ວິ​ສາ​ຫະ​ກິດ​ຫວຽດ​ນາມ ຫັນ “ຄວາມ​ຫ​ຍຸ້ງ​ຍາກໃຫ້​ກາຍ​ເປັນ​ກາ​ລະ​ໂອ​ກາດ” ໃນ​ຊ່ວງ​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ 19

Chia sẻ
(VOVWORLD) -ໂລກລະບາດ ໂຄວິດ 19 ພວມສົ່ງຜົນສະທ້ອນຢ່າງຫນັກຫນ່ວງເຖິງສະພາບການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດເກືອບທັງໝົດທີ່ພວມເຄື່ອນໄຫວໃນຫລາຍຂົງເຂດແຕກຕ່າງກັນ.ເຖິງຢ່າງໃດກໍຕາມ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາຂະແຫນງຊອກບັນດາກາລະໂອກາດໃຫມ່ເພື່ອພັດທະນາ ແລະ ຊອກທິດກ້າວເດີນໃຫມ່ ແລະ ກາລະໂອກາດ. ມີວິສາຫະກິດຫລາຍແຫ່ງພວມຊອກວິທີການແກ້ໄຂຄວາມຫຍຸ້ງຍາກເພື່ອຜ່ານຜ່າໂລກລະບາດໂຄວິດ 19 ດ້ວຍມາດຕະການມີໄຫວພິບຫັນປ່ຽນຜະລິດຕະພັນ, ປ່ຽນຮູບແບບໃໝ່ໃນການດຳເນີນທຸລະກິດ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຄວາມຊິນເຄີຍໃນການຊົມໃຊ້ຂອງປະຊາຊົນ.
ວິ​ສາ​ຫະ​ກິດ​ຫວຽດ​ນາມ ຫັນ “ຄວາມ​ຫ​ຍຸ້ງ​ຍາກໃຫ້​ກາຍ​ເປັນ​ກາ​ລະ​ໂອ​ກາດ” ໃນ​ຊ່ວງ​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1ທ່ານ ຫວູຕຽນລົກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ 

ຕາມການຄິດໄລ່ແລ້ວ, ໃນໄຕມາດ 1 ປີ 2020 ຫວຽດນາມມີ ວິສາຫະກິດ 35.000 ແຫ່ງຖອນຕົວອອກຈາກຕະຫລາດ, ຕ້ອງຢຸດຕິການເຄື່ອນໄຫວ ແລະ ຍຸບເລິກຍ້ອນໂລກລະບາດ. ນີ້ແມ່ນຕົວເລກວິສາຫະກິດຢຸດຕິການເຄື່ອນໄຫວ ແລະ ຍຸບເລິກສູງກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ. ເປັນຄັ້ງທຳອິດໃນຫລາຍທົດສະວັດ, ມີຈຳນວນວິສາຫະກິດສ້າງຕັ້ງໃຫມ່ກໍ່ຕ່ຳກວ່າເມື່ອທຽບໃສ່ຈຳນວນວິສາຫະກິດທີ່ຕ້ອງຖອນຕົວອອກຈາກຕະຫລາດ. ຕາມການສຳຫລວດຫວ່າງແລ້ວນີ້ຂອງຫ້ອງການອຸດສາຫະກຳ ແລະ ການຄ້າຫວຽດນາມ (VCCI) ແລ້ວ, ມີເຖິງ 80% ວິສາຫະກິດຖືວ່າ ລາຍຮັບຂອງເຂົາເຈົ້າຈະຖືກຫລຸດລົງເມື່ອທຽບໃສ່ປີ 2019.

