ສົ່ງອອກສິນໃນນໍ້າ: ຍາດແຍ່ງກາລະໂອກາດເພື່ອບັນລຸການເຕີບໂຕ​ບຸກ​ທະ​ລຸ

To Tuan
Chia sẻ
(VOVWORLD) -ປີ 2019, ຄາດໝາຍຂອງຂະແໜງສິນໃນນໍ້າຫວຽດນາມ ແມ່ນບັນລຸວົງເງິນສົ່ງອອກ ເຖິງ 10 ຕື້ USD. ພ້ອມກັບຄວາມຕ້ອງການຂອງຕະຫຼາດເພີ່ມຂຶ້ນ, ເລື່ອງສັນຍາການຄ້າລຸ້ນໃໝ່ຫຼາຍສະບັບ (FTA) ມີຜົນສັກສິດ ໄດ້ຮັບຖືວ່າ ແມ່ນກໍາລັງໜູນຊຸກຍູ້ການເຕີບໂຕສໍາລັບຂະແໜງສົ່ງອອກສິນໃນນໍ້າຂອງຫວຽດນາມ.

        ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບໄພພິບັດ, ການຜັນປ່່ຽນຂອງຕະຫຼາດໂລກ ແລະ ຮົ້ວກີດຂວາງທາງດ້ານເຕັກນິກຂອງບັນດາປະເທດນໍາເຂົ້າ ກໍຕາມ ແຕ່ວົງເງິນສົ່ງອອກສິນໃນນໍ້າຂອງຫວຽດນາມ ໃນປີ 2018 ຍັງຄົງບັນລຸ 9 ຕື້ USD, ເພີ່ມຂຶ້ນ 8,4% ເມື່ອທຽບໃສ່ປີ 2017, ປະກອບສ່ວນສໍາຄັນເຂົ້າໃນການເຕີບໂຕຂອງທົ່ວຂະແໜງກະສິກໍາ. ໝວດຜະລິດຕະພັນເກືອບທັງໝົດລ້ວນແຕ່ເພີ່ມຂຶ້ນ ເມື່ອທຽບໃສ່ປີ 2017. ປີ 2019, ຂະແໜງສິນໃນນໍ້າວາງຄາດໝາຍວົງເງິນສົ່ງອອກບັນລຸ 10 ຕື້ USD  ໃນສະພາບການໂລກຍັງປະເຊີນໜ້າກັບການຂາດສະຖຽນລະພາບຫຼາຍຢ່າງ. ເຖິງຢ່່າງໃດກໍຕາມ, ຕາມຜູ້ຕາງໜ້າຂອງ ສະຫະສະມາຄົມສົ່ງອອກ ແລະ ປຸງແຕ່ງສິນໃນນໍ້າຫວຽດນາມ (VASEP) ແລ້ວ ຄາດໝາຍດັ່ງກ່າວ ແມ່ນອາດຈະບັນລຸໄດ້ ຖ້າຫາກວ່າ ແກ້ໄຂໄດ້ບັນດາສິ່ງທີ່ຄົງຄ້າງຂອງຂະແໜງ, ໃນນັ້ນ, ຄວນສືບຕໍ່ປະຕິບັດບັນດາມາດຕະການຢ່າງຂ້ຽວຂາດເພື່ອລົບລ້າງບັດເຫຼືອງ ຂອງຄະນະກໍາມະການເອີຣົບ ແລະ ສຸມໃສ່ເພີ່ມທະວີການປຸງແຕ່ງບັນດາຜະລິດຕະພັນສິນໃນນໍ້າທີ່ເປັນຫຼັກແຫຼ່ງ. ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອໃຫ້ຄະນະກໍາມະການເອີຣົບ ລົບລ້າງບັດເຫຼືອງໄດ້ນັ້ນ  ສິ່ງສໍາຄັນແມ່ນ ຕ້ອງເພີ່ມທະວີການໂຄສະນາ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມວິສາຫະກິດ, ຊາວປະມົງ ແລະ ບັນດາທ້ອງຖິ່ນ ໃນການປະຕິບັດ ແລະ ຜັນຂະຫຍາຍກົດໝາຍວ່າດ້ວຍ ສິນໃນນໍ້າປີ 2017, ພ້ອມທັງເນັ້ນໜັກເຖິງເລື່ອງເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການຜະລິດ ສໍາລັບຜະລິດຕະພັນລະດັບຊາດ ແມ່ນ ກຸ້ງ ແລະ ປາຈາ. ທ່ານລັດຖະມົນຕີ ຫງວຽນຊວນເກືອງ ຊີ້ແຈ້ງວ່າ:

