ເຕີນກ໋າງໄຊງ່ອນ:ມານະພະຍາຍາມຢັ້ງຢືນເຄື່ອງໝາຍທ່າກຳປັ່ນ ຫວຽດນາມ

MaiCat+Ha Anh
Chia sẻ

(VOVWORLD) - ບົນພື້ນຖານບັນດາໝາກຜົນເປັນນ້າປະທັບໃຈທີ່ບັນລຸໄດ້ໃນປີ 2019, ປີ 2020, ບໍລິສັດໃຫຍ່ ເຕີນກ໋າງ ໄຊງ່ອນ ຕັດສິນໃຈ ຍົກກຳລັງຄວາມສາມາດແກ້ງແຍ້ງ, ສູ້ຊົນບັນລຸອັນດັບ 20 ໃນຕາຕະລາງຈັດອັນດັບບັນດາກຸ່ມທ່າກຳປັ່ນຕູ້ສິນຄ້າ (container) ທີ່ມີປະລິມານສິນຄ້າເຮັດລະບຽບການພາສີຫລາຍກວ່າໝູ່ໃນໂລກ, ເປັນການຢັ້ງຢືນເຄື່ອງໝາຍທ່າກຳປັ່ນທະເລຫວຽດນາມ.

ເຕີນກ໋າງໄຊງ່ອນ:ມານະພະຍາຍາມຢັ້ງຢືນເຄື່ອງໝາຍທ່າກຳປັ່ນ ຫວຽດນາມ - ảnh 1 ເຕີນກ໋າງໄຊງ່ອນ - ທ່າກຳປັ່ນ ກາດລາຍ (ພາບ: vneconomy.vn)

ໃນຊຸມມື້ຜ່ານມາ, ມີລົດບັນທຸກຕູ້ສິນຄ້າ ໄດ້ຕໍ່ແຖວຍາວຢູ່ໜ້າປະຕູ B ກາດລາຍ (ສັງກັດບໍລິສັດໃຫຍ່ ເຕີນກ໋າງໄຊງ່ອນ) ກະກຽມເຂົ້າທ່າກຳປັ່ນເພື່ອຮັບສິນຄ້າ. ການນຳ ເຕີນກ໋າງໄຊງ່ອນ ໃຫ້ຮູ້ວ່າ: ເພື່ອກຽມສິນຄ້າໃຫ້ບັນດາຄູ່ຮ່ວມມືມາຮັບຢ່າງທັນການນັ້ນ, ທາງບໍລິສັດ ຍາມໃດກໍ່ຊັບຊ້ອນກຳລັງແຮງງານເຮັດວຽກຕະຫລອດທັງວັນແລະຄືນ, ຂົນສິນຄ້າໄດ້ກວ່າ 54.600 TEU ຂອງ ກຳປັ່ນລຳໃຫຍ່ 55 ລຳ ສ່ວນຫລາຍແມ່ນກຳປັ່ນຂອງຕ່າງປະເທດ.

 ຢູ່ສູນບໍລິການ Logistics ເຕີນກ໋າງ, ບັນຍາກາດອອກແຮງງານທຳການຜະລິດຍາມໃດກໍ່ໄດ້ດຳເນີນໄປຢ່າງຮີບເຮັ່ງ. ແຕ່ລະມື້ ມີຜູ້ມາເຮັດລະບຽບການຮັບສົ່ງສິນຄ້າເປັນຈຳນວນຫລວງຫລາຍ. ທ່ານນາງ ໂຮ່ຮີ່ງແທງຮັ່ງ, ຮອງຜູ້ອຳນວຍການສູນບໍລິການ Logistics ຢືນຢັນວ່າ: ດ້ວຍຂອບຂະຫນາດມີລົດບັນທຸກ, ລົດບັນທຸກຕູ້ສິນຄ້າ ແລະເຮືອບັນທຸກກວ່າ 700 ຖ້ຽວເຄື່ອນໄຫວໃນທົ່ວປະເທດ ພ້ອມກັບຕະຫລາດ ລາວ ແລະ ກຳປູເຈຍ  ບວກກັບກຳລັງຄວາມສາມາດຄຸ້ມຄອງບໍລິຫານຢ່າງຂະຫຍັນຂັນເຄື່ອນ ແລະ ຍາມໃດກໍ່ມີການປ່ຽນໃຫມ່ຖັນແຖວພະນັກງານ, ສະນັ້ນ ອັດຕາສ່ວນບໍລິການຂົນສົ່ງສິນຄ້າຂອງພວກຂ້າພະເຈົ້າພວມເພີ່ມຂຶ້ນຫລາຍພໍສົມຄວນ.

