ໄວ​ໜຸ່ມ ແລະ ຄວາມ​ຄາດ​ຫວັງ​ startup

Vinh Phong – Ta Lan
Chia sẻ
(VOVWORLD) -ຍິ່ງກວ່າເວລາໃດໝົດ,  ການ “startup - ເລີ່ມຕົ້ນທຸລະກິດ” ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ຄືໃນເວລາມໍ່ໆມານີ້. ຂະບວນການດັ່ງກ່າວຢູ່ ຫວຽດນາມ ພວມຟົດຟື້ນ ແລະ ເຕັມໄປດ້ວຍພະລັງຊີວິດຂອງຄົນລຸ້ນໜຸ່ມ ນັບແຕ່ເຂດຕົວເມືອງຕະຫຼອດຮອດເຂດຊົນນະບົດ ຢູ່ທົ່ວທຸກເຂດພາກໃນທົ່ວປະເທດຫວຽດນາມ. ນີ້ກໍແມ່ນສັນຍານທີ່ດີ ແລະ ສະແດງໃຫ້ເຫັນຄວາມຄາດຫວັງສ້າງຄວາມຮັ່ງມີຈາກສອງຝາມື ແລະ ຫົວຄິດປະດິດສ້າງຂອງຄົນລຸ້ນໜຸ່ມ ແມ່ນນັບມື້ນັບເພີ່ມຂຶ້ນ.

ໂດຍຮຽນຈົບຂະແໜງບໍລິຫານທຸລະກິດ, ມະຫາວິທະຍາໄລ ກຸຍເຍິນ, ທ້າວ ຫງວຽນເຊິນຕິ້ງ ທີ່ເກີດ ຢູ່ດິນແດນແຫ່ງໝາກພ້າວ ເມືອງ ຮວ່າຍເຍິນ, ແຂວງ ບິ່ງດິ້ງ  ໄດ້ຕັດສິນໃຈກັບເມືອບ້ານເກີດເມືອງນອນເພື່ອ startup ດ້ວຍບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຈາກກາບດອກໝາກແຫ້ງ. ຕົ້ນປີ 2020, ຕິ້ງ ໄດ້ຕັດສິນໃຈສ້າງຕັ້ງບໍລິສັດ ດ້ວຍຄວາມປາດຖະໜາ ຈະຜະລິດອອກບັນດາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ, ຈຳກັດຢາງພະລາດສະຕິກເສດເຫຼືອ. ຈາກກາບດອກໝາກທີ່ປະຊາຊົນໄດ້ປະຖີ້ມ, ຕິ້ງໄດ້ຫັນມັນກາຍເປັນບັນດາຜະລິດຕະພັນທີ່ເປັນເອກະລັກຄື: ບ່ວງ, ຖ້ວຍ, ຖາດໃສ່ເຂົ້າ… ບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດພັດທະນາເທົ່ານັ້ນ, ໂຄງການ startup ຂອງ ຫງວຽນເຊິນຕິ້ງ ຍັງປະກອບສ່ວນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນອີກດ້ວຍ.

ໄວ​ໜຸ່ມ ແລະ ຄວາມ​ຄາດ​ຫວັງ​ startup - ảnh 1ທ້າວ ຫງວຽນເຊິນຕິ້ງ ຫັນກາບດອກໝາກກາຍເປັນບັນດາຜະລິດຕະພັນທີ່ເປັນເອກະລັກຄື: ບ່ວງ, ຖ້ວຍ, ຖາດໃສ່ເຂົ້າ (ພາບ: ພະແນກວິທະຍາສາດ - ເຕັກໂນໂລຢີ ແຂວງ ບິ່ງດິ້ງ)

ແບ່ງປັນກ່ຽວກັບວິວັດການ startup ທີ່ບໍ່ຄ່ອຍງ່າຍດາຍປານໃດນີ້, ຫງວຽນເຊິນຕິ້ງ, ຜູ້ອຳນວຍການບໍລິສັດ Equana  ຫວຽດນາມ ຈຳກັດ ໃຫ້ຮູ້ວ່າ: ບັນດາບໍລິສັດ startup ຄື Equana ຕ່າງກໍມີຄວາມປາດຖະໜາໄດ້ຮັບຄວາມເອົາໃຈໃສ່ຈາກບັນດາຄະນະ, ຂະແໜງການ, ອຳນາດການປົກຄອງ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດລົງທຶນ, ຊື້ເຄື່ອງຈັກ, ເຊົ່າທີ່ດິນ ເພື່ອປູກຕົ້ນໝາກເປັນແຫຼ່ງສະໜອງວັດຖຸດິບ.  ທ້າວ ຫງວຽນເຊິນຕິ້ງ ແບ່ງປັນວ່າ:

“ແຫຼ່ງວັດຖຸດິບຄື ກາບດອກໝາກແຫ້ງ ຢູ່ ບິ່ງດິ້ງ ແມ່ນມີຈຳນວນຫຼາຍ. ເຖິງຢ່າງໃດກໍຕາມ, ການລົງທຶນເຄື່ອງຈັກ, ໂຮງຈັກ ຍັງປະສົບກັບຄວາມຫຍຸ້ງຍາກຢູ່ ຍ້ອນການຂາດແຫຼ່ງເງິນທຶນ. ພ້ອມກັນນັ້ນ, ເຄື່ອງຈັກກໍຕ້ອງນຳເຂົ້າຈາກຕ່າງປະເທດ”.

ໂດຍເລີ່ມມາຈາກຜົນການຄົ້ນຄວ້າ “ສະກັດທາດ isoflavone ໃນກາວເຄືອຂາວຂອງ ຫວຽດນາມ” ຂອງ ສະຖາບັນເຄມີສາດ (ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ), ນາງ ດ່າວແອ໊ງເວິນ ຍາມໃດກໍຝັກໄຝ່ເຮັດແນວໃດນຳບັນດາຜະລິດຕະພັນຈາກຜົນງານດັ່ງກ່າວໃຫ້ກາຍເປັນການຄ້າ. ດ້ວຍຄວາມເມົາມົວໃນການ startup, ນາງເວິນ ແລະ ນາງ ຫງວຽນທິງວານ, ຜູ້ຮັບຜິດຊອບໂຄງການຄົ້ນຄວ້າດັ່ງກ່າວ ແລະ ກໍແມ່ນປະລິນຍາເອກໜຸ່ມ ໄດ້ຕົກລົງຮ່ວມມືກັນ ພ້ອມກັນ startup ແລະ ຊ່ວຍທຳຄວາມດຸ່ນດ່ຽງຮອກໂມນຂອງເພດຍິງ ແລະ ສ້າງຕັ້ງບໍລິສັດຫຸ້ນສ່ວນການຢາ VIG Biopharm. ນາງ ດ່າວແອັ໊ງເວິນ ແບ່ງປັນວ່າ:

“ມີຫຼາຍໂຄງການຄົ້ນຄວ້າທີ່ມີຄວາມໝາຍ ແລະ ມູນຄ່າເສດຖະກິດ ຂອງບັນດານັກວິທະຍາສາດ ໄດ້ຮັບການກວດກາຢັ້ງຢືນ  ແຕ່ຍັງບໍ່ທັນໄດ້ຜັນຂະຫຍາຍໃນຕົວຈິງ. ເພາະສະນັ້ນ, ຂ້າພະເຈົ້າ ຍາມໃດກໍຄິດຢູ່ໃນໃຈ ແລະ ປາດຖະໜາວ່າ ເຮັດແນວໃດເພື່ອນຳບັນດາຜະລິດຕະພັນເຫຼົ່ານັ້ນ ໄດ້ວາງຂາຍຢູ່ຕະຫຼາດ, ຜູ້ບໍລິໂພກໄດ້ສຳຜັດ ແລະ ພັດທະນາຢ່າງທົ່ວເຖິງ”.

ໄວ​ໜຸ່ມ ແລະ ຄວາມ​ຄາດ​ຫວັງ​ startup - ảnh 2ຟ້າມຮວ່າງຫ໋າຍ ແນະນຳກ່ຽວກັບ ໂປຼແກຼມ AntiMatlab (ພາບ: thanhnien.vn)

