ສ້າງ​ເສດ​ຖະ​ກິດ​​ລວມ​ໝູ​່ໃຫ້​ເຂັ້ມ​ແຂງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ

Chia sẻ
(VOVWORLD) -ເສດຖະກິດລວມໝູ່ດ້ວຍຫລັກແຫລ່ງແກ່ນສານແມ່ນສະຫະກອນ ແມ່ນພາກສ່ວນເສດຖະກິດສຳຄັນໃນການພັດທະນາຂອງຫວຽດນາມ. ໄລຍະຜ່ານມາ, ສະພາບການໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ ມີການຜັນແປຢ່າງສັບສົນ ແຕ່ພາກສ່ວນສະຫະກອນ ຍັງຄົງເຄື່ອນໄຫວເປັນປົກກະຕິ ແລະ ພັດທະນາເທື່ອລະກ້າວໃນແຕ່ລະປີ.
ສ້າງ​ເສດ​ຖະ​ກິດ​​ລວມ​ໝູ​່ໃຫ້​ເຂັ້ມ​ແຂງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ 

ເສດຖະກິດຮ່ວມມື, ສະຫະກອນ ນັບມື້ນັບສວມບົດບາດສຳຄັນ ແລະ ມີຄວາມໝາຍຮອບດ້ານກ່ຽວກັບເສດຖະກິດ ການເມືອງ ສັງຄົມ ຂອງຫວຽດນາມ. ພິເສດ ນັບແຕ່ເມື່ອ ກົດໝາຍວ່າດ້ວຍສະຫະກອນ ປີ 2012 ໄດ້ຮັບການປະກາດໃຊ້ ອັນໄດ້ສະແດງໃຫ້ເຫັນຈີນຕະນາການໃຫມ່ກ່ຽວກັບຮູບແບບ ສະຫະກອນແບບໃຫມ່ ດ້ວຍຫລັກແຫລ່ງແກ່ນສານແມ່ນ “ສະຫະກອນ”, ປະກອບສ່ວນສ້າງການຜະລິດໃຫ້ສົມບູນ, ສອດຄ່ອງກັບກົນໄກການຕະຫລາດ ແລະ ໃນສະພາບເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ແລະ ການແກ້ງແຍ້ງຕະຫລາດນັບມື້ນັບເຄັ່ງຄັດກວ່າ. ໃນໄລຍະຜ່ານມາ, ພາກສ່ວນສະຫະກອນ ຍັງຄົງເຄື່ອນໄຫວເປັນປົກກະຕິ. ຈຳນວນສະຫະກອນໄດ້ເພີ່ມຂຶ້ນໃນແຕ່ລະປີ, ພັດທະນາຢ່າງສະຫມ່ຳສະເຫມີໃນທົ່ວເຂດພາກ, ຄຸນນະພາບການເຄື່ອນໄຫວໄດ້ຍົກສູງຂຶ້ນ. ໄລ່ຮອດທ້າຍປີ 2018, ຫວຽດນາມ ມີເກືອບ 23.000 ສະຫະກອນ ດຶງດູດສະມາຊິກເຂົ້າຮ່ວມເກືອບ 6 ລ້ານຄົນ, ສ້າງວຽກເຮັດງານທຳໃຫ້ແກ່ຄົນງານກວ່າ 1,2 ລ້ານຄົນ. ທ່ານ ຫງວຽນຈີຢູ໋ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຮູ້ວ່າ: ເສດຖະກິດຮ່ວມມື ແລະ ສະຫະກອນ ມີການປະກອບສ່ວນອັນໃຫຍ່ຫລວງເຂົ້າພື້ນຖານເສດຖະກິດຂອງປະເທດຊາດ, ໃນນັ້ນເສດຖະກິດຄອບຄົວ, ເອກະຊົນ ໄດ້ຊ່ວຍສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບເປັນປົກກະຕິໃຫ້ແກ່ຄອບຄົວ, ສະມາຊິກສະຫະກອນ, ປະກອບສ່ວນເພີ່ມລາຍຮັບ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມຢູ່ທ້ອງຖິ່ນ.

“ຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ພາກສ່ວນເສດຖະກິດຮ່ວມມື, ສະຫະກອນ ພັດທະນາຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ, ຍັງມີຂໍ້ຈຳກັດ, ຄວາມຫຍຸ້ງຍາກຫລາຍຢ່າງຄື: ການເຕີບໂຕຊັກຊ້າ, ຂາດສະຖຽນລະພາບ, ຍັງມີບາງສະຫະກອນບໍ່ເຄົາລົບຂໍ້ກຳນົດຂອງກົດໝາຍຢ່າງເຄັ້ມງວດ, ກຳລັງຄວາມສາມາດຍັງອ່ອນແອ..”

