ໝູນໃຊ້ ເຕັກໂນໂລຊີດີຈີຕອນ: ທ່າອ່ຽງພັດທະນາທີ່ຈຳເປັນຢ່າງແນ່ນອນ

Ng Hang +Ba Thi
Chia sẻ

(VOVWORLD) -ໝູນໃຊ້ລະບົບຖານດີຈີຕອນ (Digital Platform) ໄດ້ຮັບການຕີລາຄາວ່າ ແມ່ນທ່າອ່ຽງທີ່ຈຳເປັນຢ່າງແນ່ນອນໃນສະພາບການປະຕິວັດເຕັກໂນໂລຊີ 4.0 ຍ້ອນມັນສ້າງກາລະໂອກາດດຳເນີນທຸລະກິດໃຫມ່, ຍົກສູງທ່າໄດ້ປຽບການແກ້ງແຍ່ງແລະຫັນການບໍລິຫານວິສາຫະກິດໃຫ້ດີສຸດ. ໃນສະພາບໂລກລະບາດໂຄວິດ 19 ພວມຜັນແປຢ່າງສັບສົນຊີ້ໃຫ້ເຫັນວ່າບັນດາວິສາຫະກິດທີ່ມີຄວາມເປັນເຈົ້າການໃນການຮັບມືແລະນຳໃຊ້ບັນດາທ່າອ່ຽງເຕັກໂນໂລຊີເປັນຢ່າງດີນັ້ນ ເຂົາເຈົ້າໄດ້ຜ່ານຜ່າຄວາມຫຍຸ້ງຍາກບືນຂຶ້ນປະສົບຜົນສຳເລັດ ແລະນັບມື້ນັບພັດທະນາດີ.

ໝູນໃຊ້ ເຕັກໂນໂລຊີດີຈີຕອນ: ທ່າອ່ຽງພັດທະນາທີ່ຈຳເປັນຢ່າງແນ່ນອນ - ảnh 1ພາບປະກອບ:moit.gov.v

ໂດຍແມ່ນວິສາຫະກິດເຄື່ອນໄຫວໃນຂົງເຂດຕ່ຳແຜ່ນຕັດຫຍິບ ດ້ວຍໃບສັ່ງຊື້ສິນຄ້າສົ່ງອອກຈາກບັນດາປະເທດໃນໂລກຫລາຍສະບັບ, ໃນຫລາຍປີຜ່ານມາ, ບໍລິສັດໃຫຍ່ຕັດຫຍິບເລກ 10 ຍາມໃດກໍ່ກຳນົດເລື່ອງຍູ້ແຮງການໝູນໃຊ້ເຕັກໂນໂລຊີດີຈີຕອນແມ່ນທິດເດີນທີ່ຂາດບໍ່ໄດ້ຢ່າງແນ່ນອນ. ທ່ານເທີນດຶກວຽດຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ຕັດຫຍິບເລກ 10 ໃຫ້ຮູ້ວ່າ: ເລື່ອງໝູນໃຊ້ ຊອບແວບໍລິຫານແບບອັດຕະໂນມັດໃນການຜະລິດໄດ້ຊ່ວຍຍົກສູງປະສິດທິຜົນແລະສະມັດຕະພາບແຮງງານຂອງວິສາຫະກິດ.

ນອກຈາກການລົງທຶນໝູນໃຊ້ເຕັກໂນໂລຊີແລະເຄື່ອງຈັກ, ອຸປະກອນທັນສະໄຫມແລ້ວ, ບໍລິສັດໃຫຍ່ຕັດຫຍິບເລກ 10 ຍັງຍູ້ແຮງການລົງທຶນຊອບແວນຳໃຊ້ໃນການອອກແບບການຕັດຫຍິບຜ່ານນັ້ນກໍຊ່ວຍຫລຸດຜ່ອນເວລາແລະລາຍຈ່າຍໄດ້ຫລາຍພໍສົມຄວນ.  ທ່ານເທີນດຶກວຽດແບ່ງປັນວ່າ:

