ບາດກ້າວບຸກທະລຸໃນການພັດທະນານະຄອນໃຫມ່ ບີ່ງເຢືອງ

CTV
Chia sẻ

(VOVWORLD) -ພົ້ນເດັ່ນຂຶ້ນຢູ່ໃນແຜນທີ່ເສດຖະກິດຫວຽດນາມ, ບີ່ງເຢືອງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າໃນການສ້າງສະພາບແວດລ້ອມເປັນມິດ ແລະ ດຶງດູດການລົງທຶນຢ່າງມີປະສິດທິຜົນ. ເພື່ອຮັບໃຊ້ໃຫ້ເປົ້າໝາຍພັດທະນາຮອບດ້ານ, ແຂວງ ບີ່ງເຢືອງ ໄດ້ຜັນຂະຫຍາຍການກໍ່ສ້າງນະຄອນໃຫມ່ ດ້ວຍຫລາຍກິດຈະກຳທັນສະໄຫມທີ່ສຸດ. ນີ້ໄດ້ຮັບຖືວ່າ ແມ່ນກິດຈະກຳຈຸດສຸມ ໃນໄລຍະໃຫມ່ ຊື່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ບີ່ງເຢືອງ ຕັດສິນໃຈກໍ່ສ້າງເພື່ອແນໃສ່ເປົ້າໝາຍພັດທະນາຢ່າງຮອບດ້ານ, ໝັ້ນຄົງ.

ບາດກ້າວບຸກທະລຸໃນການພັດທະນານະຄອນໃຫມ່ ບີ່ງເຢືອງ - ảnh 1ກຸ່ມບໍລິສັດ Becamex IDC  ຊື່ງແມ່ນກຸ່ມບໍລິສັດພັດທະນາອຸດສາຫະກຳ ແລະ ຕົວເມືອງແຖວຫນ້າ ຈະປະຕິບັດໂຄງການ ກໍ່ສ້າງນະຄອນໃຫມ່ ບີ່ງເຢືອງ ດ້ວຍຂອບຂະຫນາດ 1000 ເຮັກຕາ (ພາບ: Binhduong)

ພ້ອມກັບການພັດທະນາອຸດສາຫະກຳ, ໄລຍະຜ່ານມາ ແຂວງ ບີ່ງເຢືອງ ໄດ້ດຶງດູດການລົງທຶນກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງຕົວເມືອງຢ່າງຄົບຊຸດ ເພື່ອສ້າງຄວາມດຸ່ນດ່ຽງໃນການພັດທະນາເສດຖະກິດແບບຍືນຍົງ, ດຶງດູດການລົງທຶນ. ເພາະສະນັ້ນ ໂຄງການກໍ່ສ້າງນະຄອນໃຫມ່ ບີ່ງເຢືອງ ດ້ວຍຂອບຂະຫນາດ 1000 ເຮັກຕາ ຊື່ງໄດ້ຮັບການອະນຸມັດຈາກ ລັດຖະບານເພື່ອກາຍເປັນຕົວເມືອງສີວິໄລ, ທັນສະໄຫມ, ກາຍເປັນເມືອງໃຈກາງຂອງນະຄອນ ບີ່ງເຢືອງ ຂຶ້ນກັບສູນກາງ ຕາມການກຳນົດທິດການວາງແຜນຜັງຮອດປີ 2020.

ໂຄງການນີ້ ທາງແຂວງ ບີ່ງເຢືອງ ໄດ້ມອບໃຫ້ ກຸ່ມບໍລິສັດ Becamex IDC  ຊື່ງແມ່ນກຸ່ມບໍລິສັດພັດທະນາອຸດສາຫະກຳ ແລະ ຕົວເມືອງແຖວຫນ້າປະຈຸບັນ ດ້ວຍບັນດາຜົນງານຈາກບັນດາເຂດອຸດສາຫະກຳ ໝີເຟືອກ ແລະ ບັນດາເຂດອຸດສາຫະກຳ VSIP ປະຕິບັດ. ພາຍຫລັງກວ່າ 3 ປີແຫ່ງການຜັນຂະຫຍາຍກໍ່ສ້າງ, Becamex IDC   ໄດ້ນຳນະຄອນໃຫມ່ ບີ່ງເຢືອງ ກໍ່ສ້າງບັນດາກິດຈະກຳໃຫ້ສຳເລັດໂດຍພື້ນຖານ ແລະ ນຳເຂົ້າເຄື່ອນໄຫວ, ຊ່ວຍໂສມຫນ້າຂອງຕົວເມືອງນີ້ມີການປ່ຽນແປງຢ່າງວ່ອງໄວ, ສ້າງການແຜ່ລາມອອກເພື່ອຮັບໃຊ້ອຸດສາຫະກຳ ແລະ ບໍລິການພັດທະນາ. ທ່ານ ມາຍຮຸ່ງຢູ໋ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບີ່ງເຢືອງ ຢືນຢັນວ່າ:

