ວິສາຫະກິດເພີ່ມທະວີການຂຸດຄົ້ນຕະຫລາດພາຍໃນປະເທດ, ຕັ້ງຫນ້າກະຕຸກຊຸກຍູ້ກຳລັງ ຊື້ ຜະລິດຕະພັນພາຍໃນປະເທດ

Vinh Phong
Chia sẻ

(VOVWORLD) - ພາຍຫລັງຄວບຄຸມໂລກລະບາດໂຄວິດ-19 ໄດ້ໂດຍພື້ນຖານແລ້ວ, ຫວຽດນານ ກໍ່ພວມຕັ້ງຫນ້າເລີ່ມຟື້ນຟູພື້ນຖານເສດຖະກິດຄືນໃຫມ່. ຕາມບັນດານັກຊ່ຽວຊານແລ້ວ, ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ຊຸກຍູ້ການຜະລິດດຳເນີນທຸລະກິດ. ພິເສດ ໃນສະພາບການສົ່ງອອກພວມປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນການຜັນແປ ຂອງໂລກລະບາດໃນໂລກຍັງສັບສົນ, ຕະຫລາດພາຍໃນປະເທດ ດ້ວຍພົນລະເມືອງເກືອບ 100 ລ້ານຄົນ ໄດ້ຮັບຖືວ່າແມ່ນສະຖານທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນເພື່ອໃຫ້ບັນດາວິສາຫະກິດສຸມໃສ່ຂຸດຄົ້ນ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ບືນຕົວຂຶ້ນພາຍຫລັງໂລກລະບາດໂຄວິດ 19.

ວິສາຫະກິດເພີ່ມທະວີການຂຸດຄົ້ນຕະຫລາດພາຍໃນປະເທດ, ຕັ້ງຫນ້າກະຕຸກຊຸກຍູ້ກຳລັງ ຊື້ ຜະລິດຕະພັນພາຍໃນປະເທດ - ảnh 1ວິສາຫະກິດຕຳ່ແຜ່ນຕັດຫຍິບເພີ່ມທະວີການຈຳຫນ່າຍຜະລິດຕະພັນຢູ່ຕະຫລາດພາຍໃນປະເທດ  

ໂດຍແມ່ນຫນຶ່ງໃນບັນດາຂະແຫນງຜະລິດທີ່ຖືກຜົນສະທ້ອນຢ່າງຫນັກຫນ່ວງຍ້ອນໂລກລະບາດໂຄວິດ 19, ເດືອນເມສາປີນີ້ ວົງເງິນສົ່ງອອກຂອງຂະແຫນງຕຳ່ແຜ່ນຕັດຫຍິບຫວຽດນາມ ຫລຸດລົງເຖິງ 20% ເມື່ອທຽບໃສ່ເດືອນມີນາ. ໄລ່ລວມ 4 ເດືອນຕົ້ນປີ, ວົງເງິນສົ່ງອອກຂອງຂະແຫນງ ບັນລຸພຽງ 10 ກວ່າຕື້ USD, ຫລຸດລົງ 6,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕໍ່ຫນ້າສະພາບການດັ່ງກ່າວ, ມີວິສາຫະກິດຕຳ່ແຜ່ນຕັດຫຍິບ ໄດ້ຊອກຫາທິດກ້າວເດີນໃຫມ່ ນັ້ນແມ່ນເພີ່ມທະວີການຈຳຫນ່າຍຜະລິດຕະພັນຢູ່ຕະຫລາດພາຍໃນປະເທດ. ທ່ານ ບຸ່ຍດຶກທັງ, ຫົວຫນ້າຫ້ອງການ marketing ບໍລິສັດໃຫຍ່ຕັດຫຍິບ 10 ໃຫ້ຮູ້ວ່າ:

 ໃນວິວັດການພວກຂ້າພະເຈົ້າເປີດປະຕູ ກໍ່ມີສັນຍານດີສົມຄວນ ນັ້ນແມ່ນ ຜູ້ບໍລິໂພກ ກໍ່ດີໃຈ ແລະ ພ້ອມແລ້ວທີ່ຈະໄປຊື້ສິນຄ້າ. ກ່ອນນ້ານັ້ນ ພວກຂ້າພະເຈົ້າໄດ້ກະກຽມສິນຄ້າຫລາຍຊະນິດ ເພື່ອຕອບສະຫນອງຄວາມນິຍົມຊົມໃຊ້ຂອງລູກຄ້າ. ເຮັດໃຫ້ລາຍຮັບເລີ່ມເພີ່ມຂຶ້ນ ແລະ ຄ່ອຍໆກັບຄືນສູ່ສະພາບປົກກະຕິ.”

