ນະຄອນ ດ່າຫນັງ ຍູ້ແຮງການດຶງດູດການລົງທຶນ

Thanh Ha + Vinh Phong
Chia sẻ

(VOVWORLD) - ນັບແຕ່ຊຸມມື້ຕົ້ນປີໃຫມ່ 2021, ນະຄອນ ດາຫນັງ ອອກຫນັງສືອະນຸຍາດໃຫ້ລົງທຶນ ແລະ ມີແຜນນະໂຍບາຍຄົ້ນຄ້ວາລົງທຶນຫລາຍໂຄງການໃຫ້ແກ່ບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນສັນຍານປິຕິຊົມຊື່ນໃນ “ປີຟື້ນຟູການເຕີບໂຕ ແລະ ຍູ້ແຮງການພັດທະນາເສດຖະກິດ” ຊື່ງ ດາຫນັງ ເລືອກເຟັ້ນເປັນຫົວເລື່ອງຂອງປີ 2021.  ເພື່ອຍູ້ແຮງການດຶງດູດການລົງທຶນ, ນະຄອນ ດາຫນັງ ໃຫ້ຄຳໝັ້ນສັນຍາ ສືບຕໍ່ປະຕິຮູບລະບຽບການບໍລິຫານ, ສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນມີຄວາມສະດວກໃນການສຳຜັດກັບທີ່ດິນ ແລະ ກາລະໂອກາດທຳມາຫາກິນ.

ນະຄອນ ດ່າຫນັງ ຍູ້ແຮງການດຶງດູດການລົງທຶນ - ảnh 1ການນຳນະຄອນ ດາຫນັງ ມອບຫນັງສືອະນຸຍາດການລົງທຶນໃຫ້ແກ່ຜູ້ຕາງຫນ້າ 6 ໂຄງການ

 ນະຄອນ ດາຫນັງ ຫາກໍ່ອອກຫນັງສືອະນຸຍາດໃຫ້ລົງທຶນສຳລັບ 6 ໂຄງການ ແລະ ເອກະສານຮັບຮອງແຜນນະໂຍບາຍການລົງທຶນ ໃຫ້ແກ່ ໂຄງການລົງທຶນຢູ່ເຂດເຕັກໂນໂລຊີສູງ ແລະ ບັນດາເຂດອຸດສາຫະກຳ ດາຫນັງ. ຍອດຈຳນວນທຶນຈົດທະບຽນແມ່ນກວ່າ 280 ລ້ານ USD. ໃນຈຳນວນບັນດາໂຄງການໄດ້ຮັບຫນັງສືອະນຸຍາດຈົດທະບຽນການລົງທຶນຄັ້ງນີ້ ມີ 3 ໂຄງການລົງທຶນໂດຍກົງຂອງຕ່າງປະເທດທີ່ມາຈາກ ອາເມລິກາ ແລະ ຍີ່ປຸ່ນ. ນັບແຕ່ປີ 2016 ມາຮອດປະຈຸບັນ, ການລົງທຶນຂອງຕ່າງປະເທດ ຢູ່ ດາຫນັງ ບັນລຸກວ່າ 530 ໂຄງການດ້ວຍຍອດຈຳນວນກວ່າ 1 ຕື້ USD. ມາຮອດປະຈຸບັນ ດາຫນັງ ມີ 892 ໂຄງການລົງທຶນໂດຍກົງຂອງຕ່າງປະເທດ ດ້ວຍຍອດຈຳນວນເງິນລົງທຶນເກືອບ 3,9 ຕື້ USD.

ນັບແຕ່ຕົ້ນປີມາຮອດປະຈຸບັນ, ນະຄອນ ດາຫນັງ ໄດ້ອອກຫນັງສືອະນຸຍາດຈົດທະບຽນສ້າງຕັ້ງໃຫມ່ໃຫ້ແກ່ 487 ວິສາຫະກິດ, ສາຂາ ແລະ ຫ້ອງການຜູ້ຕາງຫນ້າ ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນເກືອບ 4.800 ຕື້ດົ່ງ, ເພີ່ມຂຶ້ນ 50% ກ່ຽວກັບທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ເລມີງຟຸກ ຜູ້ອຳນວຍການໃຫຍ່ ບໍລິສັດ  ໂຮງແຮມ ແລະ ວີນລາ ນາມຟາດ ຈຳກັດ ມີເງິນລົງທຶນ 100% ຂອງຕ່າງປະເທດ ຫາກໍ່ລົງທຶນ 100 ລ້ານ USD ເຂົ້ານະຄອນ ດາຫນັງ ໃຫ້ຮູ້ວ່າ:

“ໄລຍະຜ່ານມາ ການນຳ ຄະນະກຳມະການ ປະຊາຊົນ ນະຄອນ ດາຫນັງ ແລະ ບັນດາພະແນກ ຂະແຫນງການ ໄດ້ຫນູນຊ່ວຍໃຫ້ບໍລິສັດຢ່າງສຸດຄວາມສາມາດຂອງຕົນ ໃນການແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຂັດເພື່ອໃຫ້ບໍລິສັດຜັນຂະຫຍາຍໂຄງການ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາ ຈະຍູ້ໄວຄວາມຄຶບຫນ້າໂຄງການເພື່ອໃຫ້ໂຄງການສຳເລັດກາງປີ 2022.”