ທີຫນຶ່ງ ພວກຂ້າພະເຈົ້າ ປະຕິບັດວຽກງານໂຄສະນາເຖິງບັນດາວິສາຫະກິດ, ປະຊາຊົນ ແຂວງ ບີ່ງເຢືອງ ແລະ ບັນດາໂຮງຮຽນສອນວິຊາຊີບ ຢູ່ ບີ່ງເຢືອງ ມີຄວາມເຂົ້າໃຈໄດ້ເປົ້າໝາຍມຸ່ງໄປເຖິງຂອງແຜນຮ່າງນະຄອນ ອັດສະລິຍະ ບີ່ງເຢືອງ. ທີສອງ ບັນດາມະຫາວິທະຍາໄລໃນບໍລິເວັນແຂວງ ໄດ້ມີບັນດາຜະລິດຕະພັນເໝາະສົມກັບຕະຫລາດ, ສ້າງຕັ້ງບັນດາຫ້ອງທົດລອງ. ບັນດາອົງການຄຸ້ມຄອງລັດ ກໍ່ສຸມໃສ່ເສນາທິການໃຫ້ແຂວງ ກໍ່ສ້າງບັນດາໂຄງການ, ກິດຈະກຳ ຕາມທິດອັດສະລິຍະ, ພັດທະນາແບບຍືນຍົງ.”

ເພື່ອສ້າງລັກສະນະຄົບຊຸດໃນການຄຸ້ມຄອງ, ກໍ່ສ້າງ ແລະ ພັດທະນາ, ທາງແຂວງ ໄດ້ດຶງດູດບັນດານັກສະຖາປະນິກທີ່ມີຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອອອກແບບບັນດາກິດຈະກຳໃຫຍ່, ກິດຈະກຳສ້າງກຳລັງຫນູນເພື່ອໃຫ້ນະຄອນນີ້ກາຍເປັນປະຕູເຊື່ອມຕໍ່ກັບສາກົນ ແລະ ພົວພັນແລກປ່ຽນດ້ານການຄ້າ, ການບໍລິການ ແລະ ແລກປ່ຽນ, ຖ່າຍທອດເຕັກໂນໂລຊີ ຢູ່ໃນລະດັບວິທະຍາສາດກ້າວຫນ້າທີ່ສຸດ. ນີ້ແມ່ນວິທີການເປີດ ແລະ ເຕົ້າໂຮມ, ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງພາຍໃນ ແລະ ດຶງດູດກຳລັງແຮງພາຍນອກ ຮັບໃຊ້ການຫັນເປັນອຸດສາຫະກຳ ທັນສະໄຫມຂອງແຂວງ ຢ່າງມີປະສິດທິຜົນ.

