ຜົນປະໂຫຍດ້ານເສດຖະກິດຈາກຮູບແບບ ລ້ຽງກຸ້ງ - ປູກເຂົ້າ ຢູ່ ແຂວງ ຊອກຈັງ

Vinh Phong
Chia sẻ

(VOVWORLD) -ຮູບແບບ ລ້ຽງກຸ້ງ - ປູກເຂົ້າ ໄດ້ ແລະ ພວມ ຢັ້ງຢືນລັກສະນະຍືນຍົງ ແລະ ສະຖຽນລະພາບ ນັບທັງການຜະລິດກໍ່ຄືປະສິດທິຜົນດ້ານເສດຖະກິດ. ພິເສດ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ນ້ຳເຄັມຊຶມເຂົ້ານັບມື້ນັບຮ້າຍແຮງ, ສະນັ້ນ ການລ້ຽງກຸ້ງ - ປູກເຂົ້າ ຈຶ່ງຖືວ່າແມ່ນຮູບແບບການຜະລິດແບບອັດສະລິຍະ ອີງຕາມທຳມະຊາດ ມຸ່ງໄປເຖິງການຜະລິດແບບຍືນຍົງ. ຢູ່ ຊອກຈັງ ຊຶ່ງແມ່ນຫນຶ່ງໃນບັນດາແຂວງ ຂຶ້ນກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີເນື້ອທີ່ລ້ຽງກຸ້ງ ປູກເຂົ້າໃຫຍ່ກວ່າໝູ່ຢູ່ຫວຽດນາມ ດ້ວຍຈຸດດີ, ລັກສະນະພິເສດຂອງຮູບແບບນີ້ ທາງແຂວງ ພວມຮັກສາ ແລະ ເສີມຂະຫຍາຍຮູບແບບນີ້ໃຫ້ດີກວ່າເກົ່າ.

ທຸກໆມື້ ລຸງ ເຈີນວັນຕຽນ ຢູ່ ບ້ານ ຮວ່າເດ ຕາແສງ ຮວ່າເຕ ເມືອງ ໝີຊວຽນ ໄປເບິ່ງທົ່ງນາປູກເຂົ້າພັນ ST24 ແລະ ປະສົມກັບການລ້ຽງກຸ້ງ. ປີນີ້ ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ສະນັ້ນ  ເຂົ້າ ແລະ ກຸ້ງ ລ້ວນແຕ່ເຕີບໂຕດີ. ລຸງ ຕຽນ ໃຫ້ຮູ້ວ່າ: ພາຍຫລັງກ່ຽວເຂົ້າແລ້ວ ແມ່ນການເກັບກູ້ກຸ້ງ. ຮອດເດືອນເມສາ ຈະປ່ອຍນ້ຳເຄັມເຂົ້າທົ່ງນາເພື່ອສືບຕໍ່ລ້ຽງກຸ້ງ. ລຸງ ຕຽນ ກໍ່ແມ່ນຫນຶ່ງໃນບັນດາຄອບຄົວຕິດພັນກັບຮູບແບບ ລ້ຽງກຸ້ງ - ປູກເຂົ້າ ແລະ ຍ້ອນມີຮູບແບບນີ້ ຄອບຄົວຂອງລຸງຍາມໃດກໍ່ມີລາຍຮັບເປັນປົກກະຕິ.

