ແງ່ຫວັງຕັ້ງຫນ້າຂອງເສດຖະກິດ ຫວຽດນາມ ໃນໄລຍະກາງ ແລະ ຍາວ

Chia sẻ

(VOVWORLD) - Moody’s ແມ່ນອົງການຈັດອັນດັບຄວາມໄວ້ວາງໃຈສາກົນ ຫາກໍ່ດັດປັບຈັດແງ່ຫວັງເສດຖະກິດຂອງຫວຽດນາມ ຂຶ້ນເປັນອັນດັບຕັ້ງຫນ້າ. ພ້ອມກັນນັ້ນ Moody’s ກໍ່ຮັກສາອັນດັບຄວາມໄວ້ວາງໃຈແຫ່ງຊາດຂອງຫວຽດນາມ ຢູ່ໃນອັນດັບຄືເກົ່າ ແມ່ນ Ba3 ສຳລັບບັນດາບ້ວງເງິນດ້ວຍການຈຳໜ່າຍທະນະບັດສະກຸນເງິນພາຍໃນປະເທດ ແລະ ເງິນຕາຕ່າງປະເທດ ແລະ ບັນດາບ້ວງກູ້ຢືມຂັ້ນສູງທີ່ບໍ່ໄດ້ຮັບການຄຳ້ປະກັນ. Moody’s ກໍ່ຮັບຮູ້ໝາກຜົນແຫ່ງການບໍລິຫານນະໂຍບາຍມະຫາພາກ, ການເຂົ້າຮ່ວມຂອງທັງລະບົບການເມືອງ ກ່ຽວກັບຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ 19.

ຂໍ້ມູນຂອງກົມໃຫຍ່ສະຖິຕິ ປະກາດຫວ່າງແລ້ວນີ້ ໃຫ້ເຫັນວ່າ: ສະພາບການເສດຖະກິດຂອງຫວຽດນາມ ໃນ 2 ເດືອນຕົ້ນປີ 2021 ມີສັນຍານຕັ້ງຫນ້າໃນຫລາຍຂະແຫນງ, ຂົງເຂດ. ສິ່ງນີ້ຈະປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຟື້ນຟູທ່າເຕີບໂຕເສດຖະກິດຂອງປະເທດຊາດໃນໄລຍະຈະມາເຖິງເມື່ອໂລກລະບາດໂຄວິດ 19  ຄ່ອຍໆໄດ້ຮັບການຄວບຄຸມ.   

ແງ່ຫວັງຕັ້ງຫນ້າຂອງເສດຖະກິດ ຫວຽດນາມ ໃນໄລຍະກາງ ແລະ ຍາວ - ảnh 1ການປຸງແຕ່ງປາຈາ ສົ່ງອອກ ຢູ່ ບໍລິສັດຫຸ້ນສ່ວນຂາອອກຂາເຂົ້າສິນໃນນ້ຳ ເກີນເທີ (ພາບ:TTXVN)

“ພວກຂ້າພະເຈົ້າຖືວ່າ ຫວຽດນາມ ຍັງຄົງຢູ່ໃນທ່ວງທ່າຟື້ນຟູເສດຖະກິດ. ສິ່ງນີ້ ແມ່ນມີມາແຕ່ໄຕມາດ 3,4 ຂອງປີ 2020  , ບັນດາສັນຍານດ້ານເສດຖະກິດອັນຕັ້ງຫນ້າຂອງໄຕມາດ 4 ປີ 2020 ໄດ້ສ້າງທ່ວງທ່າໃຫ້ແກ່ເດືອນມັງກອນປີ 2021 ບັນລຸການເຕີບໂຕດີພໍສົມຄວນ ພິເສດ ແມ່ນການສົ່ງອອກນຳເຂົ້າ ກ່ຽວກັບການລົງທຶນ, ກະສິກຳ ຫລື ສະພາບການລວມຂອງເຂດຜະລິດ.”