“ໃນເຕັກໂນໂລຊີພັດທະນາການອອກແບບເຄື່ອງຕັດຫຍິບຂອງຂະແຫນງເຕັກໂນໂລຊີອາພອນສະໄຫມ ກ່ອນນີ້ 3 ປີ, ບໍລິສັດໃຫຍ່ຕັດຫຍິບເລກ 10ພວກຂ້າພະເຈົ້າໄດ້ລົງທຶນຊອບແວ 3D. ການອອກແບບໃຫ້ເຄື່ອງຕັດຫຍິບແລະກວດແບບເຄື່ອງລ້ວນແຕ່ໄດ້ປະຕິບັດຜ່ານຊອບແວ 3D ນີ້, ພວກຂ້າພະເຈົ້າໝູນໃຊ້ ແລະປະຢັດເວລາ, ລາຍຈ່າຍຂົນສົ່ງແບບເຄື່ອງຈາກບໍລິສັດໄປຍັງອາເມລິກາ, ຍີ່ປຸ່ນ, ເອີລົບ.. ໄດ້ຫລາຍພໍສົມຄວນ”

ກໍ່ມີທັດຂໍ້ສັງເກດເຊັ່ນດຽວກັນ, ທ່ານນາງຫງວຽນທິຮົ່ງຈາງ, ຮອງຜູ້ອຳນວຍການບໍລິສັດTSJ 365VietNam ຢັ້ງຢືນວ່າ: ຖ້າບໍ່ກຳແຫນ້ນທ່າອ່ຽງເຕັກໂນໂລຊີໃຫມ່, ວິສາຫະກິດຈະຍາກທີ່ຄົງຕົວແລະພັດທະນາໄດ້, ເປັນຕົ້ນໃນສະພາບຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19.

“ຖ້າຫາກວ່າພວກເຮົາບໍ່ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ພວກເຮົາຈະຖືກຜົນສະທ້ອນຢ່າງແຮງເຖິງການເຄື່ອນໄຫວຫລາຍຢ່າງຂອງວິສາຫະກິດ. ເພາະວ່າປະຈຸບັນໃນໂລກເຂົາເຈົ້າພວມນຳຫນ້າ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ພວກເຮົາບໍ່ໝູນໃຊ້ ພວກເຮົາຈະຖືກຖອຍຫລັງກໍ່ຄືບໍ່ສາມາດກຳໄດ້ທ່າອ່ຽງຂອງໂລກ”

ໝູນໃຊ້ ເຕັກໂນໂລຊີດີຈີຕອນ: ທ່າອ່ຽງພັດທະນາທີ່ຈຳເປັນຢ່າງແນ່ນອນ - ảnh 2ຜະລິດເຄື່ອງຕ່ຳແຜ່ນຕັດຫຍິບຢູ່ ບໍລິສັດຕັດຫຍິບເລກ 10 (ພາບປະກອບ:TTXVN)

ຕາມບົດລາຍງານ“e-Conomy SEA 2020”(ໂຄງການໂດຍແມ່ນ Google ແລະTemasekຂອງສິງກະໂປ ສົມທົມກັນປະຕິບັດດ້ວຍຈຸດປະສົງສະຫນອງຂໍ້ມູນຂ່າວສານກ່ຽວກັບພື້ນຖານເສດຖະກິດອິນເຕັດແນັດ ອາຊີຕາເວັນອອກສ່ຽງໃຕ້), ຫວຽດນາມພ້ອມກັບອິນໂດເນເຊຍແມ່ນສອງປະເທດມີລະດັບການເຕີໂຕເສດຖະກິດດີຈີຕອນແຖວຫນ້າຂອງພາກພື້ນອາຊຽນດ້ວຍການເຕີບໂຕສະເລ່ຍ 27%ໃນໄລຍະ2015-2020. ເປັນຫນ້າສົນໃຈເຖິງວ່າຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ 19 ກໍຕາມ,ແຕ່ຂອບຂະຫນາດເສດຖະກິດດີຈີຕອນຂອງຫວຽດນາມຍັງຄົງບັນລຸລະດັບ 14 ຕື້ USD ປະກອບສ່ວນ 5,2% ໃຫ້ແກ່ GDP, ໃນນັ້ນບັນດາຂະແຫນງເຕັກໂນໂລຊີຂໍ້ມູນຂ່າວສານ, ການຄ້າເອເລັກໂຕນິກ, ໂທລະຄົມມະນາຄົມມີຄວາມພັດທະນາຢ່າງແຮງ.