ໃນສະພາບການຄ້າໂລກ ຍັງມີການປ່ຽນແປງ ໄດ້ສ້າງກາລະໂອກາດ ແລະ ສິ່ງທ້າທາຍໃຫມ່ສຳລັບເສດຖະກິດຮ່ວມມື ແລະ ສະຫະກອນຂອງຫວຽດນາມ. ເພາະສະນັ້ນ, ຈຳເປັນຕ້ອງມີບັນດາມາດຕະການເພື່ອນຳເສດຖະກິດລວມໝູ່ ແລະ ສະຫະກອນ ໃຫ້ພັດທະນາຢ່າງແຮງກວ່າອີກຄື: ຊຸກຍູ້ການເຄື່ອນໄຫວສົ່ງເສີມການຄ້າ, ເປີດກວ້າງຕະຫລາດຈຳຫນ່າຍໃຫ້ແກ່ຜະລິດຕະພັນກະເສດແຂວງຫວຽດນາມ, ເພີ່ມທະວີຄວາມສາມາດຮັບເອົາ, ລະດົມແຫລ່ງກຳລັງກ່ຽວກັບດ້ານທຶນຮອນ, ຊັບພະຍາກອນມະນຸດມີຄຸນນະພາບສູງ, ນະໂຍບາຍບຸລິມະສິດດ້ານພາສີອາກອນ, ເງິນເດືອນ, ຄ່າບໍລິການ ແລະ ຄ່າທຳນຽບ.. ທ່ານນາງ ລືວທິຈີ໋ ປະທານສະຫະພັນສະຫະກອນ ແຂວງ ທາຍບີ່ງ ຖືວ່າ: ລັດ, ລັດຖະບານ ຄວນປ່ຽນໃຫມ່ນະໂຍບາຍທີ່ດິນເພື່ອສ້າງໄມ້ງັດ ແລະ ກຳລັງຫນູນທີ່ດີເພື່ອໃຫ້ສະຫະກອນພັດທະນາ, ມີພື້ນຖານດ້ານວັດຖຸດີ. ນອກນັ້ນ ສະຫະກອນ ຕ້ອງມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສູ້ຊົນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເພື່ອເຊື່ອມຕົວກັບການປະຕິວັດອຸດສາຫະກຳ 4.0.

ເພື່ອນຳເສດຖະກິດລວມໝູ່ ຫລຸດພົ້ນອອກຈາກຄວາມອ່ອນດ້ອຍເພື່ອພັດທະນາ, ສູ້ຊົນບັນລຸລະດັບການເຕີບໂຕສູງກວ່າ, ກ້າວໄປເຖິງອັດຕາສ່ວນນັບມື້ນັບໃຫຍ່ກວ່າ ໃນ GDP ຂອງພື້ນຖານເສດຖະກິດ, ລັດ, ລັດຖະບານ ໄດ້ປະກາດໃຊ້ ແລະ ຜັນຂະຫຍາຍບັນດານະໂຍບາຍຫນູນຊ່ວຍ, ບຸລິມະສິດຂອງລັດສຳລັບສະຫະກອນ. ຕາມການກຳນົດຂອງກົດໝາຍວ່າດ້ວຍສະຫະກອນປີ 2012 ແລ້ວ, ລັດ ມີ 6 ນະໂຍບາຍຫນູນຊ່ວຍສຳລັບສະຫະກອນ, ສະຫະພັນສະຫະກອນ ກ່ຽວກັບການບຳລຸງແຫລ່ງຊັບພະຍາກອນມະນຸດ, ສົ່ງເສີມການຄ້າ, ໝູນໃຊ້ວິທະຍາສາດ ເຕັກນິກ ແລະ ເຕັກໂນໂລຊີໃຫມ່, ສຳຜັດກັບແຫລ່ງທຶນຮອນ ແລະ ສ້າງເງື່ອນໄຂເຂົ້າຮ່ວມບັນດາໂຄງການເປົ້າໝາຍ, ໂຄງການພັດທະນາເສດຖະກິດສັງຄົມ.. ພ້ອມກັບສອງນະໂຍບາຍບຸລິມະສິດກ່ຽວກັບພາສີ ແລະ ຄ່າສິ້ນເປືອງ. ຄຽງຄູ່ກັນນັ້ນ ມີຫລາຍທ້ອງຖິ່ນ ໄດ້ປະກາດໃຊ້ ແລະ ປະຕິບັດບັນດານະໂຍບາຍຫນູນຊ່ວຍສະເພາະ ເພື່ອແນໃສ່ສົ່ງເສີມບັນດາສະຫະກອນພັດທະນາ, ເໝາະສົມກັບຄວາມສາມາດ ແລະ ຈຸດພິເສດສະເພາະຂອງທ້ອງຖິ່ນ. ກ່າວຄຳເຫັນທີ່ “ເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2019” ດ້ວຍຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍພັດທະນາເສດຖະກິດຮ່ວມມື, ສະຫະກອນ” ຈັດຂຶ້ນຢູ່ ຮ່າໂນ້ຍຫວ່າງແລ້ວນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຖືວ່າ: ເພື່ອໃຫ້ເສດຖະກິດສະຫະກອນພັດທະນາແບບຍືນຍົງໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຕ້ອງຮັບຮູ້ບົດບາດຂອງເສດຖະກິດສະຫະກອນຢ່າງຖືກຕ້ອງ, ມີຄວາມເອົາໃຈໃສ່, ສ້າງຄວາມສະດວກໃຫ້ແກ່ເສດຖະກິດລວມໝູ່ພັດທະນາ.

