ຫວຽດນາມ ຍູ້ແຮງການພັດທະນາເຂດ ປັນຍາປະດິດ ໃນການ Startup

Vinh Phong
Chia sẻ
(VOVWORLD) -ປັນຍາປະດິດ (AI) ໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດາເຕັກໂນໂລຊີຫລັກແຫລ່ງຂອງການປະຕິວັດອຸດສາຫະກຳ 4.0. ການພັດທະນາປັນຍາປະດິດໄດ້ຮັບຖືວ່າແມ່ນກາລະໂອກາດໃຫມ່ໃຫ້ແກ່ຫວຽດນາມ ໃນຍຸກດີຈີຕອນ, ຜ່ານການເຊື່ອມຕໍ່ບັນດາພາກສ່ວນໃນເຂດປັນຍາປະດິດຈາກສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ວິສາຫະກິດ, ກຸ່ມເຕັກໂນໂລຊີ ຕະຫລອດຮອດບັນດາວິສາຫະກິດ Startup.

 ຫວຽດນາມ ຍູ້ແຮງການພັດທະນາເຂດ ປັນຍາປະດິດ ໃນການ Startup - ảnh 1 ທ່ານ ບູ່ຍເທຢູຍ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວຄຳເຫັັນທີ່ງານບຸນ AI4VN Summit 2019

ພາບ: Petrotimes

ຢູ່ໃນໂລກ ແລະ ຢູ່ ຫວຽດນາມ, ປັນຍາປະດິດ ໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດາເຕັກໂນໂລຊີຫລັກແຫລ່ງຂອງການປະຕິວັດອຸດສາຫະກຳ 4.0. ຫລາຍປະເທດເລີ່ມຕົ້ນຮັບເອົາທ່າອ່ຽງພັດທະນາທີ່ຈຳເປັນນີ້ ແລະ ການກະທົບອັນໃຫຍ່ຫລວງຂອງ ປັນຍາປະດິດເຂົ້າໃນທຸກດ້ານຊີວິດສັງຄົມ, ປ່ຽນແປງດຸ່ນສິດອຳນາດດ້ານເສດຖະກິດ, ການທະຫານ, ການເມືອງ. ຫວຽດນາມ ກໍ່ແມ່ນປະເທດນອນໃນທ່າອ່ຽງພັດທະນານີ້. ປັນຍາປະດິດ ຢູ່ ຫວຽດນາມ ໄດ້ຕັ້ງຄວາມຫວັງວ່າແມ່ນຫນຶ່ງໃນບັນດາພື້ນຖານ, ກຳລັງຫນູນ ຊຸກຍູ້ການແຜ່ລາມອອກ ແລະ ພັດທະນາເຕັກໂນໂລຊີ ປັນຍາປະດິດ

 ໃຫ້ແກ່ຫວຽດນາມ, ຜ່ານການເຊື່ອມຕໍ່ບັນດາພາກສ່ວນໃນເຂດ ປັນຍາປະດິດ

ຈາກສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ, ວິສາຫະກິດ, ກຸ່ມບໍລິສັດເຕັກໂນໂລຊີ, ວິສາຫະກິດ Startup ຕະຫລອດຮອດປະຊາຄົມ ປັນຍາປະດິດ. ເປົ້າໝາຍຂອງຫວຽດນາມ ແມ່ນຊຸກຍູ້ການຄົ້ນຄ້ວາ ແລະ ໝູນໃຊ້ເຕັກໂນໂລຊີ ປັນຍາປະດິດ

ໃນຫລາຍຂະແຫນງການເສດຖະກິດສັງຄົມເປັນຈຸດສຸມຂອງຫວຽດນາມຄື: ການເງິນ, ສາທາລະນະສຸກ, ການສຶກສາ, ການດຳເນີນທຸລະກິດ, ການຄ້າ, ກະສິກຳ… ທ່ານ ບູ່ຍເທຢູຍ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ:

“ໃນສອງສາມປີມານີ້ ອີກຄັ້ງຫນຶ່ງ ປັນຍາປະດິດ ໄດ້ຮັບຄວາມເອົາໃຈໃສ່ຈາກວິສາຫະກິດ, ບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ ແລະ ພິເສດ ແມ່ນສ້າງຕັ້ງປະຊາຄົມຄົ້ນຄ້ວາພັດທະນາ, ແບ່ງປັນພູມປັນຍາກ່ຽວກັບ ປັນຍາປະດິດ

 ຢູ່ຫວຽດນາມ.”