ທ່ານ ຫງວຽນກີມຮຸ່ງ, ຜູ້ຮັກສາການຫົວຫນ້າສະຖານບັນວິທະຍາສາດບໍລິຫານທຸລະກິດ ແລະ ເສດຖະກິດດີຈີຕອນ ຫວຽດນາມ ຖືວ່າ: ເລື່ອງຜັນຂະຫຍາຍການສັກຢາວັກຊີນກັນໂຄວິດ19 ໂດຍທົ່ວໄປ ໄດ້ນຳມາເຊິ່ງປະສິດທິຜົນ ກໍ່ຈະປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຟື້ນຟູທ່າເຕີບໂຕເສດຖະກິດ ຂອງຫວຽດນາມ ໃນປີນີ້ ແລະ ຊຸມປີຕໍ່ໄປ.                             

“ຂ້າພະເຈົ້າຄິດວ່າ ຖ້າຫາກລັດຖະບານ ຍັງຄົງສືບຕໍ່ປະຕິບັດບັນດາມາດຕະການຢ່າງຂ້ຽວຂາດ, ຄວບຄຸມໂລກລະບາດໂຄວິດ 19 ໄດ້ເປັນຢ່າງດີນັ້ນ, ການເຕີບໂຕ GDP ອາດຈະບັນລຸໄດ້ຢູ່ໃນລະດັບ 6% ແລະ ການເຕີບໂຕຂອງໄຕມາດ 1 ຈະເຫັນໄດ້ໃນເດືອນມັງກອນເລີຍ, ນັ້ນແມ່ນ ການປ່ອຍເງິນລົງທຶນຂອງລັດສືບຕໍ່ບັນລຸລະດັບດີ, ການລົງທຶນປ່ອຍເງິນ FDI ແລະ ການສົ່ງອອກກໍ່ບັນລຸໝາກຜົນດີ, ການເຕີບໂຕຂອງພື້ນຖານເສດຖະກິດບັນລຸລະດັບດີພໍສົມຄວນ. ຂ້າພະເຈົ້າຄິດວ່າ ເສດຖະກິດຈະຟື້ນຟູໃນເດືອນມີນາ, ເດືອນເມສານີ້”

ແງ່ຫວັງຕັ້ງຫນ້າຂອງເສດຖະກິດ ຫວຽດນາມ ໃນໄລຍະກາງ ແລະ ຍາວ - ảnh 2ທ່ານເຈີນຕວານທັງ ຫົວຫນ້າ ຄະນະຄາດຄະເນເສດຖະກິດ ແລະ ວິສາຫະກິດ
ພາບ: baochinhphu.vn

Moody’s ຄາດຄະເນຄວາມມານະພະຍາຍາມໃນການປັບປຸງສະພາບການເສດຖະກິດ, ນະໂຍບາຍງົບປະມານ, ການບໍລິຫານດ້ານການເງິນຢ່າງມີປະສິດທິຜົນ, ຜ່ານນັ້ນ ຈະປະກອບສ່ວນຊ່ວຍຫວຽດນາມ ຮັບຜົນປະໂຫຍດຈາກທ່າອ່ຽງສ້າງໂຄງປະກອບລະບົບສະຫນອງທົ່ວໂລກ ແລະ ຈະມີການກະທົບການປັບປຸງສຳເນົາເອກະສານດ້ານສິນເຊື່ອຂອງຫວຽດນາມ. ທ່ານ ໂດ໋ທາຍຮຶງ ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນລົງທຶນ Finpros ຖືວ່າ: ເລື່ອງ Moody’s ຍົກລະດັບແງ່ຫວັງຄວາມໄວ້ວາງໃຈແຫ່ງຊາດຂອງຫວຽດນາມ ຂຶ້ນລະດັບຕັ້ງຫນ້າຈະສ້າງສັນຍານອັນດີໃຫ້ແກ່ພື້ນຖານເສດຖະກິດ.