ເຖິງຢ່າງໃດກໍຕາມ, ຍັງຄົງມີວິສາຫະກິດຫລາຍແຫ່ງ ທີ່ຊອກຫາທິດກ້າວເດີນໃຫມ່ໃຫ້ແກ່ຕົນເອງກໍ່ຄືສົ້ນອອກໃຫ້ຜະລິດຕະພັນ, ໃນນັ້ນ ມີກຸ່ມບໍລິສັດ Amaccao ແມ່ນຕົວຢ່າງຫນຶ່ງ. ດ້ວຍ 21 ບໍລິສັດລູກ ແລະ ທຳການດຳເນີນທຸລະກິດໃນຫລາຍຂະແຫນງອາຊີບ, ນອກຈາກບັນດາຂະແຫນງການບໍລິການທີ່ຖືກຜົນສະທ້ອນຢ່າງຫນັກຈາກໂລກລະບາດແລ້ວ, ມີບາງຂົງເຂດດຳເນີນທຸລະກິດຂອງກຸ່ມບໍລິສັດໃນຊ່ວງເວລານີ້ ພັດຢູ່ໃນທ່າພັດທະນາຢ່າງແຮງ. ທ່ານ ໂຕວັນເຍິດ, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Amaccao ໃຫ້ຮູ້ວ່າ: ວິສາຫະກິດໄດ້ປ່ຽນແປງທັດສະນະເພື່ອຊອກທິດກ້າວເດີນໃຫມ່ໃນການພັດທະນາຕະຫລາດພາຍໃນ ຈາກນັ້ນ ກໍໄດ້ມີບັນດາຜົນສຳເລັດໃນເບື້ອງຕົ້ນ.

 “ພວກຂ້າພະເຈົ້າລົງທຶນເຄື່ອງຈັກອຸປະກອນ ແລະ ກຳແຫນ້ນກາລະໂອກາດນີ້ໂດຍໄວ. ລູກຄ້າຄ່ອຍໆມີຄວາມເຊື່ອໝັ້ນຕໍ່ຜະລິດຕະພັນຂອງບໍລິສັດ. ແລະ ຊ່ວງເວລານີ້ແມ່ນຈຸດເວລາເພື່ອສ້າງຄວາມເຊື່ອໝັ້ນຕໍ່ລູກຄ້າ. ນີ້ແມ່ນວິທີການຊື່ງພວກຂ້າພະເຈົ້າຊອກໄດ້ກາລະໂອກາດເພື່ອຢັ້ງຢືນທີ່ຕັ້ງຂອງຕົນ.”

ໃນສະພາບໂລກລະບາດໂຄວິດ 19 ແຜ່ລະບາດຮ້າຍແຮງ, ບັນດາວິສາຫະກິດຫວຽດນາມ ມີຄວາມປະດິດຄິດສ້າງ ຂະຫຍັນຂັນເຄື່ອນ, ຫັນປ່ຽນແຫລ່ງສະຫນອງວັດຖຸດິບຕະຫລາດ, ຂັ້ນຕອນການຜະລິດ, ວິທີການຜະລິດ.. ໝູນໃຊ້ເຕັກໂນໂລຊີເຂົ້າໃນວິວັດການຜະລິດ ແລະ ສຳຜັດກັບຕະຫລາດ. ໃນໄລຍະສັ້ນ, ວິສາຫະກິດກໍຊອກວິທີຫລຸດຜ່ອນລາຍຈ່າຍ, ຕ້ອງປະຢັດຢູ່ໃນລະດັບສູງສຸດ. ໄລຍະຍາວໄກກວ່າ  ບັນດາວິສາຫະກິດຈະເພີ່ມທະວີການສຳຜັດບັນດານະໂຍບາຍຫນູນຊ່ວຍຂອງລັດ, ຮັກສາວຽກເຮັດງານທຳໃຫ້ຄົນງານເພື່ອຮັກສາແຫລ່ງຊັບພະຍາກອນມະນຸດຂອງວິສາຫະກິດ. ຮັກສາໄດ້ສາຍພົວພັນລະຫວ່າງບໍລິສັດກັບຄົນງານແມ່ນສິ່ງສຳຄັນສຳລັບວິສາຫະກິດ ເພື່ອແນໃສ່ຟື້ນຟູການຜະລິດດຳເນີນທຸລະກິດ ແລະ ພັດທະນາໃນອະນາຄົດ.