ຕາມບັນດາຜູ້ຊ່ຽວຊານແລ້ວ, ເສດຖະກິດດີຈີຕອນພັດທະນາຢ່າງແຮງດ້ວຍຂອບຂະຫນາດທົ່ວໂລກພວມສ້າງບັນດາກາລະໂອກາດທີ່ດີໃຫ້ແກ່ເສດຖະກິດຫວຽດນາມ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບບັນດາກາລະໂອກາດນັ້ນ, ເສດຖະກິດດີຈີຕອນທົ່ວໂລກກໍ່ສ້າງບັນດາສິ່ງທ້າທາຍ, ຮຽກຮ້ອງຫວຽດນາມຕ້ອງມີບັນດາຍຸດທະສາດແລະການດັດປັບໃຫ້ເໝາະສົມ. ທ່ານເລຮົ່ງຮ່າຮອງປະທານສະຫະສະມາຄົມຄອມພິວເຕີຫວຽດນາມຖືວ່າ:

“ກ່ຽວກັບກຳລັງຄວາມສາມາດໝູນໃຊ້ເຕັກໂນໂລຊີນັ້ນຊາວຫວຽດນາມອາດຈະເຮັດໄດ້ຫລາຍສິ່ງຫລາຍຢ່າງແຕ່ກໍ່ປະສົບກັບບາງຄວາມຫຍຸ້ງຍາກ, ຮຽກຮ້ອງຕ້ອງມີການລົງທຶນໝາຍຄວາມວ່າຕ້ອງມີແຫລ່ງກຳລັງແຮງ. ທີສອງຕ້ອງມີການກຳນົດດ້ານນິຕິກຳ, ການສະຫນັບສະຫນູນຂອງສັງຄົມເວລານັ້ນຈຶ່ງພັດທະນາໄດ້.”

ຄວາມຈິງຊີ້ໃຫ້ເຫັນວ່າສະມັດຕະພາບແຮງງານປະຈຸບັນໄດ້ຍົກສູງຂຶ້ນຫລາຍສົມຄວນຍ້ອນມີຄວາມກ້າວຫນ້າດ້ານວິທະຍາສາດເຕັກນິກແລະຜົນງານຂອງການປະຕິວັດອຸດສາຫະກຳ 4.0. ບັນດາປະເທດໝູນໃຊ້ຜົນງານດ້ານວິທະຍາຍາດເຕັກໂນໂລຊີສູງ ລ້ວນແຕ່ບັນລຸສະມັດຕະພາບແຮງງານສູງ, ພັດທະນາຢ່າງວ່ອງໄວແລະຍືນຍົງ. ໂດຍຮັບຮູ້ໄດ້ຄວາມສຳຄັນຂອງບັນຫານີ້ ຫວຽດນາມໄດ້ ແລະພວມມີຫລາຍບາດກ້າວເດີນໃນການເປັນເຈົ້າການ ເພື່ອໝູນໃຊ້ບັນດາຜົນປະໂຫຍດອັນໃຫຍ່ຫລວງຈາກການປະຕິວັດ 4.0 ຢ່າງມີປະສິດທິຜົນ, ປະຕິບັດ ການຫັນເປົ້າໝາຍເປັນປະເທດອຸດສາຫະກຳພັດທະນາໃຫ້ປະກົດຜົນເປັນຈິງ.

ຕອບກັບ