ວັນ​ທີ 5 ກໍ​ລະ​ກົດ, ຫວຽດ​ນາມ ຢັ້​ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 1.000 ຄົນ

Chia sẻ
(VOVWORLD) -ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນໄດ້ເກືອບ 206,8 ລ້ານໂດສ. 
ວັນ​ທີ 5 ກໍ​ລະ​ກົດ, ຫວຽດ​ນາມ ຢັ້​ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 1.000 ຄົນ - ảnh 1ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນ (ພາບ: Ta Nguyen)

ວັນທີ 5 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 1.000 ຄົນ (989 ຄົນ) ແລະ ມີຜູ້ເສຍຊີວິດ 1 ຄົນ. ໃນວັນດຽວກັນ, ມີຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ 9.759 ຄົນ, ຍົກຈຳນວນຜູ້ທີ່ຫາຍດີແລ້ວຂຶ້ນເປັນ 9.724.922 ຄົນ. 

ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນໄດ້ເກືອບ 206,8 ລ້ານໂດສ. 

ຕອບກັບ