31 ມືຢ່າງລຽນຕິດ ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ

Chia sẻ
(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 17 ພຶດສະພາ ແມ່ນ 31 ມື ຢ່າງລຽນຕິດ ທີ່ຫວຽດນາມບໍ່ ມີຜູ້ຕິດເຊື້ອພະຍາດ Covid -19 ໃນຊຸມຊົນ. 
31 ມືຢ່າງລຽນຕິດ ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ - ảnh 1ພາບປະກອບ: TTXVN 

ມີ ຜູ້ຕິດເຊື້ອໃໝ່ 178 ຄົນທີ່ມາຈາກຕ່າງປະເທດ, ພາຍຫຼັງເຂົ້າເມືອງມາແມ່ນໄດ້ຮັບການແຍກຕົວໃນທັນທີ. ນອກຈາກນັ້ນ, ໄລ່ມາຮອດຈຸດເວລານີ້ ຢູ່ ຫວຽດນາມມີຜູ້ຕິດເຊື້ອ Covid -19 ຈຳນວນ 260 ຄົນ ໄດ້ຮັບການປະກາດປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ, ຍັງເຫຼືອ 58 ຄົນ ທີ່ພວມໄດ້ຮັບການປິ່ນປົວຢູ່ ໂຮງໝໍ 8 ແຫ່ງ ແລະ ສ່ວນຫຼາຍ ຄົນເຈັບແມ່ນມີອາການດີຂຶ້ນ.

ໃນໂລກ, ຕາມເວັບໄຊສະຖິຕິ Worldometers.info, ຕອນເຊົ້າວັນທີ 17 ພຶດສະພາ ທົ່ວໂລກ ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ ແມ່ນ 4.7 ລ້ານຄົນ, ໃນນັ້ນມີ 312 ຄົນເສຍຊີວິດ. ອາເມລິກາຍັງຄົງແມ່ນປະເທດທີ່ໄດ້ຮັບຜົນກະທົບຫຼາຍກ່ວາໝູ່ດ້ວຍ ຈຳນວນຜູ້ຕິດເຊື້ອ ແມ່ນກ່ວາ 1,5 ລ້ານຄົນ ແລະ ຜູ້ເສຍຊີວິດແມ່ນເກືອບ 90 ພັນຄົນ. ຖັດຈາກນັ້ນແມ່ນ ແອັດສະປາຍ, ລັດເຊຍ, ອັງກິດ…

ຕອບກັບ