ກ່າວຄຳເຫັນກ່ອນການດຳເນີນກອງປະຊຸມສຸດຍອດ APEC ຄັ້ງທີ 27 ໂດຍ ມາເລເຊຍ ເປັນເຈົ້າພາບຈັດຕັ້ງຕາມຮູບການທາງອອນລາຍ, ເຊິ່ງຄາດວ່າຈະໄຂຂຶ້ນໃນວັນທີ 20 ພະຈິກ, ທ່ານປະທານປະເທດຈີນ ສີຈິ້ນຜິງ ຢັ້ງຢືນວ່າ ໂລກາພິວັດ ແມ່ນທ່າອ່ຽງ “ບໍ່ອາດຕ່າວປີ້ນໄດ້”. ຕາມທ່ານແລ້ວ, ເລື່ອງເພີ່ມລັດທິພຽງລຳພັງຝ່າຍດຽວ, ອາລັກຂາ ກໍຄືບັນດາບາດກ້າວເດີນຕ້ານຄືນການຫັນໂລກາພິວັດດ້ານເສດຖະກິດ ໄດ້ເຮັດໃຫ້ເພີ່ມຄວາມສ່ຽງ ແລະ ສົ່ງຜົນສະທ້ອນເຖິງເສດຖະກິດໂລກ. ດັ່ງນັ້ນ, ປັກກິ່ງ ຈະຮັກສາການເປີດອົກເປິດໃຈ ແລະ ການຮ່ວມມື ກໍຄືສືບຕໍ່ຮັກສາຄຳໝັ້ນສັນຍາຕໍ່ລັດທິຫຼາຍຝ່າຍ ແລະ ຫຼັກການປຶກສາຫາລື.
ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ສະແດງຄວາມປາດຖະໜາຢາກໄດ້ຮັບການໜູນຊ່ວຍຈາກອົງການການຄ້າໂລກ (WTO) ແລະ APEC ຕື່ມອີກ.
ສ່ວນທ່ານນາຍົກລັດຖະມົນຕີ ປະເທດ ເຈົ້າພາບ ມາເລເຊຍ Muhyidin Yassin ໃຫ້ຮູ້ວ່າ ບັນດາພື້ນຖານເສດຖະກິດ APEC ພວມມານະພະຍາຍາມມຸ່ງໄປເຖິງວິໄສທັດ ຫຼັງ 2020, ພ້ອມທັງ ຢັ້ງຢືນເຖິງຄວາມຈຳເປັນຂອງການຄ້າເສລີ ແລະ ຫຼາຍຝ່າຍໃນການຟື້ນຟູເສດຖະກິດ.