ADB ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງກັບນະຄອນ ໂຮ່ຈີມິນ ໃນການພັດທະນາໂຄງລ່າງຕົວເມືອງ

Chia sẻ
(VOVWORLD) - ຕອນຄ່ຳວັນທີ 01 ກຸມພາ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເຈີ່ນຫວີງຕ໋ວຽນ ໄດ້ໃຫ້ການຕ້ອນຮັບທ່ານ Erick Sidwick ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈຳ ຫວຽດນາມ.
ADB ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງກັບນະຄອນ ໂຮ່ຈີມິນ ໃນການພັດທະນາໂຄງລ່າງຕົວເມືອງ - ảnh 1 ທີ່ການຕ້ອນຮັບ (ພາບ: hcmcpv.org.vn)

ທີ່ການຕ້ອນຮັບ ທ່ານຮອງປະທານ ເຈີ່ນຫວີງຕ໋ວຽນ ຢັ້ງຢືນວ່າ: ນະຄອນໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ເອົາໃຈໃສ່ ແລະ ປະຕິບັດບັນດາສັນຍາທີ່ໄດ້ລົງນາມກັບບັນດາຄູ່ຮ່ວມມື, ພິເສດແມ່ນສຳລັບ ADB ແລະ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ພວມດຳເນີນການກວດກາຄືນໃໝ່ ບັນດາໂຄງການທີ່ນຳໃຊ້ແຫຼ່ງທຶນ ODA ເພື່ອແນໃສ່ຮັບປະກັນແຫຼ່ງທຶນນີ້ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ ນຳມາເຊິ່ງຜົນປະໂຫຍດໃຫ້ສັງຄົມ.

        ສ່ວນທ່ານ Erick Sidwick ຜູ້ອຳນວຍການ ADB ປະຈຳ ຫວຽດນາມ ຢັ້ງຢືນວ່າ: ADB ຈະຮ່ວມເດີນທາງກັບນະຄອນ ໂຮ່ຈີມິນ ໃນການພັດທະນາພື້ນຖານໂຄງລ່າງຕົວເມືອງ ປະກອບສ່ວນເຂົ້າໃນການພັດທະນາລວມຂອງນະຄອນ.

ຕອບກັບ