ພາຍໃຕ້ການສັງເກດຂອງນັກເສດຖະກິດຫລາຍທ່ານແລ້ວ, ນະຄອນໃຫມ່ ບີ່ງເຢືອງ ມີທີ່ຕັ້ງຍຸດທະສາດສຳຄັນ ນອນໃນເຂດໃຈກາງບັນດາເສັ້ນທາງອ້ອມຮອບຂອງນະຄອນ ໂຮ່ຈີມີນ, ແລະ ສາຍທາງເຊື່ອມຕໍ່ທາງທິດໃຕ້ ແລະ ທິດເຫນືອຂອງແຂວງບີ່ງເຢືອງ ເພື່ອພັດທະນາອຸດສາຫະກຳໃນອະນາຄົດ; ຍິ່ງໄປກວ່ານັ້ນ ແມ່ນປະກອບສ່ວນສຳຄັນເພື່ອຊຸກຍູ້ເຂດເສດຖະກິດຈຸດສຸມທາງທິດໃຕ້ໃຫ້ພັດທະນາກວ່າອີກ. ຄຽງຄູ່ກັນນັ້ນ ບີ່ງເຢືອງ ພັດທະນາອຸດສາຫະກຳຢ່າງວ່ອງໄວ ແລະ ບໍລິການມີຄວາມສາມາດບົ່ມຊ້ອນພັດທະນາຕາມ. ສະນັ້ນ ເລື່ອງກໍ່ສ້າງພື້ນຖານໂຄງລ່າງເພື່ອດຶງດູດ ແລະ ຍົກສູງບໍລິການໃນເທື່ອລະກ້າວແມ່ນສິ່ງທີ່ຈຳເປັນທີ່ສຸດ, ໃນນັ້ນ ນະຄອນໃຫມ່ຈຶ່ງແມ່ນບາດກ້າວບຸກທະລຸເພື່ອຍົກສູງຄຸນຄ່າບໍລິການພັດທະນາຮອບດ້ານຢູ່ໃນລະດັບສູງໃຫມ່.

ພ້ອມກັບອຳນາດການປົກຄອງນະຄອນ, ກຸ່ມບໍລິສັດ Becamex IDC   ຊື່ງແມ່ນຫົວຫນ່ວຍຜັນຂະຫຍາຍໂຄງການກໍ່ໄດ້ຍົກອອກຫລາຍຂໍ້ລິເລີ່ມ, ສ້າງບາດກ້າວບຸກທະລຸໃຫ້ແກ່ນະຄອນໃຫມ່ ບີ່ງເຢືອງ. ທ່ານ ຫງວຽນວັນຮຸ່ງ ຜູ້ອຳນວຍການໃຫຍ່ ບໍລິສັດ Becamex ບີ່ງເຢືອງ ຈຳກັດ ຢືນຢັນວ່າ:

“ພວກຂ້າພະເຈົ້າມີບັນດາໂຄງການຄື: ເສັ້ນທາງ ໝີເຟືອກ ເຕີນກວ໋າງ ແມ່ນເສັ້ນທາງອັດສະລິຍະ ຕິດພັນກັບການພັດທະນາເສັ້ນທາງລົດໄຟ ເພື່ອເຊື່ອມຕໍ່ບັນດາເຂດອຸດສາຫະກຳ, ທ່າກຳປັ່ນ, ສະຫນາມບິນສາກົນຢ່າງສະດວກທີ່ສຸດ. ນີ້ແມ່ນແຜນຮ່າງສຳຄັນ. ຖ້າໄດ້ຮັບການກໍ່ສ້າງສຳເລັດ ຈະນຳມາເຊິ່ງທ່າໄດ້ປຽບຫລາຍຢ່າງ.”

ຜ່ານ 3 ປີມານະພະຍາຍາມສຸມໃສ່ໃຫ້ກິດຈະກຳຈຸດສຸມນີ້ ນະຄອນໃຫມ່ ບີ່ງເຢືອງ ພວມສ້າງໂສມຫນ້າໃຫມ່, ສົມກັບສູນປົກຄອງ ເສດຖະກິດ ວັດທະນະທຳ ຂອງແຂວງ ບີ່ງເຢືອງ ທັນສະໄຫມ, ຂະຫຍັນຂັນເຄື່ອນ ດ້ວຍບັນດາການບໍລິການ ແລະ ລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ເຊື່ອມຕໍ່ຢ່າງແຫນ້ນແຟ້ນກັບບັນດາແຂວງ, ນະຄອນໃກ້ຄຽງ. ຜ່ານນັ້ນ ປະກອບສ່ວນຊຸກຍູ້ເຂດເສດຖະກິດຈຸດສຸມທາງທິດໃຕ້ ສືບຕໍ່ພັດທະນາຢ່າງແຮງຕາມທິດຕິດພັນອຸດສາຫະກຳ - ຕົວເມືອງ.

ຕອບກັບ