ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023

Chia sẻ
(VOVWORLD) - Travel+Leisure Luxury Awards Asia Pacific 2023 ລາຍການ (ນະຄອນ) ໄດ້ຈັດຮ່າໂນ້ຍ ແລະ ເຫ້ວ ຢື່ນອັນດັບທີ 6 ແລະ ທີ 8 ເປັນລຳດັບ.

ລາງວັນ Travel+Leisure Luxury Awards Asia Pacific 2023 ລາຍການ (ນະຄອນ) ໄດ້ເຊີດຊູ 10 ນະຄອນແຖວໜ້າອາຊີ ປີ 2023 ໃນນັ້ນ ມີນະຄອນຫຼວງຮ່າໂນ້ຍ ແລະ ນະຄອນເຫ້ວ ຢື່ນອັນດັບທີ 6 ແລະ ທີ 8 ເປັນລຳດັບ.

ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 1
ຕາຕະລາງຈັດອັນດັບ 10 ນະຄອນແຖວໜ້າ ອາຊີ ປີ 2023 ທາງເວັບໄຊ ຂອງ Travel+Leisure Luxury Awards
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 2
ຕາມ Travel+Leisure Luxury Awards Asia Pacific 2023, ຮ່າໂນ້ຍແມ່ນສະຖານທີ່ທ່ອງທ່ຽວ ທີ່ສະຫງວນໃຫ້ແກ່ທຸກໆຄົນຊົມຊອບຄວາມງາມທີ່ເກົ່າແກ່ (ທາດເຕົາ ໃນໜອງເງືອມ ຍາມຮຸ່ງເຊົ້າ)
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 3
ເຄວວັນກາກ - ວັນມຽວກວັກຕືຢາມ, ມະຫາວິທະຍາໄລແຫ່ງທຳອິດໃນສະໄໝສັກດີນາ ໄດ້ຄັດເລືອກ ເປັນສັນຍາລັກຂອງນະຄອນຫຼວງຮ່າໂນ້ຍ ເມື່ອປີ 1999
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 4
ນະຄອນຫຼວງ ແຫ່ງອະລິຍະທຳນັບພັນປີຂອງ ຫວຽດນາມ ມີຄວາມງາມແບບເກົ່າແກ່, ມີທັງລົມຫາຍໃຈຂອງຍຸກສະໄໝ ຖືກສະແດງອອກ ຜ່ານບັນດາກິດຈະກຳສະຖາປັດຕະຍາກຳ ໃນປັດຈຸບັນ (ຕຶກເຮືອນເກົ່າຢູ່ຖະໜົນ ເຖີຍວ້ມ, ຮ່າໂນ້ຍ)
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 5
ກິດຈະກຳຫໍສະພາແຫ່ງຊາດ ເຊິ່ງແມ່ນສັນຍາລັກຂອງອົງການທີ່ມີສິດອຳນາດແຫ່ງລັດສູງສຸດ ຖືກນຳເຂົ້າໃຊ້ການນັບແຕ່ທ້າຍປີ 2014. ກິດຈະກຳໄດ້ຮັບລາງວັນໃຫຍ່ - ລາງວັນສະຖາປັດຕະຍາກຳລະດັບຊາດ ປີ 2014.
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 6
ເມື່ອມີໂອກາດມາຢາມຮ່າໂນ້ຍ, ສະຖານທີ່ດຶງດູດແຂກທ່ອງທ່ຽວຫຼາຍກ່ວາໝູ່ ແມ່ນບໍລິເວນໃຈກາງໜອງຮ່ວານກຽມ. ນີ້ແມ່ນບ່ອນມີການເຄື່ອນໄຫວກາງແຈ້ງທີ່ຟົດຟື້ນມ່ວນຊືນ ພິເສດແມ່ນໃນຊຸມວັນທ້າຍອາທິດ ເມື່ອຖະໜົນຍ່າງເລີ່ມເປີດປະຕູ ຕ້ອນຮັບແຂກ.
