ໝາກກ້ຽງ ຮືງອຽນ ເຄື່ອງໝາຍການຄ້າທີ່ມີຊື່ສຽງນຳມາເຊິ່ງມູນຄ່າເສດຖະກິດສູງ

Anh Huyen
Chia sẻ

(VOVWORLD) -ຮືງອຽນ ແມ່ນແຂວງຫນຶ່ງຕັ້ງຢູ່ໃຈກາງເຂດທົ່ງພຽງແມ່ນ້ຳແດງທາງພາກເຫນືອຫວຽດນາມ ຫ່າງຈາກນະຄອນຫລວງ ຮ່າໂນ້ຍ ທາງທິດຕາເວັນຕົກປະມານ 50 ກິໂລແມັດ. ດິນຟ້າອາກາດເອື້ອອຳນວຍຄວາມສະດວກ ແລະ ດິນສັນດອນທີ່ອຸດົມສົມບູນ ໄດ້ສ້າງເງື່ອນໄຂໃຫ້ແຂວງ ຮືງອຽນ ປູກຜັກພືດ, ຕົ້ນໄມ້ກີນໝາກໃຫ້ແຕກດອກອອກຜົນຕະຫລອດປີ. ໝາກກ້ຽງຮືງອຽນ ແມ່ນຜົນໝາກໄມ້ພິເສດຂອງທ້ອງຖິ່ນ ສ້າງເປັນເຄື່ອງໝາຍການຄ້າທີ່ມີຊື່ສຽງ ແລະ ນຳມາເຊິ່ງມູນຄ່າເສດຖະກິດສູງ.

ໝາກກ້ຽງ ຮືງອຽນ  ເຄື່ອງໝາຍການຄ້າທີ່ມີຊື່ສຽງນຳມາເຊິ່ງມູນຄ່າເສດຖະກິດສູງ - ảnh 1 ສວນໝາກກ້ຽງ ຮືງອຽນ 

ພາບ:vietnam+

ໝາກກ້ຽງ ຮືງອຽນ ແມ່ນໝາກໄມ້ປະເພດຫນຶ່ງເປັນຫລັກ ແລະ ມີຄຸນນະພາບສູງຂອງແຂວງ ຮືງອຽນ ແລະ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກໃນຫລາຍປີແລ້ວ. ປະຈຸບັນ ທົ່ວແຂວງ ມີເນື້ອທີ່ປູກຕົ້ນໄມ້ກິນໝາກຊະນິດຕ່າງໆ ແມ່ນປະມານ 24.000 ເຮັກຕາ, ໃນນັ້ນ ປະມານເກືອບ 15.000 ເຮັກຕາ ແມ່ນປູກຕົ້ນກ້ຽງ.

ຕາມການຕີລາຄາຂອງນັກຊ່ຽວຊານດ້ານໂພຊະນາການແລ້ວ ໝາກກ້ຽງ ຮືງອຽນ ມີທາດບຳລຸງຄົບຊຸດ ແລະ ມີກີ່ນຫອມພິເສດສະເພາະ, ລົດຊາດກໍ່ຫວານອີກດ້ວຍ.

ເອື້ອຍ ຫວູເລ້ຖູຍ ຜູ້ບໍລິໂພກ ໃຫ້ຮູ້ວ່າ:

“ຢູ່ ຫວຽດນາມ ປະຈຸບັນ ໝາກກ້ຽງມີຫລາຍຊະນິດ ແລະ ຍັງບໍ່ທັນເວົ້າເຖິງໝາກກ້ຽງນຳເຂົ້າຈາກຕ່າງປະເທດອີກ. ສະເພາະ ໝາກກ້ຽງປູກຢູ່ພາຍໃນປະເທດກໍ່ມີຫລາຍຄື: ໝາກກ້ຽງ ກາວຟອງ ຢູ່ ແຂວງ ຮ່ວາບີງ, ໝາກກ້ຽງ ວີງ ເງ້ອານ, ໝາກກ້ຽງ ຢ໋ຽນ ຮ່າໂນ້ຍ. ເຖິງຢ່າງໃດກໍຕາມ ໝາກກ້ຽງ ຮືງອຽນ ນັບມື້ນັບດຶງດູດຜູ້ບໍລິໂພກເປັນຈຳນວນຫລວງຫລາຍ. ເມື່ອຮອດລະດູການເກັບກູ້, ຂ້າພະເຈົ້າເຄີຍມາຊື້ນັບສີບໆກິໂລກາມມາໃຫ້ຄອບຄົວ ພິເສດໃນບຸນປີໃຫມ່ປະຈຳຊາດ ແມ່ນຍິ່ງຊື້ຫລາຍກວ່າ.”