ນະຄອນ ດ່າຫນັງ ຍູ້ແຮງການດຶງດູດການລົງທຶນ - ảnh 2ທ່ານ ຫງວຽນວັນກວ໋າງ ເລຂາຄະນະພັກ ນະຄອນ ດາຫນັງ

ເພື່ອຫນູນຊ່ວຍ ວິສາຫະກິດໃຫ້ໄດ້ຫລາຍສຸດ, ຕົ້ນປີ 2021, ຄະນະກຳມະການ ປະຊາຊົນນະຄອນ ດາຫນັງ ມີເອກະສານ ຊີ້ນຳກ່ຽວກັບເລື່ອງຫລຸດຜ່ອນຂັ້ນຕອນ ປະຕິຮູບດ້ານບໍລິຫານເພື່ອແກ້ໄຂຄວາມຫຍຸ້ງຍາກ ຂໍ້ຕິດຂັດໃນລະບຽບການລົງທຶນ.

ທ່ານນາງ ເຈີນທິແທງເຕີມ ຫົວຫນ້າພະແນກແຜນການ ແລະ ການລົງທຶນ ນະຄອນ ດາຫນັງ ຢືນຢັນວ່າ: ພະແນກ ຈະສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ, ມີລັກສະນະແກ້ງແຍ່ງສູງ, ເປີດເຜີຍ ໂປ່ງໃສ.

  “ພະແນກແຜນການ ແລະ ການລົງທຶນ ຈະສືບຕໍ່ສົມທົບກັບບັນດາພະແນກ ຂະແຫນງການ ເພື່ອສືບຕໍ່ຄຸ້ມຄອງການດຶງດູດບັນດາໂຄງການລົງທຶນໃຫມ່ຢ່າງເຄັ່ງຄັດ ຕາມການກຳນົດທິດຂອງນະຄອນ. ນັ້ນແມ່ນ ເປັນມິດກັບສິ່ງແວດລ້ອມ. ພ້ອມທັງ ຈະເປັນເສນາທິການໃຫ້ນະຄອນຈັດຕັ້ງການພົບປະ, ເວທີປາໄສຫລາຍຄັ້ງກວ່າອີກ ເພື່ອກຳແຫນ້ນບັນດາຄວາມຫຍຸ້ງຍາກຂໍ້ຕິດຂັດຂອງນັກລົງທຶນ. ຈາກນັ້ນ ຈຶ່ງມີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຂັດ ພ້ອມທັງຈະມີບັນດາມາດຕະການໃຫມ່ ໃນການປະຕິຮູບດ້ານບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງປອດໃສ ສະດວກງ່າຍດາຍ ຕັ້ງຫນ້າ ຫນູນຊ່ວຍໃຫ້ແກ່ບັນດານັກລົງທຶນເຂົ້າມາລົງທຶນຢູ່ ດາຫນັງ”

ເພື່ອສືບຕໍ່ດຶງດູດການລົງທຶນເຂົ້ານະຄອນ, ດາຫນັງ ປະຕິບັດ 6 ໝວດມາດຕະການແກ້ໄຂຄື: ສ້າງສຳເລັດກົນໄກນະໂຍບາຍ, ປະກາດໃຊ້ການວາງແຜນຜັງທີ່ດິນເໝາະສົມກັບການວາງແຜນຜັງລວມໂດຍໄວ, ສືບຕໍ່ສ້າງຂໍ້ກຳນົດກົດລະບຽບການປະມູນສິດນຳໃຊ້ທີ່ດິນໃຫ້ສົມບູນແບບ. ທ່ານ ຫງວຽນວັນກວ໋າງ ເລຂາຄະນະພັກ ນະຄອນ ດາຫນັງ ຢືນຢັນ:

“ພວກເຮົາໃຫ້ຄຳໝັ້ນສັນຍາ ຍົກສູງສະພາບແວດລ້ອມແຫ່ງການດຳລົງຊີວິດ, ການເຮັດວຽກ ນັບທັງດ້ານຄົມມະນາຄົມ, ສາທາລະນະສຸກ, ບັນດາເງື່ອນໄຂຜະລິດດຳເນີນທຸລະກິດ ຄື: ສະຫນອງໄຟຟ້າ, ນ້ຳສະອາດ ພິເສດ ແມ່ນບັນຫາສິ່ງແວດລ້ອມ. ພວກຂ້າພະເຈົ້າສະເຫນີຕໍ່ກັບສູນກາງກ່ຽວກັບບາງກົນໄກນະໂຍບາຍພິເສດໃຫ້ແກ່ນະຄອນ ໃນການປະຕິບັດມະຕິຂອງສະພາແຫ່ງຊາດ ເພື່ອສ້າງທ່າໄດ້ປຽບຂອງນະຄອນກໍ່ຄືທ່າໄດ້ປຽບຂອງນັກລົງທຶນ"                                             ທ່ານປະທານ ຄະນະກຳມະການປະຊາຊົນ ນະຄອນ ດາຫນັງ ຫາກໍ່ລົງນາມໃນຂໍ້ຕົກລົງ ດັດປັບ ບັນຊີລາຍຊື່ໂຄງການຈຸດສຸມດຶງດູດການລົງທຶນເຂົ້ານະຄອນໄລຍະ 2020- 2025. ຕາມນັ້ນແລ້ວ ມີ 57 ໂຄງການຈຸດສຸມ ຊື່ງ ນະຄອນດາຫນັງ ສຸມໃສ່ດຶງດູດການລົງທຶນໃນໄລຍະນີ້, ໃນນັ້ນ ມີໂຄງການ ດ້ວຍຍອດຈຳນວນເງິນລົງທຶນຄາດວ່າ ແມ່ນຂຶ້ນເຖິງ 54.500 ຕື້ດົ່ງ.

ຕອບກັບ