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 7
4 ແຍກຕະຮຽນ ຍາມໃດກໍ່ແມ່ນສະຖານທີ່ເຕົ້າໂຮມໄວໜຸ່ມຮ່າໂນ້ຍ ແລະ ແຂກທ່ອງທ່ຽວຕ່າງປະເທດມາຊຸມແຊວຢ່າງຫຼວງຫຼາຍ.
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 8
Travel+Leisure Luxury Awards ກໍ່ໄດ້ເຈາະຈິ້ມບາງເຍື່ອງອາຫານ, ເຄື່ອງດື່ມທີ່ມີຊື່ສຽງຢູ່ ຮ່າໂນ້ຍ ເຊິ່ງແຂກທ່ອງທ່ຽວຄວນຊີມລົດຊາດຄື: ເຝີ, ເຂົ້າປູ້ນຊີ້ນປິ້ງ, ເຂົ້າປູ້ນເຕົ້າຮູ້ຈື່ນ, ເຂົ້າຈີ່, ບັ້ນກວນ, ກາເຟ…
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 9
ຕາມ Travel+Leisure Luxury Awards Asia Pacific 2023, ໂດຍນອນຢູ່ພາກກາງຫວຽດນາມ, ນະຄອນເຫ້ວ ແມ່ນສະຖານທີ່ທ່ອງທ່ຽວທີ່ເປັນໜ້າຈັບໃຈ ເພື່ອຮັບໃຊ້ແຂກທ່ອງທ່ຽວມາຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ບັນດາຄຸນຄ່າທີ່ມີມາແຕ່ດົນນານຢູ່ ຫວຽດນາມ.
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 10
ໂດຍເຄີຍເປັນເມືອງຫຼວງໃນສະໄໝລາດຊະວົງ ຫງວຽນເປັນເວລາກ່ວາ 1 ສະຕະວັດ (1802 - 1945), ເຖິງວ່າໄດ້ຜ່ານໄລຍະເວລາກໍ່ຕາມ ແຕ່ເຫ້ວຍັງຄົງສາມາດ ຮັກສາອະນຸລັກຈຸດທີ່ເກົ່າແກ່, ບັນດາກິດຈະກຳສະຖາປັດຕະຍາກຳທີ່ໃຫຍ່ໂຕ, ບັນດາຜະລິດຕະພັນສິລະປະກຳທີ່ລະອຽດອ່ອນ (ສຸສານຕື້ດຶກ ເບິ່ງຈາກບ່ອນສູງ ທີ່ນະຄອນເຫ້ວ)
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 11
ເມື່ອມີໂອກາດມາຢ້ຽມຊົມເຂດພະລາດຊະວັງເຫ້ວ ແຂກທ່ອງທ່ຽວຈະມີຄວາມປະຫຼາດໃຈຕໍ່ໜ້າບັນດາກິດຈະກຳສະຖາປັດຕະຍາກຳທີ່ໃຫຍ່ໂຕ ພ້ອມກັບ ທັດສະນີຍະພາບທີ່ງົດງາມ (ກຳແພງພະລາດຊະວັງເຫ້ວ)
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 12
ປະຕູໂຂງເງາະມົນ ແມ່ນໜຶ່ງໃນບັນດາກິດຈະກຳ ທີ່ໃຫຍ່ໂຕໂອຖົງ ດ້ວຍບັນດາລວດລາຍລະອຽດອ່ອນ
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 13
ຂົວເຈື່ອງຕຽນ ຕັ້ງຂ້າມແມ່ນ້ຳເຮືອງທີ່ສວຍງາມ.
ຮ່າໂນ້ຍ ແລະ ເຫ້ວ ຖືກຈັດເຂົ້າບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີ ປິ 2023 - ảnh 14
ຫວຽດນາມມີຊື່ສຽງ ດ້ວຍບັນດາເຍື່ອງອາຫານທີ່ເປັນເອກະລັກຢູ່ 3 ພາກ ແລະ ເຫ້ວກໍ່ເຊັ່ນດຽວກັນ

ຕອບກັບ