລະ ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ.