ADB: ເສດຖະກິດ ຫວຽດນາມ ເຕີບໂຕໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ປີ 2019

Chia sẻ
(VOVWORLD) - ພາຍຫລັງໜຶ່ງທົດສະວັດ, ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດຢູ່ໃນໂລກ ແລະ ໄລ່ມາຮອດປັດຈຸບັນ, ຫວຽດນາມ ຍັງສ້າງຄວາມປະທັບໃຈ ດ້ວຍໝາກຜົນການເຕີບໂຕເສດຖະກິດ. ນີ້ແມ່ນຂໍ້ສັງເກດໂດຍທະນາຄານພັດທະນາ ອາຊີ (ADB) ປະກາດໃນຕອນເຊົ້າວັນທີ 18 ກໍລະກົດ.

        ໃນເອກະສານເພີ່ມເຕີມໃຫ້ບົດລາຍງານແງ່ຫວັງພັດທະນາ ອາຊີ (ADO) ເຊິ່ງຫາກໍ່ໄດ້ປະກາດ, ADB ຄາດຄະເນວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນປີນີ້. ຕາມນັ້ນແລ້ວ, ການເຕີບໂຕຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2019 ແມ່ນປະມານ 6,8% ເຖິງວ່າພື້ນຖານກະສິກຳພາຍໃນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງ ຍ້ອນໄພແຫ້ງແລ້ງ ແລະ ພະຍາດອະຫິວາໝູ ອາຟຣິກາ.

ຕອບກັບ