        “ຄວນສຸມໃສ່ຜັນຂະຫຍາຍບັນດາເນື້ອໃນຂອງກົດໝາຍວ່າດ້ວຍສິນໃນນໍ້າຢ່າງຄົບຊຸດ ບໍ່ພຽງແຕ່ສ້າງເອກະສານນິຕິກໍາໃຫ້ສົມບູນແບບເທົ່ານັ້ນ ຫາກຍັງຈັດຕັ້ງຜັນຂະຫຍາຍ 2 ໝວດບັນຫາຂຶ້ນກັບຄວາມຮັບຜິດຊອບຂອງຂະແໜງສິນໃນນໍ້າ ນັ້ນແມ່ນ ມາດຕະຖານ, ກໍານົດມາດຕະຖານ ແລະ ແນະນໍາໃຫ້ທ້ອງຖິ່ນຈັດຕັ້ງປະຕິບັດ. ທີສອງແມ່່ນວາງຄວາມຕັດສິນໃຈໃນການປະຕິບັດໃຫ້ຢູ່ໃນລະດັບສູງສຸດ ເພື່ອຖອນບັດເຫຼືອງໄດ້ໂດຍໄວ. ເຮັດໄດ້ສິ່ງດັ່ງກ່າວ ແມ່ນຈະເປີດແງ່ຫວັງຊຸກຍູ້ການວາງອອກບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອໃຫ້ພວກເຮົາຈັດຕັ້ງປະຕິບັດຂະແໜງຂຸດຄົ້ນ, ສິນໃນນໍ້າຕາມທິດມີຄວາມຮັບຜິດຊອບແບບຍືນຍົງ ແລະ ມີີປະສິດທິຜົນ.”

        ສ່ວນທ່ານ ຫງວຽນຮວ່າຍນາມ, ຮອງເລຂາທິການໃຫຍ່ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນໍ້າຫວຽດນາມ (VASEP) ຖືວ່າ: ກໍຄວນຕ້ອງເອົາໃຈໃສ່ເຖິງບັນຫາຄຸນນະພາບຕ້ອງຕິດພັນກັບການສ້າງເຄື່ອງໝາຍການຄ້າ ເປັນປະຈໍາ.

        “ສິ່ງທ້າທາຍໃນຊຸມປີຈະມາເຖິງນັ້ນແມ່ນ: ບັນດາລາຍການ ເຊິ່ງບັນດາປະເທດໃຫຍ່ຢູ່ພາກພື້ນ ເອີຣົບ, ອາເມລິກາ ພວມຈັດວາງສໍາລັບລາຍການຄວບຄຸມການນໍາເຂົ້າ ສືບຕໍ່ແມ່ນສິ່ງທີ່ໜ້າໃສ່ໃຈ ເຊິ່ງພວກເຮົາເອີ້ນວ່າ ສ່ິ່ງທ້າທາຍ ແລະ ບັນດາວິສາຫະກິດ ພ້ອມກັບ ບັນດາອົງການແຫ່ງລັດຕ້ອງຮ່ວມແຮງຮ່ວມໃຈຫຼາຍກວ່າອີກ ເພື່ອຜ່ານຜ່າໄປໄດ້. ເມື່ອສາມາດຜ່ານຜ່າໄປໄດ້ກໍ ໝາຍຄວາມວ່າ ກໍາລັງຄວາມສາມາດແກ້ງແຍ້ງຂອງພວກເຮົາຈະໄດ້ຮັບການປັບປຸງຫຼາຍກວ່າ”.