  ຢູ່ ຕະຫລາດຂາຍຍົກທີ່ ຮ່າໂນ້ຍ, ຕາມບັນດາເຈົ້າຂອງຮ້ານຂາຍໝາກໄມ້ແລ້ວ, ໝາກກ້ຽງ ຮືງອຽນ ແມ່ນໝາກໄມ້ຊະນິດຫນຶ່ງ ຈຳຫນ່າຍໄດ້ຫລາຍພໍສົມຄວນ. ປ້າ ຫງວຽນທິເຮືອງ ຂາຍໝາກໄມ້ຢູ່ ຕະຫລາດ ເບື໋ອຍ ຮ່າໂນ້ຍໃຫ້ຮູ້ວ່າ:

“ໝາກກ້ຽງ ຮືງອຽນ ແມ່ນໝາກໄມ້ມີຄຸນນະພາບສູງ, ກິນແຊບ, ຫວານ, ຫອມ ລາຄາເພາະສົມ ສະນັ້ນ ຈຶ່ງຂາຍໄດ້ຫລາຍ. ມີລູກຄ້າຫລາຍຄົນນິຍົມຊື້. ເມື່ອຮອດລະດູການ ຂ້າພະເຈົ້າຂາຍໄດ້ເປັນຈຳນວນຫລາຍ

ແຕ່ລະປີ ເມື່ອຮອດກາງເດືອນພະຈິກ, ຜູ້ປູກຕົ້ນກ້ຽງ ເລີ່ມເກັບກູ້ໝາກກ້ຽງ. ມີພໍ່ຄ້າຊາວຂາຍຢູ່ ພາຍໃນ ແຂວງ ແລະ ຕ່າງແຂວງ ຄື: ຮ່າໂນ້ຍ, ບັກນີງ, ຫາຍເຢືອງ.. ໄດ້ພາກັນມາສັ່ງຊື້ຢູ່ສວນ. ຕາມ ອ້າຍ ເຈີນວັນທາຍ, ເຈົ້າຂອງເຮືອນສວນ ຢູ່ ຕາແສງ ທໍ້ວີງ ເມືອງ ກີມດົງ ແຂວງ ຮືງອຽນ ໃຫ້ຮູ້ວ່າ: ຜູ້ບໍລິໂພກ ບໍ່ພຽງແຕ່ສົນໃຈເຖິງຄຸນນະພາບ, ຮູບແບບ ເທົ່ານັ້ນ ຫາກຍັງສົນໃຈເຖິງຂັ້ນຕອນການຜະລິດປອດສານພິດ, ມີຄວາມປອດໄພອີກດ້ວຍ. ສະນັ້ນ ຂັ້ນຕອນ ການຜະລິດຢູ່ໃນສວນຂອງອ້າຍ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະ ນຳໃຊ້ບັນດາມາດຕະການວິທະຍາສາດເຕັກນິກ.

ອ້າຍ ເຈີນກວາງວີງ ຕາແສງ ຕາມດາ ເມືອງຟູ່ກີ່ ແຂວງ ຮືງອຽນ ກໍ່ຢືນຢັນວ່າ ຢູ່ ເຮືອນສວນຂອງ ຄອບຄົວອ້າຍ ຕົ້ນກ້ຽງ ພວມແມ່ນຕົ້ນໄມ້ກິນໝາກປະເພດຫນຶ່ງທີ່ເປັນຫລັກແຫລ່ງ ນຳມາເຊິ່ງ ມູນຄ່າລາຍຮັບສູງ ແລະ ໄດ້ປູກຕາມມາດຕະຖານ VietGap, ຮັບປະກັນຄຸນນະພາບ ຄວາມປອດໄພຂອງຜະລິດຕະພັນ.

ພວກຂ້າພະເຈົ້າບໍ່ນຳໃຊ້ທາດເລັ່ງ ຫລືສານໃດໆເພື່ອເຮັດໃຫ້ໝາກກ້ຽງງາມກວ່າ. ກ່ອນທີ່ເກັບກູ້ປະມານເດືອນຫນຶ່ງ -ເດືອນເຄ່ິງ ພວກຂ້າພະເຈົ້າບໍ່ນຳໃຊ້ຢາປາບສັດຕູພືດ.

