ແຕ່ໃດໆມາ ດອກບົວໄດ້ຕິດພັນກັບປະເທດຊາດ ຫວຽດນາມ. ເມື່ອຢາກຊົມດອກບົວທີ່ສວຍສົດງົດງາມນັ້ນ ແມ່ນຕ້ອງໄປຊອກຫາບັນດາບຶງດອກບົວນັບແຕ່ພາກເໜືອລົງຮອດພາກໃຕ້. ບາງເທື່ອອາດແມ່ນຍ້ອນຄວາມງາມນັ້ນ ໄດ້ເຮັດໃຫ້ດອກບົວປະກົດຕົວຢູ່ໃນບົດກະວີໃນເມື່ອກ່ອນ ຊື່ງແນ່ນອນວ່າໃຜໆກໍ່ສາມາດຈື່ໄດ້:
ໃນບຶງບໍ່ມີຫຍັງງາມກ່ວາດອກບົວ
ໃບຂຽວດອກຂາວພັດມີເກສອນສີເຫຼືອງໆ
ເກສອນສີເຫຼືອງດອກຂາວໃບຂຽວ
ຢູ່ໃກ້ຕົມພັດບໍ່ກິ່ນເໝັນຄືຕົມ
ດອກບົວເກີດຂື້ນເອງ, ຢູ່ໄດ້ເອງ, ຮອດລະດູຮ້ອນພັດປົ່ງຂຶ້ນຢ່າງແຮງ, ເບັ່ງບານອວດອ້າງກິ່ນຫອມ. ດອກບົວປຽບເໝືອນຄືຊີວິດຂອງມະນຸດຄົນໜຶ່ງ.
ໃນຕົ້ນລະດູ ດອກບົວບານຢູ່ເທິງໜ້ານ້ຳເຫຼື້ອມຍິບຍັບ.
ບາງເທື່ອດອກບົວອາດແມ່ນດອກໄມ້ໜຶ່ງດຽວ ທີ່ໄດ້ເຕົ້າໂຮມທັງຄວາມໝາຍທາງດ້ານປັດຊະຍາ, ຊີວິດຂອງມະນຸດອັນສູງສົ່ງ ແລະ ກຳລັງບືນຕົວຂຶ້ນດ້ວຍເຈດຈຳນົງໃນການດຳລົງຊີວິດຢ່າງແຮງກ້າຄືປະເທດຊາດ ຫວຽດນາມ.
ດອກບົວແມ່ນປະເພດດອກໄມ້ທັງໄດ້ຮັບການປຽບທຽບໃສ່ກັບຄວາມງາມຂອງແມ່ຍິງ, ທັງໄດ້ຮັບການປຽບທຽບໃສ່ກັບອາລົມຂອງບັນດາສຸພາບບູລຸດ.
ບໍ່ພຽງແຕ່ເປັນແຫຼ່ງບັນດານໃຈໃຫ້ການແຕ່ງບົດກະວີ ແລະ ຮ້ອງລຳ, ສິລະປະ, ດ້ວຍຄວາມໝາຍເປັນສັນຍາລັກໃຫ້ແກ່ຄວາມບໍລິສຸດຜຸດຜ່ອງ ແລະ ສູງສົ່ງເທົ່ານັ້ນ, ແຕ່ດອກບົວ ຍັງແມ່ນສ່ວນໜຶ່ງໃນການເຫຼື້ອມໃສເຊື່ອຖືສາສະໜາຂອງຊາວ ຫວຽດນາມ. ແຫ່ງໃດມີດອກບົວ ແຫ່ງນັ້ນມີພະພຸດທະເຈົ້າ.
ດອກບົວໄດ້ເຊື່ອມເຂົ້າໃນສາສະໜາພຸດ, ດອກບົວໄດ້ເຊື່ອມເຂົ້າໃນຊີວິດການເປັນຢູ່. ດອກບົວສາມາດເອົາມາເອື້ອບຊາ, ດອກບົວສາມາດເອົາມາປຸງແຕ່ງເປັນເຍື່ອງອາຫານ, ນັບທັງໃບບົວກໍ່ມີຜົນປະໂຫຍດໃນການເອົາມາຫໍ່ເຂົ້າໜຽວ, ຫໍ່ເຂົ້າເໝົົ້າ.
ເມື່ອເວົ້າເຖິງດອກບົວ, ແມ່ນບໍ່ສາມາດຂາດຊາດອກບົວໄດ້.
ແຕ່ກ່ອນ ແລະ ປັດຈຸບັນ, ມູນເຊື້ອ ຫຼື ທັນສະໄໝ, ເຖິງວ່າຈະເປັນແນວໃດ ດອກບົວນັ້ນ ກໍ່ມີທີ່ຕັ້ງບົດບາດໃນຊີວິດວັດທະນະທຳຂອງຊາວ ຫວຽດນາມ, ຍ້ອນວ່າໃນດອກບົວມີທາດແທ້ຂອງຊາວ ຫວຽດນາມ.