70 ປິແຫ່ງໄຊຊະນະ ດ້ຽນບຽນຝູ: ພົນເອກ ຫວໍງວຽນຢາບ - ນັກຍຸດທະສາດປີຊາສາມາດ

Chia sẻ
(VOVWORLD) - ທ່ານພົນເອກ ຫວໍງວຽນຢາບ ແມ່ນ 1 ໃນຈຳນວນນັກຍຸດທະສາດປີຊາສາມາດທີ່ສຸດໃນ 10 ທ່ານຂອງທຸກຍຸກສະໄໝ.
70 ປິແຫ່ງໄຊຊະນະ ດ້ຽນບຽນຝູ: ພົນເອກ ຫວໍງວຽນຢາບ - ນັກຍຸດທະສາດປີຊາສາມາດ - ảnh 1ບັ້ນຮົບ ດ້ຽນບຽນຝູ ປີ 1954 ໄດ້ຈົດຊື່ທ່ານພົນເອກ ຫວໍງວຽນຢາບ ເຂົ້າໃນພົງສາວະດານການທະຫານຍຸກສະໄໝ
(ພາບເອກະສານ: TTXVN)

        ກ່ອນທີ່ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07 ພຶດສະພາ 1954 – 07 ພຶດສະພາ 2024), ວັນທີ 06 ພຶດສະພາ, ສຳນັກຂ່າວສານ ອາເມລິກາ ລາຕິນ Prensa Latina ຢືນຢັນວ່າ, ທ່ານພົນເອກ ຫວໍງວຽນຢາບ ແມ່ນ 1 ໃນຈຳນວນນັກຍຸດທະສາດປີຊາສາມາດທີ່ສຸດໃນ 10 ທ່ານຂອງທຸກຍຸກສະໄໝ. ຕາມ Prensa Latina ແລ້ວ, ບັ້ນຮົບ ດ້ຽນບຽນຝູ ປີ 1954 ໄດ້ຈົດຊື່ທ່ານພົນເອກ ຫວໍງວຽນຢາບ ເຂົ້າໃນພົງສາວະດານການທະຫານຍຸກສະໄໝ. ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ເປັນການສິ້ນສຸດການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນທີ່ແກ່ຍາວເປັນເວລາ 9 ປີເທົ່ານັ້ນ, ຫາກສັງເກດໃນຫຼາຍແງ່ມູມຍັງແມ່ນພື້ນຖານທິດສະດີ - ພຶດຕິກຳຕົວຈິງຢ່າງໝັ້ນຄົງເຂັ້ມແຂງໃຫ້ແກ່ການຕໍ່ສູ້ຍາດເອົາເອກະລາດຂອງປະຊາຊົນ ຫວຽດນາມ ນຳອີກ. ຍິ່ງໄປກວ່ານັ້ນ, ໄຊຊະນະ ດ້ຽນບຽນຝູ ໄດ້ພິສຸດໃຫ້ບັນດາປະເທດຫົວເມືອງຂຶ້ນເຫັນໄດ້ວ່າ ກອງທັບທີ່ມີພຽງອາວຸດປະຖົມປະຖານກໍ່ສາມາດຕີປະເທດມະຫາອຳນາດທີ່ມີພື້ນຖານອຸດສາຫະກຳສົງຄາມເຕັກໂນໂລຊີສູງໃຫ້ປະລາໄຊໄດ້.

ຕອບກັບ