ປະຈຸບັນ ຄາດວ່າ  ເນື້ອທີ່ປູກຕົ້ນກ້ຽງຂອງຮືງອຽນ ມີປະມານ 70% ພວມໄດ້ຮັບການປູກຕາມທິດປອດສານພິດ. ສະນັ້ນ ໝາກກ້ຽງ ຮືງອຽນ ນັບມື້ນັບໄດ້ຮັບຄວາມນິຍົມຊື້ຈາກຜູ້ບໍລິໂພກ. ເຖິງຢ່າງໃດກໍຕາມ, ມີພັນໝາກກ້ຽງຫລາຍຊະນິດທີ່ປູກຢູ່ບອ່ນອື່ນ  ມີລົດຊາດບໍ່ຄື ໝາກກ້ຽງ ຮືງອຽນ ໄດ້ປອມຍີ່ຫໍ້ ໝາກກ້ຽງ ຮືງອຽນ ເພື່ອຂາຍຢູ່ຕະຫລາດ. ສະນັ້ນ ໃນໄລຍະຍາວ ຄວນມີມາດຕະການເພື່ອຮັກສາ, ປົກປ້ອງເຄື່ອງໝາຍ ໝາກກ້ຽງ ຮືງອຽນ. ທ່ານ ຫງວຽນວັນເທີ ຫົວຫນ້າພະແນກອຸດສາຫະກຳ ການຄ້າ ຮືງອຽນ ໃຫ້ຮູວ່າ:

“ທຳອິດ ພວກຂ້າພະເຈົ້າໃຫ້ເສນາທິການສ້າງຕັ້ງບັນດາສະຫະກອນ, ເຕົ້າໂຮມບັນດາສະມາຊິກສະຫະກອນດີເດັ່ນ ເພື່ອແນະນຳຂັ້ນຕອນການຜະລິດ, ບົວລະບັດກໍ່ຄືຊອກຫາສົ້ນອອກໃຫ້ ໝາກກ້ຽງ ຮືງອຽນ. ໄລຍະຜ່ານມາ ແຕ່ລະເມືອງ ພວກຂ້າພະເຈົ້າໄດ້ຜັນຂະຫຍາຍການສ້າງຕັ້ງ 10 ສະຫະກອນ. ນີ້ແມ່ນຫນຶ່ງໃນບັນດາມາດຕະການຊ່ວຍຮັກສາລາຄາໃຫ້ເປັນປົກກະຕິ. ພ້ອມກັນນັ້ນ ພະແນກ ອຸດສາຫະກຳ ການຄ້າ ຍູ້ແຮງ ວຽກງານໂຄສະນາ ແລະ ສົ່ງເສີມການຄ້າເພື່ອໃຫ້ຜູ້ບໍລິໂພກນັບມື້ນັບຮູ້ຈັກເຖິງຜະລິດຕະພັນ ໝາກກ້ຽງ ຮືງອຽນ ຢ່າງແທ້ຈິງ”

ໝາກກ້ຽງ ຮືງອຽນ  ເຄື່ອງໝາຍການຄ້າທີ່ມີຊື່ສຽງນຳມາເຊິ່ງມູນຄ່າເສດຖະກິດສູງ - ảnh 2

ໝາກກ້ຽງຮືງອຽນ ໄດ້ຮັບການບົວລະບັດຕາມມາດຕະຖານ VietGap

ພາບ:vietnam+

ຫວັງວ່າ ໃນອະນາຄົດບໍ່ໄກນີ້ ເມື່ອໄປທ່ອງທ່ຽວ ຮືງອຽນ ຈະ ມີສະຖານທີ່ທ່ອງທ່ຽວແຫ່ງຫນຶ່ງຕື່ມອີກ ຊ່ວຍໃຫ້ນັກທ່ອງທ່ຽວ ມີໂອກາດຢ້ຽມຊົມສວນປູກຕົ້ນກ້ຽງ ແລະໄດ້ຊີມໝາກກ້ຽງພິເສດຂອງເຂດທົ່ງພຽງແມ່ນ້ຳແດງອີກດ້ວຍ.

ຕອບກັບ