ວິສາຫະກິດຫວຽດນາມ ຍາດແຍ່ງກາລະໂອກາດຈາກສັນຍາ EVFTA

Vinh Phong
Chia sẻ

(VOVWORLD) -ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ຊື່ງແມ່ນສັນຍາການຄ້າເສລີ ໂດຍ (FTA) ລຸ້ນໃຫມ່  ລະຫວ່າງຫວຽດນາມ ແລະ 28 ປະເທດສະມາຊິກ EU( ອີຢູ). EVFTA ພ້ອມກັບສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ແມ່ນ ສອງສັນຍາ FTA ມີຂອບຂະຫນາດຄຳໝັ້ນສັນຍາອັນກວ້າງຂວາງ ແລະ ລະດັບສັນຍາສູງກວ່າໝູ່ຂອງຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ. ສິ່ງດັ່ງກ່າວ ໄດ້ນຳມາໃຫ້ບັນດາວິສາຫະກິດ ຫວຽດນາມ ມີຄວາມສະດວກໃນການສົ່ງອອກ ກໍ່ຄື ການພັດທະນາວິສາຫະກິດ ແຕ່ກໍ່ວາງອອກໃຫ້ວິສາຫະກິດ ເຖິງຄວາມຈຳເປັນໃນການສ້າງຍຸດທະສາດທຸລະກຳຢ່າງເໝາະສົມ ເພື່ອຍາດແຍ່ງກາລະໂອກາດໃນສະພາບການໃຫມ່.

ວິສາຫະກິດຫວຽດນາມ ຍາດແຍ່ງກາລະໂອກາດຈາກສັນຍາ EVFTA - ảnh 1ຂະແຫນງຕ່ຳແຜ່ນຕັດຫຍິບຫວັງວ່າ ເມື່ອມີສັນຍາ EVFTA ການສົ່ງອອກຈະບັນລຸລະດັບ 40 ຕື້ USD 

EVFTA ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກໄປຍັງຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ແລະ ນຳເຂົ້າອຸປະກອນ, ວັດຖຸດິບ ດ້ວຍລາຄາຕ່ຳ ແລະ ມີຄຸນນະພາບສູງ. ເຖິງຢ່າງໃດກໍຕາມ, ວິສາຫະກິດ ຕ້ອງຕອບສະຫນອງຂໍ້ກຳນົດກ່ຽວກັບການສົ່ງອອກ, ຮົ້ວກີດຂວາງດ້ານເຕັກນິກ ແລະ ປ່ຽນແປງຮູບແບບ, ຍົກສູງກຳລັງແກ້ງແຍ້ງ. EVFTA ວາງອອກບັນດາບັນຫາໃຫມ່, ຖ້າຫາກບໍ່ມີມາດຕະການຖືກຕ້ອງຈະກາຍເປັນສິ່ງທ້າທາຍສຳລັບວິສາຫະກິດຫວຽດນາມ. ທ່ານ ຫວູຕຽນລົກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຖືວ່າ: EVFTA ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດຍູ້ແຮງການສົ່ງອອກໄປຍັງບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ແລະ ນຳເຂົ້າບັນດາອຸປະກອນ, ວັດຖຸດິບສົ້ນເຂົ້າໃຫ້ການດຳເນີນທຸລະກິດດ້ວຍລາຄາຕ່ຳ, ມີຄຸນນະພາບສູງ.

“ນອກຈາກຄວາມມານະພະຍາຍາມ, ວິສາຫະກິດຕ້ອງກຳນົດທິດຕະຫລາດຄືນໃຫມ່ໃນສະພາບການໃຫມ່ ເມື່ອຫວຽດນາມ ເຊື່ອມໂຍງເຂົ້າກັບຕະຫລາດໂລກ ເປັນຕົ້ນແມ່ນບັນດາຕະຫລາດຈັດວາງອັດຕາພາສີສະດວກທີ່ສຸດ ສະນັ້ນ ບັນດາວິສາຫະກິດ ຕ້ອງຮັບປະກັນຄຸນນະພາບສີນຄ້າເພື່ອແຊກຊືມເຂົ້າຕະຫລາດເຫລົ່ານັ້ນ. ວິສາຫະກິດ ຕ້ອງຊອກຫາຄູ່ຮ່ວມມື, ຄູ່ຄ້າຢ່າງທັນທີ. ນອກນັ້ນ ສຸມໃສ່ຕະຫລາດຈຸດສຸມ ແລະ ຕ້ອງຮັບປະກັນລັກສະນະຈະສົ່ງອອກໄປຍັງຕະຫລາດຫລາຍແຫ່ງເພື່ອຫລີກລ້ຽງຄວາມສ່ຽງ. ສິ່ງນີ້ແມ່ນສະແດງໃຫ້ເຫັນວິໄສທັດ ແລະ ຍຸດທະສາດຂອງວິສາຫະກິດ.”