ເຂດດິນ ເມືອງ ໝີຊວຽນ ມີ 6 ເດືອນ ແມ່ນນ້ຳເຄັມຊຶມເຂົ້າ ແລະ 6 ເດືອນແມ່ນນ້ຳຈືດ. ພໍ່ແມ່ປະຊາຊົນ ຢູ່ທີ່ນີ້ ອີງຕາມເງື່ອນໄຂທຳມະຊາດເພື່ອທຳການປູກຝັງ ລ້ຽງກຸ້ງ. ຮູບແບບ ລ້ຽງກຸ້ງ - ປູກເຂົ້າ ຍາມໃດກໍ່ແມ່ນຮູບແບບກະສິກຳທີ່ຍືນຍົງ. ລຸງ ຕ້າມີງແບກ ຢູ່ ບ້ານ ຮ່ວາເດ ຕາແສງ ຮ່ວາຕູ 1 ໃຫ້ຮູ້ວ່າ: ຄອບຄົວລຸງ ມີເນື້ອທີ່ດິນ ລ້ຽງກຸ້ງ - ປູກເຂົ້າ ປະມານ 6000 ຕາແມັດ, ແຕ່ລະລະດູສາມາດລ້ຽງກຸ້ງ ໄດ້ກວ່າ 1,5 ໂຕນ, ແລະ ເກັບກ່ຽວເຂົ້າ ໄດ້ປະມານ 500 ກິໂລກຼາມ/່1000 ຕາແມັດ. ລຸງ ແບກໃຫ້ຮູ້ວ່າ ນີ້ແມ່ນຮູບແບບການຜະລິດທີ່ຍືນຍົງ ເປັນຕົ້ນຕໍ່ຫນ້າສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດຄືປະຈຸບັນ ສະນັ້ນ ໃນໄລຍະຈະມາເຖິງ ຄອບຄົວຂອງລຸງ ຈະສືບຕໍ່ຕິດພັນກັບຮູບແບບນີ້.

“ຮູບແບບ ລ້ຽງກຸ້ງ - ປູກເຂົ້ານຳມາເຊິ່ງລາຍຮັບບໍ່ສູງ ແຕ່ພັດມີຄວາມຍືນຍົງກວ່າ. ທັງມີລາຍຮັບຈາກການຂາຍກຸ້ງ ທັງມີເຂົ້າກິນ. ຍືນຍົງຢູ່ບ່ອນວ່າ ລ້ຽງກຸ້ງໃນລະດູການຫນຶ່ງແລ້ວ ຫັນມາປູກເຂົ້າໃນລະດູການຫນຶ່ງ. ເມື່ອປູກເຂົ້າຈະຊ່ວຍດັດສ້າງສະພາບແວດລ້ອມໃຫ້ສະອາດ, ໃນນັ້ນ ຂີ້ກຸ້ງຈະຊ່ວຍໃຫ້ຕົ້ນເຂົ້າເຕີບໃຫຍ່ໄວ.”

ເຂດ ລ້ຽງກຸ້ງ - ປູກເຂົ້າ ຢູ່ ເມືອງ ໝີຊວຽນ ໄດ້ຮັບການສ້າງຂຶ້ນ ແລະ ພັດທະນາມາເປັນເວລາກວ່າ 20 ປີແລ້ວ. ຕາມນັ້ນແລ້ວ ມີເນື້ອທີ່ດິນປະມານ 10.000 ເຮັກຕາ ໂດຍແມ່ນປະຊາຊົນຢູ່ທີ່ນີ້ ຮັກສາເພື່ອທຳການຜະລິດໃນແຕ່ລະປີ ແລະ ລ້ຽງກຸ້ງຈາກ 1 -2 ລະດູການ, ປູກເຂົ້າ ໃນລະດູການຫນຶ່ງ. ໃນຊຸມປີຜ່ານມາ, ເພື່ອເພີ່ມລາຍຮັບ, ມູນຄ່າຈາກຮູບແບບ ລ້ຽງກຸ້ງ - ປູກເຂົ້ານັ້ນ ພໍ່ແມ່ປະຊາຊົນໄດ້ທຳການຜະລິດຕາມທິດຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ນຳເອົາບັນດາແນວພັນເຂົ້າມີມູນຄ່າດ້ານເສດຖະກິດສູງເຂົ້າໃນການຜະລິດ. ມາຮອດປະຈຸບັນ ມີ ສອງສະຫະກອນລ້ຽງກຸ້ງ ບັນລຸໃບຢັ້ງຢືນ VietGAP, ສະເພາະເຂົ້າມີປະມານ 60 ເຮັກຕາ ໄດ້ຮັບໃບຢັ້ງຢືນປອດສານພິດ. ທ່ານ ຕັ້ງແທງຈີ ຮອງຫົວຫນ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດ ເມືອງ ໝີຊວຽນ ໃຫ້ຮູ້ວ່າ:

ຜົນປະໂຫຍດ້ານເສດຖະກິດຈາກຮູບແບບ ລ້ຽງກຸ້ງ -  ປູກເຂົ້າ ຢູ່ ແຂວງ ຊອກຈັງ - ảnh 1 ຮູບແບບ ລ້ຽງກຸ້ງ - ປູກເຂົ້າ  ແມ່ນຮູບແບບການຜະລິດເປັນມິດກັບສິ່ງແວດລ້ອມ