ເພື່ອຊຸກຍູ້ການຜະລິດດຳເນີນທຸລະກິດ ພາຍຫລັງໂລກລະບາດ, ມີວິສາຫະກິດຫລາຍແຫ່ງໄດ້ກຳນົດຄືນບັນດາຜະລິດຕະພັນ ແລະ ຕະຫລາດຍຸດທະສາດ, ສ້າງຕັ້ງ ແລະ ພັດທະນາການຮ່ວມສຳພັນລະຫວ່າງວິສາຫະກິດຜະລິດ ແລະ ວິສາຫະກິດຈຳຫນ່າຍ. ຄຽງຄູ່ກັນນັ້ນ ບັນດາວິສາຫະກິດກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການຍົກລະດັບ ແລະ ເປີດກວ້າງພື້ນຖານໂຄງລ່າງການຜະລິດ, ບໍລິການເພື່ອຕອບສະຫນອງຄວາມຕ້ອງການຂອງຜູ້ບໍລິໂພກ.

ໄລ່ລວມ 4 ເດືອນຕົ້ນປີນີ້ ຍອດປະລິມານສິນຄ້າຂາຍຍ່ອຍ ແລະ ລາຍຮັບຈາກບໍລິການໃຊ້ສອຍ ແມ່ນຫລຸດລົງ 4,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແຕ່ເຖິງຢ່າງໃດກໍຕາມ, ຂະແຫນງອຸດສາຫະກຳ ການຄ້າ ໄດ້ປະຕິບັດການເຊື່ອມຕໍ່ການສະຫນອງ ຄວາມຕ້ອງການ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ. ມີຜູ້ຊ່ຽວຊານຫລາຍທ່ານ ແລະ ການນຳວິສາຫະກິດຖືວ່າ ຕະຫລາດພາຍໃນ ພວມແມ່ນບ່ອນອີງທີ່ໝັ້ນແກ່ນໃຫ້ແກ່ບັນດາວິສາຫະກິດຫວຽດນາມ. ທ່ານນາງ ແບກກີມເງິນ, ຜູ້ອຳນວຍການ ບໍລິສັດ ເງິນຢ່າງ ຈຳກັດ ຢືນຢັນວ່າ:

ພາຍຫລັງລັດຖະບານ ຜ່ອນຄາຍການປະຕິບັດໄລຍະຫ່າງສັງຄົມ ແລະ ບັນດາວິສາຫະກິດໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ, ວິສາຫະກິດພວກຂ້າພະເຈົ້າໄດ້ກະກຽມຂຶ້ນແຜນການໃຫແກ່ການເຊື່ອມໂຍງເຂົ້າກັບຕະຫລາດຄືນໃຫມ່, ສືບຕໍ່ການຜະລິດບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ຮ່ວມສຳພັນກັບລະບົບຈຳນ່າຍ, ຮ້ານສັບພະສິນຄ້າ, ລະບົບຂາຍຍ່ອຍ ເພື່ອນຳຜະລິດຕະພັນໄປຂາຍຢູ່ຕະຫລາດພາຍໃນປະເທດ. ພວກຂ້າພະເຈົ້າເອົາໃຈໃສ່ຖິງການກະຕຸກຊຸກຍູ້ຕະຫລາດພາຍໃນປະເທດ ເພາະວ່າ ນີ້ແມ່ນຕະຫລາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ

ຄວາມຈິງການຜັນແປຂອງຕະຫລາດຫວຽດນາມ ໃນໄລຍະຕ້ານໂລກລະບາດປະຈຸບັນ ອີກຄັ້ງຫນຶ່ງສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນຂອງຕະຫລາດພາຍໃນແມ່ນໃຫຍ່ຫລວງທີ່ສຸດ ແລະ ມີແງ່ຫວັງສູງ. ຕາມນັກຊ່ຽວຊານຫລາຍທ່ານແລ້ວ, ແຜນນະໂຍບາຍເອົາໃຈໃສ່ເຖິງການເພີ່ມທະວີການຂຸດຄົ້ນຕະຫລາດພາຍໃນ ແລະ ກະຕຸກຊຸກຍູ້ກຳລັງຊື້ຜະລິດຕະພັນພາຍໃນປະເທດ ແມ່ນທິດກ້າວເດີນອັນຖືກຕ້ອງ ບໍ່ພຽງແຕ່ໃນໄລຍະປະຈຸບັນ ຫາກຍັງຊ່ວຍໃຫ້ພື້ນຖານເສດຖະກິດຂອງປະເທດຊາດໄດ້ຮັບການປັບປຸງໃນໄລຍະຍາວອີກດ້ວຍ.

ຕອບກັບ