ທ່ານ ຫງວຽນດົ່ງຮ່າ, ຜູ້ອຳນວຍການ Marketing (ຝ່າຍການຕະຫຼາດ)  ຂອງບໍລິສັດໃຫຍ່ Vietchem ຖືວ່າ: ປະຈຸບັນ ເມື່ອບັນດາວິສາຫະກິດປະສົບກັບຄວາມຫຍຸ້ງຍາກກ່ຽວກັບການຈຳຫນ່າຍຜະລິດຕະພັນ, ຍິ່ງກວ່າເວລາໃດໝົດ ແມ່ນຄວນຍູ້ແຮງການຂົນຂວາຍຊາວຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ. ສິ່ງນີ້ຈະເປັນການຊອກຕະຫລາດໃຫ້ຜະລິດຕະພັນໄດ້, ຈາກນັ້ນ ວິສາຫະກິດຈຶ່ງຄົງຕົວ ແລະ ພັດທະນາໃນອະນາຄົດໄດ້.

“ເມື່ອຕະຫລາດສົ່ງອອກປະສົບກັບສິ່ງກີດຂວາງຄືປະຈຸບັນ ເລື່ອງຮັກສາ ແລະ ຍູ້ແຮງການເຄື່ອນໄຫວສົ່ງອອກແມ່ນຫຍຸ້ງຍາກຫລາຍ. ບັນດາການເຄື່ອນໄຫວທີ່ມີລັກສະນະຍາວໄກ ຈະໄດ້ຄິດໄລ່ເຖິງ. ເພາະສະນັ້ນ ເພື່ອຊ່ວຍກູ້ເອົາບໍລິສັດດ້ວຍຕົນເອງ ວິສາຫະກິດຄວນເອົາໃຈໃສ່ເຖິງຕະຫລາດພາຍໃນປະເທດຄືດັ່ງມາດຕະການແກ້ໄຂຄວາມຫຍຸ້ງຍາກທີ່ດີໃນຊ່ວງເວລານີ້.”

ທ່ານ ຫວູຕຽນລົກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຖືວ່າ: ໃນສະພາບການເສດຖະກິດທົ່ວປະເທດປະສົບກັບຄວາມຫຍຸ້ງຍາກ , ນັກທຸລະກິດແຕ່ລະຄົນ, ວິສາຫະກິດແຕ່ລະແຫ່ງ ຄວນມານະພະຍາຍາມກວ່າອີກໃນການຍົກສູງຄຸນນະພາບຜະລິດຕະພັນ, ປ່ຽນໃຫມ່ວິທີການຂາຍເຄື່ອງອອນລາຍ ແລະ ຕະຫລາດສົ່ງອອກ.                  

ພ້ອມກັບຄວາມມານະພະຍາຍາມຂອງປະຊາຄົມນັກທຸລະກິດ, ວິສາຫະກິດ ປະຈຸບັນ ລັດຖະບານໄດ້ຜັນຂະຫຍາຍກຸ່ມຫນູນຊ່ວຍໃຫ້ບັນດາວິສາຫະກິດ, ບັນດາຂະແຫນງການທີ່ຖືກຜົນສະທ້ອນໂດຍກົງຍ້ອນໂລກລະບາດ ໂຄວິດ 19. ບ້ວງສິນເຊື່ອລວມມູນຄ່າ 10. 5 ຕື້ USD  ແລະ 1.8 ຕື້ USD ຈະໄດ້ຮັບການຜັນຂະຫຍາຍ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດຂອງປະຊາຄົມວິສາຫະກິດ, ຮັບປະກັນຊີວິດສັງຄົມ ຮັບມືກັບໂລກລະບາດໂຄວິດ 19.

ຕອບກັບ