EVFTA ໄດ້ນຳມາເຊິ່ງແງ່ຫວັງຫລາຍຢ່າງໃຫ້ແກ່ບັນດາວິສາຫະກິດຫວຽດນາມ ເມື່ອລົບລ້າງພາສີນຳເຂົ້າໃຫ້ຂຶ້ນເຖິງກວ່າ 90% ປະເພດພາສີ. ພິເສດ ພາຍຫລັງສັນຍາມີຜົນສັກສິດ, ມີສິນຄ້າຫລາຍປະເພດ ຈະບໍ່ໄດ້ເສຍພາສີ. ໃນນັ້ນ ກາລະໂອກາດສົ່ງອອກສຳລັບຫມວດຜະລິດຕະພັນກະເສດແມ່ນໃຫຍ່ຫລວງ ຄື: ສິນໃນນ້ຳ, ເຂົ້າສານ, ນ້ຳຕານ, ໝາກພິກໄທ, ໝາກມ່ວງຫິມະພານ, ນ້ຳເຜິ້ງ, ໝາກໄມ້ສົດ, ຜັກ,  ແລະ ປຸງແຕ່ງນ້ຳໝາກໄມ້ສົດ. ເຖິງຢ່າງໃດກໍຕາມ, ສິ່ງດັ່ງກ່າວໄດ້ວາງອອກບັນຫາຄຸ້ມຄອງຄຸນນະພາບໃຫ້ບັນດາວິສາຫະກິດ ຢ່າງເຄັ່ງຄັດເພື່ອຮັບປະກັນມາດຖານເພື່ອສົ່ງອອກ.

ສຳລັບຂະແຫນງຕ່ຳແຜ່ນຕັດຫຍິບ, ປະຈຸບັນ ອີຢູ ແມ່ນຕະຫລາດໃຫຍ່ແຫ່ງທີ 2 ດ້ວຍລະດັບເຕີບໂຕແຕ່ລະປີແມ່ນ 7-10% ພຽງຖັດຈາກ ອາເມລິກາ. ປີ 2018 ເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ ໄດ້ສົ່ງອອກ ໄປຍັງອີຢູ ກວ່າ 4 ຕື້ USD.  ຕາມທ່ານ ຟີງອກຈີ້ງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນຕ່ຳແຜ່ນຕັດຫຍິບ ໂຮ່ເກືອມ ແລ້ວ, ຂະແຫນງຕ່ຳແຜ່ນຕັດຫຍິບຫວັງວ່າ ເມື່ອມີສັນຍາ EVFTA ການສົ່ງອອກຈະບັນລຸລະດັບ 40 ຕື້ USD. ເຖິງຢ່າງໃດກໍຕາມ, ການແກ້ງແຍ້ງຈະດຸເດືອດກວ່າສຳລັບບັນດາວິສາຫະກິດຕ່າງປະເທດ, ວິສາຫະກິດ FDI ແລະ ບັນດາວິສາຫະກິດພາຍໃນປະເທດ. ທ່ານ ຟີງອກທິ້ງ ໃຫ້ຮູ້ວ່າ:

“ສັນຍາ EVFTA ເມື່ອໄດ້ຮັບການຮັບຮອງເອົາ ບັນດາວິສາຫະກິດ ເວົ້າລວມ ແລະ ຂະແຫນງຕ່ຳແຜ່ນຕັດຫຍິບເວົ້າສະເພາະ ຈະມີກາລະໂອກາດໄດ້ສົ່ງອອກສິນຄ້າຫລາຍປະເພດເຂົ້າຕະຫລາດ ເອີລົບ. ເວລານັ້ນ ເຄື່ອງຕ່ຳແຜ່ນຕັດຫຍິບຂອງຫວຽດນາມສົ່ງອອກຕ່າງປະເທດຈະບໍ່ໄດ້ເສຍພາສີ. ປະຈຸລັນ ອັດຕາພາສີຕ້ອງເສຍແມ່ນ 9,6%.”

ຕາມທ່ານ ຫງວຽນຫາຍມີງ, ຮອງປະທານສະຫະສະມາຄົມວິສາຫະກິດ ເອີລົບ ຢູ່ ຫວຽດນາມ (Eurocham) ແລ້ວ, ເມື່ອສັນຍາ EVFTA ໄດ້ຮັບການຮັບຮອງເອົາ ບັນດາວິສາຫະກິດເວົ້າລວມ ແລະ ວິສາຫະກິດຕ່ຳແຜ່ນຕັດຫຍິບເວົ້າສະເພາະ ຈະມີກາລະໂອກາດສົ່ງອອກຫລາຍປະເພດສິນຄ້າໄປຍັງຕະຫລາດ ເອີລົບ.

“ຂະແຫນງຕ່ຳແຜ່ນຕັດຫຍິບ ແລະ ເກີບຫນັງ ແມ່ນສອງຂະແຫນງທີ່ໄດ້ຊົມໃຊ້ຜົນປະໂຫຍດຫລາຍສຸດຈາກສັນຍາ EVFTA. ເຖິງຢ່າງໃດກໍ່ຕາມ ເພື່ອຮັບຜົນປະໂຫຍດນັ້ນຈາກສັນຍາ EVFTA, ວິສາຫະກິດຕ້ອງເອົາໃຈໃສ່ເຖິງຕົ້ນກຳເນີດສິນຄ້າ.”

ປະຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ຍື່ນສະເຫນີລັດຖະບານ ເພື່ອຂໍອະນຸຍາດຜັນຂະຫຍາຍຂັ້ນຕອນໃຫ້ສັດຕະຍາບັນສັນຍາ EVFTA. ເພາະສະນັ້ນ ນັບແຕ່ນີ້ເປັນຕົ້ນໄປ, ບັນດາວິສາຫະກິດຫວຽດນາມ ຕ້ອງຊອກຮູ້ສັນຍານີ້ໃຫ້ລະອຽດ ເພື່ອຍາດແຍ່ງເອົາກາລະໂອກາດຍິ່ງໄວກໍ່ຍິ່ງດີ.

ຕອບກັບ