ຫວ່າງແລ້ວນີ້ ວັນບຸນ ປັນຍາປະດິດ ຫວຽດນາມ ປີ 2019 ໄດ້ຈັດຕັ້ງຂຶ້ນດ້ວຍຫົວເລື່ອງ: “ຍູ້ແຮງເຂດ ປັນຍາປະດິດ” ແມ່ນເຫດການໃຫຍ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ກ່ຽວກັບ ປັນຍາປະດິດ.  ລາຍການນີ້ໄດ້ສ້າງພື້ນຖານເຊື່ອມຕໍ່ໃຫ້ບັນດາປັດໄຈໃນເຂດເຕັກໂນໂລຊີ ປັນຍາປະດິດ ລວມມີ: ບັນດານັກຊ່ຽວຊານ, ການນຳວິສາຫະກິດ, startup ເຕັກໂນໂລຊີ, ບັນດາຫົວຫນ່ວຍຄົ້ນຄ້ວາ, ໝູນໃຊ້ ປັນຍາປະດິດ, ຮາກຖານບຳລຸງສ້າງ… ວັນບຸນ ປັນຍາປະດິດ ໄດ້ເຕົ້າໂຮມປັນຍາຊົນຫວຽດນາມນັບຮ້ອຍໆຄົນໃນຂົງເຂດ ປັນຍາປະດິດຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ ເພື່ອແນໃສ່ກຳນົດທິດການພັດທະນາໃຫ້ແກ່ຂະແຫນງອຸດສາຫະກຳ ປັນຍາປະດິດ ຫວຽດນາມ ດ້ວຍການເຄື່ອນໄຫວຫລາຍຢ່າງຄື: ບັນລະຍາຍ, ປຶກສາຫາລື, workshop, ງານວາງສະແດງ, ການແນະນຳເຕັກໂນໂລຊີ, ການແຂ່ງຂັນ hackathon… ໄດ້ດຶງດູດຜູ້ເຂົ້າຮ່ວມປະມານ 2.000 ຄົນ. ທ່ານ ຕ້າຫາຍຕຸ່ງ, ຫົວຫນ້າສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ, ມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ ໃຫ້ຮູ້ວ່າ: ປັນຍາປະດິດ ແມ່ນປັດໄຈຫລັກແຫລ່ງຂອງວິວັດການຫັນປ່ຽນດີຈີຕອນ ຊື່ງວິສາຫະກິດຫວຽດນາມ ຫລາຍແຫ່ງ ພວມມຸ່ງໄປເຖິງ. ນີ້ບໍ່ພຽງແຕ່ແມ່ນປັດໄຈ ດຶງດູດລູກຄ້າ, ປ່ຽນແປງຮູບແບບການດຳເນີນທຸລະກິດເທົ່ານັ້ນ ຫາກຍັງຊ່ວຍວິສາຫະກິດ ບໍ່ຖືກປະໄວ້ຢູ່ທາງຫລັງໃນການແຂ່ງຂັນເຕັກໂນໂລຊີ 4.0.

“ເລື່ອງຈັດຕັ້ງວັນບຸນນີ້ຂອງ ກະຊວງວິທະຍາສາດເຕັກໂນໂລຊີ ແລະ ກະຊວງແຜນການ ແລະການລົງທຶນ ແມ່ນຫນຶ່ງໃນບັນດາເຫດການເຊື່ອມຕໍ່ເປັນຢ່າງດີ ເພາະມັນຈະຊ່ວຍສ້າງຕັ້ງປະຊາຄົມ ເພື່ອການພັດທະນາ ປັນຍາປະດິດ. ພວກເຮົາຮູ້ນຳກັນແລ້ວວ່າ ພຽງແຕ່ສ້າງຕັ້ງປະຊາຄົມ ປັນຍາປະດິດ ຈຶ່ງພັດທະນາໄດ້ ຖ້າບໍ່ດັ່ງນັ້ນ ພວກເຮົາພຽງນຳໃຊ້ເຕັກໂນໂລຊີຂອງຕ່າງປະເທດ.”

ໃນສອງສາມປີມານີ້ ຂະແຫນງ ປັນຍາປະດິດ ຂອງຫວຽດນາມ ກໍ່ໄດ້ຮັບຄວາມເອົາໃຈໃສ່ລົງທຶນ, ພັດທະນາ. ແຕ່ປີ 2014 ລັດຖະບານ ໄດ້ນຳເອົາ ປັນຍາປະດິດ ເຂົ້າບັນຊີລາຍຊື່ເຕັກໂນໂລຊີສູງ ແລະ ໄດ້ຮັບການບຸລິມະສິດລົງທຶນພັດທະນາ.

 

 

ຕອບກັບ