        ຕາມທ່ານ ເຈືອງດິ່ງແຮວ່ ເລຂາທິການໃຫຍ່ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນໍ້າຫວຽດນາມ ແລ້ວ ນອກຈາກການເຕີບໂຕດັ່ງຄາດໝາຍວາງອອກແລ້ວ, ເລື່ອງກໍານົດທີ່ຕັ້ງສິນໃນນໍ້າຂອງຫວຽດນາມ ໃນຕະຫຼາດໂລກ ໄດ້ມີບັນດາການຜັນປ່ຽນຢ່າງຕັ້ງໜ້າ.

ສົ່ງອອກສິນໃນນໍ້າ: ຍາດແຍ່ງກາລະໂອກາດເພື່ອບັນລຸການເຕີບໂຕ​ບຸກ​ທະ​ລຸ - ảnh 1ເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການຜະລິດ ສໍາລັບຜະລິດຕະພັນລະດັບຊາດ ແມ່ນ ກຸ້ງ ແລະ ປາຈາ 

        ຜູ້ບໍລິໂພກໃນໂລກ ນັບມື້ນັບຕີລາຄາສູງຜະລິດຕະພັນສິນໃນນໍ້າຂອງ ຫວຽດນາມ ເພາະວ່າມີແຫຼ່ງສະໜອງເປັນປົກກະຕິ ແລະ ມີລະດັບຄວາມປອດໄພດ້ານສະບຽງອາຫານດີ. ຕົວຢ່າງຄື ຕະຫຼາດເອີຣົບ ໃນປີຜ່ານມາມີລະດັບເຕີບໂຕຫຼາຍພໍສົມຄວນ ຍ້ອນວິສາຫະກິດຮັບປະກັນໄດ້ບັນດາຄວາມຮຽກຮ້ອງກ່ຽວກັບປະລິມານຢາຕ້ານເຊື້ອຕົກຄ້າງ ກໍຄື ຄວາມຮຽກຮ້ອງກ່ຽວກັບຄວາມປອດໄພດ້ານສະບຽງອາຫານ.

        ເມື່ອຕີລາຄາກ່ຽວກັບແງ່ຫວັງໃນປີ 2019, ທ່ານ ເຈືອງດິ່ງແຮວ່່ ຖືວ່າ: ກາລະໂອກາດສໍາລັບຂະແໜງສິນໃນນໍ້າ ແມ່ນຫຼາຍທີ່ສຸດ ເມື່ອລະດັບບໍລິໂພກສິນໃນນໍ້າຂອງໂລກ ຈະເພີ່ມຂຶ້ນຢ່າງແຮງ. ຄາດວ່າ ຮອດປີ 2020, ກໍາລັງບໍລິໂພກຈະເພີ່ມຂຶ້ນເຖິງ 98,6 ລ້ານໂຕນຢູ່ບັນດາປະເທດພວມພັດທະນາ ແລະ ບັນລຸ 29,2 ລ້ານໂຕນຢູ່ບັນດາປະເທດພັດທະນາ. ໃນຂະນະນັ້ນ, ແຫຼ່ງສະໜອງພຽງແຕ່ບັນລຸໄດ້ 78,6 ລ້ານໂຕນ. ນີ້ໄດ້ຮັບຖືວ່າ ແມ່ນໂອກາດທີ່ດີ ສໍາລັບຂະແໜງສິນໃນນໍ້າຂອງຫວຽດນາມ ຖ້າຫາກຕອບສະໜອງໄດ້ຕາມບັນດາມາດຕະຖານກ່ຽວກັບຄຸນນະພາບຂອງຕະຫຼາດສາກົນ. ໄປຄຽງຄູ່ກັນນັ້ນ ບັນດາສົນທິສັນຍາ FTA ສະບັບໃໝ່ ທີ່ລົງນາມກັບຕະຫຼາດ ເອີຣົບ ແລະ ພິເສດແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊີຟິກໄດ້ມີຜົນສັກສິດ. ເວລານັ້ນ, ຮົ້ວກີດຂວາງກ່ຽວກັບພາສີອາກອນ ຈະໄດ້ຮັບການຍົກເລີກ ແລະ ວິສາຫະກິດຫວຽດນາມ ຈະໄດ້ຊົມໃຊ້ຜົນປະໂຫຍດຫຼາຍຢ່າງເມື່ອທຽບໃສ່ອັດຕາພາສີໃນປັດຈຸບັນ./.

ຕອບກັບ