ພາບ:tuoitre.vn

“ຮູບແບບ ລ້ຽງກຸ້ງ - ປູກເຂົ້າ ນີ້ ແມ່ນຮູບແບບການຜະລິດເປັນມິດກັບສິ່ງແວດລ້ອມ. ພາຍຫລັງລ້ຽງກຸ້ງແລ້ວ ປະຊາຊົນຫັນມາປູກເຂົ້າ, ຂີ້ກຸ້ງຈະແມ່ນເປັນຟຸ່ນຊ່ວຍໃຫ້ເຂົ້າເຕີຍໃຫຍ່ໄວ ກົງກັນຂ້າມ ຕົ້ນເຂົ້າຈະເຮັດໃຫ້ສິ່ງແວດລ້ອມໃນຫນອງລ້ຽງກຸ້ງສະອາດ, ປະກອບສ່ວນຊ່ວຍໃຫ້ລະດູການລ້ຽງກຸ້ງປີຕໍ່ໄປບັນລຸປະສິດທິຜົນກວ່າ.”

ໃນຊຸມປີຜ່ານມາ ສະມັດຕະພາບຈາກການລ້ຽງກຸ້ງ ຢູ່ ເມືອງ ໝີຊວຽນ ແມ່ນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນແຕ່ລະປີ. ຖ້າຫາກປີ 2015 ບັນລຸພຽງແຕ່ 30.000 ໂຕນ, ມາຮອດປີ 2018 ໄດ້ເພີ່ມຂຶ້ນ 33.600 ໂຕນ. ຍ້ອນມີຮູບແບບການຜະລິດແບບອັດສະລິຍະ, ເລື່ອງປູກເຂົ້າໃນເນື້ອທີ່ລ້ຽງກຸ້ງ ໄດ້ຊ່ວຍປັບປຸງສະພາບແວດລ້ອມຊີວະພາບເພື່ອໃຫ້ກຸ້ງພັດທະນາແບບຍືນຍົງ. ຄຽງຄູ່ກັນນັ້ນ ພໍ່ແມ່ປະຊາຊົນໄດ້ໝູນໃຊ້ຄວາມກ້າວຫນ້າດ້ານວິທະຍາສາດເຂົ້າໃນການຜະລິດ, ສະນັ້ນ ປະສິດທິຜົນດ້ານເສດຖະກິດນຳມາໃຫ້ແມ່ນສູງກວ່າ. ປະຈຸບັນ ໝີຊວຽນ ພວມສ້າງແຜນຮ່າງ “ເຂົ້າຫອມ ກຸ້ງສະອາດ” ແລະ ນຳເອົາບັນດາແນວພັນເຂົ້າພິເສດຂອງແຂວງ ເຂົ້າໃນການຜະລິດ.

ແຂວງ ຊອກຈັງ ພວມກໍ່ສ້າງເສັ້ນທາງຈາກໃຈກາງນະຄອນ ຊອກຈັງ ໄປເຖິງເຂດເສດຖະກິດຈຸດສຸມລ້ຽງກຸ້ງ  - ປູກເຂົ້າ ຂອງ ໝີຊວຽນ ດ້ວຍງົບປະມານເກືອບ 1.200 ຕື້ດົງ ຈະສ້າງເງື່ອນໄຂສະດວກໃນການຂົນສົ່ງ ແລະ ຈໍລະຈອນສິນຄ້າ  ກໍ່ຄືປະກອບສ່ວນນຳເສດຖະກິດ ສັງຄົມ ຂອງ 6 ຕາແສງ ທຳການລ້ຽງກຸ້ງ - ປູກເຂົ້າ ໃຫ້ນັບມື້ນັບພັດທະນາ. ເມືອງ ໝີຊວຽນ ເວົ້າສະເພາະ ແລະ ແຂວງ ຊອກຈັງ ເວົ້າລວມ ຕັດສິນໃຈຮັກສາ ແລະ ເສີມຂະຫຍາຍຮູບແບບການຜະລິດນີ້ ເພື່ອປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ທີ່ນັບມື້ນັບຜັນແປໄປຢ່າງສັບສົນຄືປະຈຸບັນ.

ຕອບກັບ