ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ

Chia sẻ
(VOVWORLD) - ເມື່ອບຸນເຕັດ, ລະດູບານໃໝ່ວຽນມາ, ບັນດາຜູ້ນິຍົມຫຼິ້ນຕົ້ນໄມ້ປະດັບກໍ່ລ້ວນແຕ່ໄປຊື້ ຫຼື ເຊົ່າຕົ້ນຄາຍປະດັບ (ຢູ່ ຫວຽດນາມ ເອີ້ນວ່າ ຕົ້ນຄາຍ ເທິດທົ້ນ) ມາປະດັບປະດາໃນເຮືອນ.

ຕົ້ນຄາຍປະດັບຊະນິດນີ້ເຄີຍສູງກ່ວາ 1 ແມັດ, ລຳຕົ້ນນ້ອຍ ແຕ່ພັດໄດ້ຮັບຖືວ່າ ແມ່ນຕົ້ນໄມ້ປະດັບທີ່ປະເສີດທີ່ສຸດເມື່ອທຽບໃສ່ດອກຄາຍຊະນິດຕ່າງໆ.

ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 1ເມື່ອບຸນເຕັດລະດູບານໃໝ່ວຽນມາ ຊາວຮ່າໂນ້ຍ ໄດ້ພາກັນໄປ ໝູ່ບ້ານດອກຄາຍເຍິດເຕິນ ທີ່ເມືອງໄຕໂຮ່, ຮ່າໂນ້ຍ ເພື່ອຊື້ງ່າດອກຄາຍທີ່ສວຍງາມດ້ວຍຄວາມຫວັງປີໃໝ່ມີແຕ່ຄວາມໂຊກດີ, ຄວາມສຸກ ແລະ ຄວາມຈະເລີນ
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 2ຕົ້ນຄາຍປະດັບ (ຢູ່ຫວຽດນາມ ເອີ້ນວ່າ ຕົ້ນຄາຍເທິດທົ້ນ) ໄດ້ຮັບຖືວ່າ ແມ່ນຕົ້ນໄມ້ປະດັບທີ່ລ້ຳຄ່າທີ່ສຸດເມື່ອທຽບໃສ່ຕົ້ນໄມ້ປະດັບຊະນິດອື່ນໆ.
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 3ຕົ້ນຄາຍປະດັບສ່ວນຫຼາຍມີຄວາມສູງກ່ວາ 1 ແມັດ, ລ້ຳຕົ້ນນ້ອຍ, ບໍ່ໃຫຍ່ຄື ຕົ້ນຄາຍຊະນິດອື່ນໆ ແຕ່ພັດມີລັກສະນະເກົ່າແກ່ແລະສວຍງາມທີ່ສຸດ.
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 4ດອກຄາຍມີສີແດງເຂັ້ມ, ກີບໜາ, ແຕ່ລະຊັ້ນດອກຄາຍມີ 7 ກີບ
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 5ພວກຊາວສວນໃນໝູ່ບ້ານດອກໄມ້ເຍິດເຕີນ ເຄີຍ ອຸປະມາສີແດງດອກຄາຍຄືດັ່ງເລືອກແບ້ ພຽງແຕ່ດອກໜຶ່ງບານສະພັ່ງ ກໍ່ເຮັດໃຫ້ບໍລິເວນອ້ອມແອ້ມຍິ່ງງົດງາມຫຼາຍຂຶ້ນ.
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 6ສຳລັບຕົ້ນຄາຍປະດັບນີ້ບໍ່ພຽງແຕ່ອອກດອກຈາກງ່າເທົ່ານັ້ນ ຫາກຢູ່ລຳຕົ້ນກໍ່ອອກດອກນັບມທັງກົກໄມ້ກໍ່ອອກດອກ.
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 7ລຳຕົ້ນຄາຍຊາ, ແຕ່ຮອດທ້າຍລະດູໜາວຫາຕົ້ນລະດູບານໃໝ່ ພັດແຕກດອກອອກໜໍ່ ເຕັມໄປດ້ວຍພະລັງຊີວິດ.
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 8ອ້າຍເລຮ່າມ ຊາວສວນ ຢູ່ໝູ່ບ້ານເຍິດເຕິນ ແມ່ນໜຶ່ງໃນບັນດາຜູ້ຍັງຮັກສາອາຊີບປູກຕົ້ນຄາຍປະດັບ ໃຫ້ຮູ້ວ່າ ເພື່ອມີຕົ້ນຄາຍສວຍງາມແທ້, ຕ້ອງໃຊ້ເວລາເຖິງ 10 ຫຼື 20 ປີເພື່ອບົວລະບັດຈິ່ງໄດ້
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 9ນີ້ແມ່ນຕົ້ນຄາຍທີ່ມີຄ່າປູກຍາກດັ່ງນັ້ນແຕ່ດົນນານມາແລ້ວພວກຊາວສວນພຽງແຕ່ໃຫ້ເຊົ່າໃນຍາມໂອກາດບູນເຕັດເທົ່ານັ້ນ ເຂົາເຈົ້າບໍ່ຂາຍເລີຍ
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 10ຕົ້ນຄາຍປະດັບແບບບູຮານໃນສວນຂອງອ້າຍເລຮ່າມໃນໝູ່ບ້ານດອກໄມ້ເຍິກເຕິນເມືອງໄຕໂຮ່ຮ່າໂນ້ຍ.
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 11ລາຄາຂອງຕົ້ນຄາຍປະດັບແມ່ນແພງທີ່ສຸດບໍ່ພຽງແຕ່ຍ້ອນມັນປູກຍາກ, ຄວາມງາມຂອງຕົ້ນໄມ້ເທົ່ານັ້ນ,  ຫາກຍັງຕ້ອງມີຄວາມລະອຽດລະອໍ່ໃນວິທີປູກ ແລະ ບົວລະບັດຮັກສາ ເພື່ອໃຫ້ດອກໄມ້ບານກົງກັບໂອກາດບຸນເຕັດ, ຊາວສວນເລຮ່າມ ຕ້ອງເຮັດຫ້ອງມີເຄື່ອງປັບອາກາດເພື່ອຮັກສາຕົ້ນຄາຍ.
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 12
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 13ດິນປູກຕົ້ນຄາຍປະດັບກໍ່ຕ້ອງແມ່ນດິນດີ, ນ້ຳຫົດຕົ້ນຄາຍກໍ່ຕ້ອງນຳໃຊ້ນ້ຳສະອາດ
ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 14

