6 ປະເທດ ອາຊຽນ ຈະເຂົ້າຮ່ວມການຊ້ອມຮົບອ້ອມຮອບມະຫາສະໝຸດປາຊີຟິກ ຢູ່ ອາເມລິກາ

ເຮືອງຈ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ
Chia sẻ
(VOVWORLD) -6 ປະເທດ ອາຊຽນ ຈະເຂົ້າຮ່ວມການຊ້ອມຮົບດັ່ງກ່າວລວມມີ: ອິນໂດເນເຊຍ, ຟີລິບປິນ, ໄທ, ມາເລເຊຍ, ສິງກະໂປ ແລະ ບຣຸໄນ.
6 ປະເທດ ອາຊຽນ ຈະເຂົ້າຮ່ວມການຊ້ອມຮົບອ້ອມຮອບມະຫາສະໝຸດປາຊີຟິກ ຢູ່ ອາເມລິກາ - ảnh 1
ທີ່ການແຈ້ງຂໍ້ມູນກ່ຽວກັບການຊ້ອມຮົບຮ່ວມ
(ພາບ: ກອງທັບເຮືອ ອິນໂດເນເຊຍ)

6 ປະເທດ ອາຊຽນ ພ້ອມກັບ 20 ປະເທດອື່ນຈະເຂົ້າຮ່ວມການຊ້ອມຮົບທາງທະເລໃຫຍ່ກວ່າໝູ່ໃນໂລກ “ອ້ອມຮອບມະຫາສະໝຸດປາຊີຟິກ” (RIMPAC) ຄັ້ງທີ 28, ເຊິ່ງດຳເນີນໃນລະຫວ່າງວັນທີ 29 ມິຖຸນາ ຫາວັນທີ 04 ສິງຫາ 2022 ຢູ່ ອາເມລິກາ.

        ຖະແຫຼງການຂອງທະຫານເຮືອ ອາເມລິກາ ໃນວັນທີ 31 ພຶດສະພາ ໃຫ້ຮູ້ວ່າ, 6 ປະເທດ ອາຊຽນ ຈະເຂົ້າຮ່ວມການຊ້ອມຮົບດັ່ງກ່າວລວມມີ: ອິນໂດເນເຊຍ, ຟີລິບປິນ, ໄທ, ມາເລເຊຍ, ສິງກະໂປ ແລະ ບຣຸໄນ. ນອກນັ້ນຍັງມີການເຂົ້າຮ່ວມຂອງບັນດາສຳພັນທະມິດສຳຄັນຂອງ ອາເມລິກາ ທີ່ມາຈາກທົ່ວທຸກເຂດໃນໂລກ ດ້ວຍກຳລັງທະຫານປະມານ 25.000 ຄົນ, ກ່ຳປັ່ນໜ້ານ້ຳ 38 ລຳ, ກ່ຳປັ່ນດຳນ້ຳ 4 ລຳ ແລະ ເຮືອບິນກວ່າ 170 ລຳຈາກ 26 ປະເທດ.

        ຜູ້ບັນຊາການທະຫານ I ຂອງ ອິນໂດເນເຊຍ, ພັນເອກທະຫານເຮືອຍົກພົນຂຶ້ນບົກ Daru Cahyo Sumirat ໃຫ້ຮູ້ວ່າ, RIMPAC ແມ່ນການຊ້ອມຮົບທາງທະເລໃຫຍ່ທີ່ສຸດໃນໂລກ ໂດຍກອງທັບເຮືອ ອາເມລິກາ ຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງບັນດາປະເທດໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ນອກນັ້ນຍັງມີບັນດານັກສັງເກດການມາຈາກບັນດາປະເທດ ເອີລົບ ອີກດ້ວຍ.

ຕອບກັບ