ADMM+ ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ

Chia sẻ
(VOVWORLD) - ກອງປະຊຸມໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຂົ້າຮ່ວມ ແລະ ການຊີ້ນຳຢ່າງຄົບຖ້ວນ, ຍຸຕິທຳ ແລະ ມີຄວາມໝາຍຂອງແມ່ຍິງໃນທຸກຂົງເຂດສັນຕິພາບ ແລະ ຄວາມໝັ້ນຄົງ, ພິເສດແມ່ນໃນການປ້ອງກັນ, ສະກັດກັ້ນ, ຄຸ້ມຄອງ ແລະ ແກ້ໄຂການປະທະກັນທີ່ນຳໃຊ້ອາວຸດ, ກໍຄືການສ້າງ ແລະ ຟື້ນຟູສັນຕິພາບຫຼັງການປະທະກັນ ເພື່ອແນໃສ່ມຸ່ງໄປເຖິງການສ້າງພາກພື້ນມີສະຖຽນລະພາບ, ສັນຕິພາບ ແລະ ປອດໄພ. 
ADMM+ ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ - ảnh 1ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 10 (ພາບ: TTXVN) 

ວັນທີ 16 ພະຈິກ ຢູ່ ອິນໂດເນເຊຍ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 10 ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. ກອງປະຊຸມໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຂົ້າຮ່ວມ ແລະ ການຊີ້ນຳຢ່າງຄົບຖ້ວນ, ຍຸຕິທຳ ແລະ ມີຄວາມໝາຍຂອງແມ່ຍິງໃນທຸກຂົງເຂດສັນຕິພາບ ແລະ ຄວາມໝັ້ນຄົງ, ພິເສດແມ່ນໃນການປ້ອງກັນ, ສະກັດກັ້ນ, ຄຸ້ມຄອງ ແລະ ແກ້ໄຂການປະທະກັນທີ່ນຳໃຊ້ອາວຸດ, ກໍຄືການສ້າງ ແລະ ຟື້ນຟູສັນຕິພາບຫຼັງການປະທະກັນ ເພື່ອແນໃສ່ມຸ່ງໄປເຖິງການສ້າງພາກພື້ນມີສະຖຽນລະພາບ, ສັນຕິພາບ ແລະ ປອດໄພ. ກອງປະຊຸມໃຫ້ຄຳໝັ້ນສັນຍາເພີ່ມທະວີບັນດາຂອບເຂດການຮ່ວມມືໃນພາກພື້ນກ່ຽວກັບການປະຕິບັດໂຄງການດຳເນີນງານ ແມ່ຍິງສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ແນໃສ່ປົກປັກຮັກສາ, ເຄົາລົບ ແລະ ຊຸກຍູ້ການປະຕິບັດສິດຂອງແມ່ຍິງ ແລະ ເດັກຍິງຢ່າງຄົບຖ້ວນ ຕໍ່ໜ້າໄພນາບຂູ່ ກໍຄື ສິ່ງທ້າທາຍຄວາມໝັ້ນຄົງພວມເກີດຂຶ້ນ ແລະ ພວມເພີ່ມຂຶ້ນຢ່າງແຮງ. ນອກຈາກນັ້ນແລ້ວ, ກອງປະຊຸມກໍໃຫ້ຄຳໝັ້ນສັນຍາຊຸກຍູ້ຍົກສູງກຳລັງຄວາມສາມາດ, ການເຂົ້າຮ່ວມ ແລະ ບົດບາດນຳພາຂອງແມ່ຍິງ ດ້ວຍຖານະເປັນນັກວາງແຜນກຳນົດນະໂຍບາຍໃນທຸກວິວັດທະນາການອອກຄຳຕັດສິນຢູ່ທຸກຂັ້ນ, ຮັບຮອງເອົາບັນດາວິວັດການ ແລະ ກົນໄກລະບອບລະບຽບການທີ່ກ່ຽວຂ້ອງໃນ ADMM+ ຫຼື ຮ່ວມມືລະຫວ່າງບັນດາປະເທດ ADMM+.

ADMM+ ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ - ảnh 2ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ:  TTXVN)
ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 10 ຢູ່ ຈາກາຕາ, ອິນໂດເນເຊຍ, ທ່ານພົນເອກຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ສະເໜີໃຫ້ບັນດາປະເທດ ສືບຕໍ່ຍົກສູງບົດບາດໃຈກາງຂອງ ອາຊຽນ, ເພີ່ມທະວີການສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດບົນຈິດໃຈເຄົາລົບກົດໝາຍ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. 

ຕອບກັບ