“ໃນເສດຖະກິດລວມໝູ່ ສູນກາງໄດ້ກຳນົດວ່າ ສະຫະກອນແມ່ນຫລັກແຫລ່ງແກ່ນສານ. ເປົ້າໝາຍທີຫນຶ່ງ ແມ່ນນຳເສດຖະກິດລວມໝູ່ຫລຸດພົ້ນອອກຈາກສະພາບອ່ອນດ້ອຍທີ່ແກ່ຍາວໃນຫລາຍປີ. ທີສອງ ສູ້ຊົນບັນລຸລະດັບການເຕີບໂຕສູງກວ່າ ແລະ ນັບມື້ນັບມີອັດຕາສ່ວນໃຫຍ່ໃນ ຍອດ GDP ຂອງພື້ນຖານເສດຖະກິດ. ເພີ່ມທະວີການຄຸ້ມຄອງລັດໃນຂົງເຂດເສດຖະກິດລວມໝູ່, ມະຕິເລກທີ 13 ຂອງສູນກາງ ໄດ້ເລັ່ງວ່າ: ເພື່ອປະຕິບັດພາລະຫນ້າທີ່ຄຸ້ມຄອງລັດກ່ຽວກັບເສດຖະກິດລວມໝູ່ ແລະ ສະຫະກອນ, ເພີ່ມທະວີວຽກງານຊີ້ນຳບໍລິຫານ ແລະ ຮ່ວມມືສາກົນ ກໍ່ຄືບັນຫາກ່ຽວຂ້ອງເຖິງປະກັນສັງຄົມ ແລະ ກະສິກຳ. ຈາກນັ້ນ ນຳເສດຖະກິດລວມໝູ່ພັດທະນາ, ຫລັກແຫລ່ງແມ່ນສະຫະກອນ, ນຳມາເຊິ່ງປະສິດທິຜົນສົມກັບຄວາມຮຽກຮ້ອງຕ້ອງການ ແລະ ທີ່ຕັ້ງຂອງສະຫະກອນໃນພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມຂອງຫວຽດນາມ.”

ໃນໄລຍະຈະມາເຖິງ, ສະພາບການໃຫມ່ ມີຫລາຍກາລະໂອກາດກໍຄືສິ່ງທ້າທາຍນາໆປະການສຳລັບພາກສ່ວນເສດຖະກິດສະຫະກອນ. ດ້ວຍບັນດາສັນຍານໃຫມ່ ພວມສົ່ງຜົນກະທົບຕັ້ງຫນ້າເຖິງຂະບວນການສະຫະກອນ ພ້ອມກັບການຊີ້ນຳຢ່າງຂ້ຽວຂາດຂອງລັດຖະບານ, ການເຂົ້າຮ່ວມຂອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ແລະ ຄວາມມານະພະຍາຍາມສູ້ຊົນບືນຂຶ້ນຂອງບັນດາສະຫະກອນ, ໄລຍະຈະມາເຖິງ ຂະບວນການສະຫະກອນ ຢູ່ ຫວຽດນາມ ຈະພັດທະນາຢ່າງໝັ້ນຄົງ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ພັດທະນາພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມຂອງຫວຽດນາມ.

ຕອບກັບ