         ຢູ່ ສູນບໍລິການ Logistics ເຕີນກ໋າງ, ພະນັກງານກຳມະກອນປ່ຽນກັນເຮັດວຽກຕະຫລອດ 24 ຊົ່ວໂມງ. ສະນັ້ນ ປີ 2020 ເມື່ອເປັນຫົວນ່ວຍຕາງນ້າໃຫ້ບັນດາບໍລິສັດຂຸດຄົ້ນທ່າກຳປັ່ນໃນທົ່ວປະເທດ, ສູນບໍລິການ Logistics ເຕີນກ໋າງ ໄດ້ພະຍາຍາມບັນລຸລາຍຮັບການເຕີບໂຕກວ່າ 6% ເມື່ອທຽບໃສ່ປີ 2019. ເຖິງຢ່າງໃດກໍຕາມ, ດ້ວຍທ່ວງທ່າ ແລະ ກຳລັງຄວາມສາມາດຂອງຕົນ ປີນີ້ ສູນຈະສູ້ຊົນບັນລຸການເຕີບໂຕກວ່າ 10%”

 ປີ 2019 ຜ່ານມາ, ປະລິມານ ຕູ້ສິນຄ້າ ຜ່ານລະບົບທ່າກຳປັ່ນຂຶ້ນກັບ ບໍລິສັດໃຫຍ່ ເຕີນກ໋າງໄຊງ່ອນ ເພີ່ມຂຶ້ນ 16,2%, ໄດ້ເພີ່ມຂຶ້ນ ຫນຶ່ງຂັ້ນໃນຕາຕະລາງຈັດອັນດັບບັນດາກຸ່ມທ່າກຳປັ່ນຕູ້ສິນຄ້າ ມີປະລິມານສິນຄ້າເຮັດລະບຽບການພາສີຫລາຍກວ່າໝູ່ໃນໂລກ. ພິເສດ ທ່າກຳປັ່ນ ເຕີນກ໋າງ ກາດລາຍ ຊຶ່ງແມ່ນ “ໝາກຫົວໃຈ” ໃນຕ່ອງໂສ້ການຜະລິດຂອງບໍລິສັດໃຫຍ່, ບັນລຸລະດັບສະຖິຕິປະຫວັດສາດ ດ້ວຍເຫດການຕ້ອນຮັບ TEU container ທີ 5 ລ້ານ ຜ່ານທ່າກຳປັ່ນໃນເດືອນທັນວາ, ເກັບພາສີຂາອອກຂາເຂົ້າຜ່ານທ່າກຳປັ່ນ ກາດລາຍ ບັນລຸກວ່າ 72.500 ຕື້ດົ່ງ, ເທົ່າກັບ 18,6% ຍອດການເກັບລາຍຮັບງົບປະມານຂອງນະຄອນ ໂຮ່ຈີມິນໃນປີ 2019.

: ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ບໍລິສັດໃຫຍ່ເຕີນກ໋າງໄຊງ່ອນ ໄດ້ ແລະ ພວມຕັດສິນໃຈປ່ຽນແປງໃຫມ່ ຕາມທິດນັບມື້ນັບຂະຫຍັນຂັນເຄື່ອນ ແລະ ປະສິດຄິດສ້າງ. ໃນນັ້ນ ສຸມໃສ່ໝູນໃຊ້ເຕັກໂນໂລຊີ ເພື່ອແນໃສ່ປະຢັດເວລາ ແລະ ລາຍຈ່າຍ ພ້ອມທັງສ້າງຄວາມສະດວກໃຫ້ແກ່ລູກຄ້າມາຮັບສົ່ງສິນຄ້າພາຍໃນທ່າກຳປັ່ນ, ແກ້ໄຂບັນຫາລົດອັ່ງອໍຢູ່ນອກທ່າກຳປັ່ນ, ຢັ້ງຢືນອິດທິພົນຊື່ສຽງຂອງບັນດາບໍລິສັດຂຸດຄົ້ນຕູ້ສິນຄ້າແຖວຫນ້າຂອງຫວຽດນາມ. ນັກວິສາວະກອນ ເຈີນງອກຕີງ, ຫົວຫນ້າຫນ່ວຍປະຈຳການຂອງທ່າກຳປັ່ນ ກາດລາຍ ຢັ້ງຢືນວ່າ:

         ແທນທີ່ກ່ອນນີ້ ລູກຄ້າຕ້ອງມາເຮັດລະບຽບການຢູ່ທ່າກຳປັ່ນ ມາບັດນີ້ ເຂົາເຈົ້າລ້ວນແຕ່ເຮັດວຽກຜ່ານ smartphone, ຊຳລະ ອອນລາຍ. ເລື່ອງນີ້ໄດ້ຫລຸດຜ່ອນເວລາຫລາຍພໍສົມຄວນເມື່ອຕ້ອງລໍຖ້າຢູ່ທ່າກຳປັ່ນ, ປະກອບສ່ວນປ່ຽນແປງຄວາມຊິເຄີຍຂອງລູກຄ້າ, ເພີ່ມປະລິມານການຮັບສົ່ງສິນຄ້າຢູ່ທ່າກຳປັ່ນ ກາດລາຍ

 ດ້ວຍ 30 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່, ບໍລິສັດໃຫຍ່ ເຕີນກ໋າງໄຊງ່ອນ ໄດ້ບືນຕົວຂຶ້ນກາຍເປັນບໍລິສັດຂຸດຄົ້ນທ່າກຳປັ່ນຕູ້ສິນຄ້າ ມືອາຊີບ, ທັນສະໄຫມ ແລະ ໃຫຍ່ກວ່າໝູ່ຢູ່ ຫວຽດນາມ ດ້ວຍບັນດາບໍລິການຂຸດຄົ້ນທ່າກຳປັ່ນຄື: ບໍລິການຈັດຂົນສິນຄ້າ, ບໍລິການ logistics, ບໍລິການການເດີນເຮືອ, ກູ້ໄພກູ້ຊີບ….ຂົນສົ່ງສິນຄ້າດ້ວຍຫລາຍຮູບການ. ໂດຍແມ່ນບໍລິສັດຂຸດຄົ້ນທ່າກຳປັ່ນຕູ້ສິນຄ້າແຖວຫນ້າຢູ່ຫວຽດນາມ ດ້ວຍອັດຕາສ່ວນຕູ້ສິນຄ້າ ຂາອອກຂາເຂົ້າກວມເອົາກວ່າ 90% ຢູ່ພາກໃຕ້ຫວຽດນາມ ແລະ ເກືອບ 50% ຂອງທັງປະເທດ, ບໍລິສັດໃຫຍ່ເຕີນກ໋າງໄຊງ່ອນ ພວມສະຫນອງບັນດາການບໍລິການທ່າກຳປັ່ນ, logistics ທີ່ດີ ແລະ ສະດວກທີ່ສຸດໃຫ້ແກ່ລູກຄ້າ. ໄປຄຽງຄູ່ກັນນັ້ນ ດ້ວຍການຊຸກຍູ້ການເຄື່ອນໄຫວຜະລິດດຳເນີນທຸລະກິດຢ່າງແຮງ, ບໍລິສັດໃຫຍ່ ກໍ່ໄດ້ຕັດສິນໃຈປະຕິບັດສຳເລັດບັນດາຫນ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບດ້ວຍເປົ້າໝາຍແມ່ນມຸ່ງໄປເຖິງທະເລ, ຮັບປະກັນຄວາມສະຫງົບປອດໄພຄວາມໝັ້ນຄົງ ປົກປັກຮັກສານ່ານຟ້າ, ເຂດທະເລຂອງປະເທດຊາດ.

ຕອບກັບ