ອ້າຍເລຮ່ານໃຫ້ຮູ້ວ່າ ປີ 2021 ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ແຮງຊື້ດອກໄມ້, ຕົ້ນໄມ້ປະດັບຂອງປະຊາຊົນໄດ້ຫຼຸດຜ່ອນລົງແຕ່ສຳລັບຕົ້ນຄາຍປະດັບທີ່ຫາຍາກນີ້ຍັງມີແຂກມາເຊົ່າ, ມາຊື້ຢູ່.

ຕົ້ນຄາຍປະດັບ - ສິ່ງທີ່ຂາດບໍ່ໄດ້ໃນຍາມບຸນປີໃໝ່ປະຈຳຊາດ ຫວຽດນາມ - ảnh 15ແຕ່ຫຼາຍປີມານີ້ເມື່ອບຸນເຕັດວຽນມາ ສອງຜົວເມຍປ້າຮ່ວາງທິງາ ຢູ່ເມືອງໄຕໂຮ່ ຮ່າໂນ້ຍ ກໍ່ໄດ້ໄປຊອກຊື້ຕົ້ນຄາຍປະດັບທີ່ສວຍງາມມາວາງໃນເຮືອນ. ປ້າງາມີທັດສະນະທີ່ວ່າ ສີແດງຂອງດອກຄາຍເປັນສັນຍາລັກໃຫ້ແກ່ຄວາມອົບອຸ່ນໃນຍາມລະດູບານໃໝ່, ຄວາມໂຊຄກດີ, ຄວາມສຸກ ແລະ ຄວາມຈະເລີນ.

ຕອບກັບ