ດ້ວຍຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງສັງຄົມທີ່ປອດໄພກວ່າໃຫ້ແກ່ໝົດທຸກຄົນ, ຟ້າມຮວ່າງຫ໋າຍ ພ້ອມດ້ວຍທິມງານຂອງຕົນ ໄດ້ຄົ້ນຄວ້າ ແລະ ພັດທະນາໂຄງການ AntiMatlab. ນັ້ນແມ່ນໝູນໃຊ້ການນຳໃຊ້ພູມປັນຍາທຽມ (AI) ເພື່ອກວດຫາບັນດາກໍລະນີທີ່ລະເມີດຄວາມເປັນລະບຽບຮຽບຮ້ອຍໃນເຂດຊຸມຊົນ ຫຼື ອາຄານ… ເຊິ່ງລວມມີ: ການກວດເຫັນກໍລະນີກໍ່ຄວາມປຸກປັ່ນ, ການໃຊ້ຄວາມຮຸນແຮງ, ອຸບັດຕິເຫດ. ຫ໋າຍ ແລະ ຄູ່ຮ່ວມມື ໄດ້ ແລະ ກຳລັງນຳໃຊ້ໂປຼແກຼມ AntiMatlab ເຂົ້າໃນຊີວິດຕົວຈິງ, ອັນໄດ້ສະໜອງມາດຕະການອັດສະລິຍະໃຫ້ແກ່ຕຶກອາຄານ ແລະ ເຂດຊຸມຊົນຢູ່ ຮ່າໂນ້ຍ.  ຟ້າມຮວ່າງຫ໋າຍ ແບ່ງປັນວ່າ:

“ພວກນ້ອງມີຄວາມປາດຖະໜາວ່າ ໂປຼແກຼມຂອງຕົນຈະສາມາດປະກອບສ່ວນໃຫ້ແກ່ສັງຄົມ, ຊ່ວຍສັງຄົມໃຫ້ມີຄວາມປອດໄພກວ່າ”.

ເມື່ອຢັ້ງຢືນກ່ຽວກັບຄຸນນະພາບ startup ຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ທ່ານ ຟ້າມງອກຮຸຍ, ຜູ້ອຳນວຍການໂຄງການ Vietnam Silicon Valley, ເຊິ່ງເປັນໜຶ່ງໃນບັນດາຫົວໜ່ວຍໜູນຊ່ວຍການ startup ຖືວ່າ: ແຫຼ່ງກຳລັງສັງຄົມໜູນຊ່ວຍບັນດາໂຄງການ startup ກໍນັບມື້ນນັບຫຼາກຫຼາຍ ແລະ ອຸດົມສົມບູນກວ່າ.

“ຄຸນນະພາບຂອງບັນດາໂຄງການ startup ຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ ແລະ ຂໍ້ມູນການສ້າງຕັ້ງວິສາຫະກິດນັບມື້ນັບຫຼາຍຂຶ້ນ. ນອກຈາກນັ້ນ, ເຂົາເຈົ້າກໍໄດ້ຮັບການໜູນຊ່ວຍ ແລະ ການຮ່ວມເດີນທາງ ບໍ່ພຽງແຕ່ຈາກລັດຖະບານ ເທົ່ານັ້ນ ຫາກຍັງມີບັນດາກອງທຶນລົງທຶນຈາກຕ່າງປະເທດອີກດ້ວຍ”.

ທ້າວ ຫງວຽນເຊີນຕິ້ງ, ນາງດ່າວແອັ໊ງເວິນ ຫຼືວ່າ ທ້າວ ຟ້າວຮວ່າງຫາຍ ພຽງແຕ່ແມ່ນຈຳນວນໜ້ອຍໃນບັນດາເພື່ອນໜຸ່ມທີ່ໄດ້ ແລະ ພວມສະແດງໃຫ້ເຫັນກຳລັງປະດິດຄິດສ້າງ, ຄວາມສຸດຈິດສຸດໃຈ ແລະ ຄວາມເມົາມົວກັບການ startup. ປັດຈຸບັນ, ຈຳນວນວິສາຫະກິດ startup ປ່ຽນແປງໃໝ່, ປະດິດຄິດສ້າງຂອງ ຫວຽດນາມ ແມ່ນຫຼາຍກວ່າ 2.000 ແຫ່ງ. ນີ້ແມ່ນຕົວເລກທີ່ໜ້າປະທັບໃຈ, ອັນໄດ້ສະແດງໃຫ້ເຫັນຄວາມຄາດຫວັງບືນຕົວຂຶ້ນ, ສ້າງຄວາມຮັ່ງມີດ້ວຍພູມປັນຍາ, ການປະດິດຄິດສ້າງ ແລະ ກຳລັງແຮງໜຸ່ມຂອງ ຫວຽດນາມ./.

ຕອບກັບ