“ເຖິງວ່າ ໂລກໄດ້ຜ່ານຜ່າການຜັນປ່ຽນຢ່າງແຮງກໍຕາມ ແຕ່ກະແສເງິນໃນພື້ນຖານເສດຖະກິດຂອງຫວຽດນາມ ມີການໝູນວຽນເປັນຢ່າງດີ ພິເສດ ບັນດາທະນາຄານຍັງຄົງຮັກສາໄດ້ບັນດາຄາດໝາຍຄວາມປອດໄພດ້ານການເງິນ, ຄຽງຄູ່ກັນນັ້ນ ດັດຊະນີກຳໄລ ຫລື ຫນີ້ເສຍ ກໍ່ບໍ່ຖືກຜົນສະທ້ອນ, ຊ້ຳບໍ່ໜຳ ມີບາງທະນາຄານຍັງໄດ້ຮັບການປັບປຸງກ່ອນຊ່ວງເວລາເກີດໂລກລະບາດໂຄວິດ 19 ນີ້ແມ່ນຈຸດເດັ່ນໃຫຍ່ສຸດ ຊ່ວຍໃຫ້ Moody’s ມີພື້ນຖານເພື່ອເພີ່ມອັນດັບໄວ້ວາງໃຈຂຶ້ນ”

ທ່ານ ຫງວຽນຈິຮຽວ, ຜູ້ຊ່ຽວຊານການເງິນທະນາຄານ ຖືວ່າ: ໃນສະພາບການໂລກລະບາດໄດ້ຮັບການຄວບຄຸມເປັນຢ່າງດີ, ເລື່ອງ Moody’s ຍົກແງ່ຫວັງໄວ້ວາງໃຈແຫ່ງຊາດຂອງຫວຽດນາມ ຂຶ້ນລະດັບຕັ້ງຫນ້ານັ້ນ ແມ່ນໝາກຜົນທີ່ເປັນຫນ້າຮັບຮູ້, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງອົງການນີ້.

“ດ້ວຍແງ່ຫວັງ ຫວຽດນາມ ອາດຈະຟື້ນຟູພື້ນຖານເສດຖະກິດຢ່າງວ່ອງໄວກວ່າບັນດາປະເທດອື່ນ, ເລື່ອງ Moody’s ຍົກແງ່ຫວັງຄວາມໄວ້ວາງໃຈແຫ່ງຊາດແມ່ນສິ່ງແນ່ນອນ. ເຖິງຢ່າງໃດກໍຕາມ ການຈັດອັນດັບຄວາມໄວ້ວາງໃຈຂອງຫວຽດນາມ ຍັງຄົງຢູ່ໃນລະດັບຕ່ຳ ຄວນຕ້ອງຊອກວິທີເພື່ອໃຫ້ໄດ້ເຂົ້າໃນກຸ່ມທີ່ໄດ້ຮັບການສົ່ງເສີມການລົງທຶນ. ບັນຫາທີສອງ ໄລະຍຜ່ານມາ ລັດຖະບານປະສົບຜົນສຳເລັດໃນການຮັກສາພື້ນຖານເສດຖະກິດພັດທະນາ ແຕ່ວ່າ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ຍັງມີຫລາຍບັນຫາທີ່ພວກເຮົາຕ້ອງເອົາໃຈໃສ່”

ແງ່ຫວັງເສດຖະກິດຂອງຫວຽດນາມ ໃນໄລຍະຈະມາເຖິງ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ແຕ່ ຫວຽດນາມ ພວມສະແດງໃຫ້ເຫັນຄວາມສາມາດຟື້ນຕົວຢ່າງແຮງກວ່າບັນດາພື້ນຖານເສດຖະກິດທີ່ຄ້າຍຄືກັນ ແລະ ແງ່ຫວັງຂອງພື້ນຖານເສດຖະກິດໃນໄລຍະກາງ ແລະ ຍາວຍັງຕັ້ງຫນ້າຢູ່. ຫວຽດນາມ ພວມມີແງ່ຫວັງໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາທ່າອ່ຽງດ້ານການຄ້າ, ການລົງທຶນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.

ຕອບກັບ