ປະພາຄານ ລອງເຈົາ - ແປວໄຟທີ່ບໍ່ມີວັນດັບ

CTV-NTLong
Chia sẻ
(VOVWORLD) - ໃນຕະຫຼອດກວ່າ 1 ທົດສະວັດ ນັບແຕ່ປີ 1894, ປະພາຄານ ລອງເຈົາ, ເຊິ່ງແມ່ນປະພາຄານເກົ່າແກ່ ແລະ ໃຫຍ່ທ່ີສຸດຂອງ ຫວຽດນາມ, ຕັ້ງຢູ່ເມືອງ ກາດຫາຍ ໄດ້ເຍືອງທາງໃຫ້ກຳປັ່ນນັບໝື່ນໆລຳທີ່ໄປມາຢູ່ເຂດອ່າວທະເລທາງພາກເໜືອ ແລະ ນອກຝັ່ງຂອງ ຫວຽດນາມ.
ປະພາຄານ ລອງເຈົາ - ແປວໄຟທີ່ບໍ່ມີວັນດັບ - ảnh 1
ປະພາຄານ ລອງເຈົາ, ໄດ້ຕັ້ງຢູ່ໝູ່ເກາະ ລອງເຈົາ, ເມືອງເກາະ ກາດຫາຍ, ຫ່າງຈາກນະຄອນ ຫາຍຟ່ອງ ປະມານ 50 ກມ.
ປະພາຄານ ລອງເຈົາ - ແປວໄຟທີ່ບໍ່ມີວັນດັບ - ảnh 2
ເກາະ ລອງເຈົາ ແລະ ປະພາຄານແມ່ນຈຸດເດັ່ນຂອງເຂດນີ້.
ປະພາຄານ ລອງເຈົາ - ແປວໄຟທີ່ບໍ່ມີວັນດັບ - ảnh 3
ປະພາຄານ ລອງເຈົາ - ແປວໄຟທີ່ບໍ່ມີວັນດັບ - ảnh 4
ປະພາຄານ ລອງເຈົາ - ແປວໄຟທີ່ບໍ່ມີວັນດັບ - ảnh 5
ປະພາຄານສູງ 109,5ມ ເທື່ອທຽບໃສ່ໜ້ານ້ຳທະເລ ແລະ ແສງໄຟສາມາດສ່ອງແສງສະຫວ່າງໄປໄກເຖິງ 27 ໄມທະເລ, ກຳປັ່ນທີ່ຫ່າງຈາກ ລອງເຈົາ 50 ກມ ກໍ່ຍັງເຫັນແສງໄຟຂອງປະພາຄານນີ້ໄດ້.
ປະພາຄານ ລອງເຈົາ - ແປວໄຟທີ່ບໍ່ມີວັນດັບ - ảnh 6
ຢືນຢູ່ປະພາຄານນີ້ ກໍ່ສາມາດເບິ່ງເຫັນທັງໝູ່ເກາະໄດ້, ສ້າງຄວາມສະດວກໃຫ້ການເວນຍາມ, ພ້ອມທັງຊີ້ນຳທາງໃຫ້ກຳປັ່ນທີ່ໄປມາຢູ່ໃນເຂດທີ່ມີເກາະນ້ອຍ, ຫີນໃຕ້ນ້ຳ.
ປະພາຄານ ລອງເຈົາ - ແປວໄຟທີ່ບໍ່ມີວັນດັບ - ảnh 7
ເມື່ອກຳປັ່ນໄປມາຢູ່ເຂດນີ້ໃນຕອນຄ່ຳ ຫຼື ວັນເກີດຝົນຕົກ, ພາຍຸ, ການເບິ່ງເຫັນກໍ່ຫຼຸດລົງ ອາດຈະຕຳໃສ່ຫີນໃຕ້ນ້ຳຖ້າບໍ່ມີການຊີ້ແນະນຳທາງຈາກປະພາຄານ.
ປະພາຄານ ລອງເຈົາ - ແປວໄຟທີ່ບໍ່ມີວັນດັບ - ảnh 8
ໃນສະໄໝສົງຄາມ, ປະພາຄານ ລອງເຈົາ ພ້ອມກັບປະພາຄານ ຮ່ວນເຢົາ ໄດ້ສວມບົດບາດສຳຄັນທີ່ສຸດ ໃນການຊີ້ແນະນຳທາງໃຫ້ກຳປັ່ນທີ່ບໍ່ມີໝາຍເລກ ຫຼາຍລຳຂົງສົ່ງອາວຸດ ແລະ ສິນຄ້າຈາກພາກເໜືອ ເຂົ້າສະໜາມຮົບພາກໃຕ້ ຫວຽດນາມ.
ປະພາຄານ ລອງເຈົາ - ແປວໄຟທີ່ບໍ່ມີວັນດັບ - ảnh 9
129 ປີຜ່ານມາ, ໂດຍບໍ່ຫົວຊາຕໍ່ການປ່ຽນແປງທີ່ໂຫດຮ້າຍຂອງທຳມະຊາດ, ການບຸກໂຈມຕີກວ່າ 300 ຄັ້ງຂອງກອງທັບອາກາດ ອາເມລິກາ ດ້ວຍການຖິ້ມລະເບີດນັບໝື່ນໂຕນນັ້ນ, ປະພາຄານ ລອງເຈົາ ຍັງຄົງຕົວຢູ່ທະເລຕາເວັນອອກ, ເຍືອງທາງໃຫ້ກຳປັ່ນນັບໝື່ນໆລຳໄປມາຢູ່ເຂດອ່າວທະເລທາງພາກເໜືອ ແລະ ເຂດນອກຝັ່ງ ແລະ ກາຍເປັນໜຶ່ງໃນບັນດາຕົວພະຍານປະຫວັດສາດແຫ່ງການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ເຂດອ່າວພາກເໜືອ ຫວຽດນາມ.

ຕອບກັບ