425 ຄົນເສຍຊີວິດຍ້ອນເຊື້ອພະຍາດ nCOV ຢູ່ ຈີນ

Chia sẻ
(VOVWORLD) - ອຳນາດການປົກຄອງແຂວງ ຮູເປີຍ, ປະເທດ ຈີນ ປະກາດໃນວັນທີ 03 ກຸມພາວ່າ ຈຳນວນຜູ້ເສຍຊີວິດຍ້ອນເຊື້ອພະຍາດອັກເສບປອດຂອງໄວຣັກ ໂກໂຣນາ ສາຍພັນໃໝ່ (2019 - nCOV) ຢູ່ແຂວງນີ້ໄດ້ເພີ່ມຂຶ້ນ 64 ກໍລະນີ, ຍົກຈຳນວນກໍລະນີເສຍຊີວິດຢູ່ ຈີນ ຂຶ້ນເຖິງ 425 ຄົນ. 

ອົງການສາທາລະນະສຸກແຂວງ ຮູເປີຍ ໄດ້ກວດພົບ 2.354 ກໍລະນີຕິດເຊື້ອຕື່ມອີກ, ເຮັດໃຫ້ຈຳນວນກໍລະນີຕິດເຊື້ອພະຍາດດັ່ງກ່າວຢູ່ແຂວງນີ້ ເພີ່ມຂຶ້ນ 13.522 ຄົນ.

425 ຄົນເສຍຊີວິດຍ້ອນເຊື້ອພະຍາດ nCOV ຢູ່ ຈີນ - ảnh 1 425 ຄົນເສຍຊີວິດຍ້ອນເຊື້ອພະຍາດ nCOV ຢູ່ ຈີນ (ພາບປະກອບ)

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມຂອງຄະນະປະຈຳກົມການເມືອງພັກກອມມູນິດ ຈີນ ໄດ້ປຶກສາຫາລືກ່ຽວກັບສະພາບການຂອງເຊື້ອພະຍາດອັກເສບປອດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຖືວ່າພັກກອມມູນິດ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ຖືບັນຫາສຸຂະພາບ, ຊີວິດອິນຊີຂອງປະຊາຊົນຂຶ້ນເປັນແຖວໜ້າ. ອຳນາດການປົກຄອງທຸກຂັ້ນກໍ່ຄືປະຊາຊົນ ຄວນປະຕິບັດບັນດາລັດຖະນະໂຍບາຍຂອງພັກໃຫ້ເປັນຢ່າງດີ, ສາມັກຄີ “ດັບສູນ” ເຊື້ຶ້ອພະຍາດ. ຄະນະປະຈຳກົມການເມືອງພັກກອມມູນິດ ຈີນ ຢືນຢັນວ່າ ຈີນ ມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອແກ້ໄຂວິກິດການດັ່ງກ່າວໄດ້ເປັນຢ່າງດີ.

        ແລະໃນເຫດການທີ່ກ່ຽວຂ້ອງ, ນັກຊ່ຽວຊານຂອງຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບແຫ່ງຊາດ ຈີນ ໃນກອງປະຊຸມຖະແຫຼງຂ່າວເຊິ່ງຈັດຂຶ້ນໃນຕອນຄ່ຳວັນທີ 03 ກຸມພາ ຢັ້ງຢືນວ່າ: ໃນສະພາບແວດລ້ອມອຸນຫະພູມທີ່ເໝາະສົມ, ໄວຣັດ ໂກໂຣນາ ສາຍພັນໃໝ່ອາດຈະຄົງຕົວໄດ້ເປັນເວລາ 5 ວັນ.

ຕອບກັບ