ດົ່ງ​ນາຍມຸ່ງ​ໄປ​ເຖິງ​ການກໍ່​ສ້າງ​ນະ​ຄອນ​ອັດສະ​ລິຍ​ະ

Chia sẻ
(VOVWORLD) -ຖັດຈາກຮ່າໂນ້ຍ, ນະຄອນໂຮ່ຈິມີນ, ດ່ານັ້ງ, ບິ່ງເຢືອງ, ດົ່ງນາຍແມ່ນໜຶ່ງໃນທ້ອງຖິ່ນຈຳນວນຫນ້ອຍຖ້ອງຖິ່ນທີ່ ໄດ້ຮັບການຄັດເລືອກຈາກລັດຖະບານເພື່ອປະຕິບັດການທົດລອງກໍ່ສ້າງຮູບແບບນະຄອນອັດສະລິຍະຜ່ານການຮ່ວມມືກັບບັນດາກຸ່ມບໍລິສັດໃຫຍ່ໃນໂລກ. ໂດຍແມ່ນທອ້ງຖິ່ນປະຕິບັດການຫັນເປັນຕົວເມືອງຢ່າງວ່ອງໄວກວ່າໝູ່ໃນທົ່ວປະເທດ, ໄລຍະຜ່ານມາ ແຂວງດົ່ງນາຍ ໄດ້ເລີ່ມຜັນຂະຫຍາຍບາງ ຊອບແວອັດສະລິຍະເຂົ້າໃນການຈະລາຈອນ, ສາທາລະນະສຸກ, ການສຶກສາ...ນີ້ແມ່ນປະຖົມປັດໄຈເພື່ອກະກຽມໃຫ້ແກ່ການມຸ່ງໄປເຖິງການກໍ່ສ້າງຕົວເມືອງອັດສະລິຍະຂະຫນາດໃຫຍ່ໃນໄລຍະຈະມາເຖິງ.
ດົ່ງ​ນາຍມຸ່ງ​ໄປ​ເຖິງ​ການກໍ່​ສ້າງ​ນະ​ຄອນ​ອັດສະ​ລິຍ​ະ - ảnh 1ໂຮງໝໍຫຼາຍຂະແໜງດົ່ງນາຍ, ສະຖານທີ່ທີ່ໄດ້ຮັບການນຳໃຊ້ບັນດາເຕັກໂນໂລຢິຂໍ້ມູນຂ່າວສານທີີ່ທັນສະໄໝ  (ພາບ: baodongnai.com.vn)

  ນະຄອນອັດສະລິຍຳແມ່ນຮູບແບບນະຄອນນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ພູມປັນຍາທຽມເພື່ອຄຸ້ມຄອງ, ຍົກສູງມາດຕະຖານຊີວິດການເປັນຢູ່ຕົວເມືອງ, ປັບປຸງຄຸນນະພາບການຮັບໃຊ້ຂອງອຳນາດການປົກຄອງນະຄອນ ແລະ ນຳໃຊ້ບັນດາແຫຼ່ງພະລັງງານ, ຊັບພະຍາກອນທຳມະຊາດ…ຢ່າງມີປະສິດທິຜົນ. ທ່ານ ຮີ່ງກວາງລຽມ, ຮອງຜູ້ອຳນວຍການ VNPT ໃຫ້ຮູ້ວ່າ:

“ພື້ນຖານຫຼັກແຫຼ່ງຂອງຕົວເມືອງອັດສະລິຍະແມ່ນການເຊື່ອມຕໍ່ລະຫວ່າງບັນດາຂໍ້ມູນນຳກັນ, ຈາກ ອິນເຕີແນັດສັບພະສິ່ງ (Internet of Things) ຕະຫລອດຮອດທຸກໆຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງອຳນາດການປົກຄອງເອເລັກໂຕນິກ, ບັນດາຂະແໜງການຕ້ອງແບ່ງປັນຂໍ້ມູນເຊິ່ງກັນແລະກັນຢ່າງຈະແຈ້ງ, ມີລັກສະນະນິຕິກຳ, ຜ່ານນັ້ນຈຶ່ງນຳມາເຊິ່ງການຮັບໃຊ້ໃຫ້ແກ່ ປະຊາຊົນ ດີທີ່ສຸດ”.

ຕາມເປົ້າໝາຍຊຶ່ງລັດຖະບານວາງອອກແມ່ນຮອດປີ 2020, ຫວຽດນາມຈະມີ 3 ຕົວເມືອງທີ່ສາມາດກໍ່ສ້າງເປັນຕົວເມືອງອັດສະລິຍະ ນັ້ນແມ່ນ: ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນໂຮ່ຈີມິນ. ສ່ວນດົ່ງນາຍ, ບ່າເຣີຍ - ຫວຸງເຕົ່າ, ບັກນິງ, ຫ໋າຍຟ່ອງ… ແມ່ນບັນດາທ້ອງຖິ່ນ ທີ່ຈະໄດ້ຮັບການປະຕິບັດຖັດຈາກນັ້ນ.

ສຳລັບດົ່ງນາຍ, ຊື່ງແມ່ນທ້ອງຖິ່ນປະຕິບັດການຫັນເປັນຕົວເມືອງໄວກວ່າໝູ່ໃນທົ່ວປະເທດ, ໃນຊຸມປີຜ່ານມາ ດົ່ງນາຍຜັນຂະຫຍາຍໄດ້ບາງຊອບແວອັດສະລິຍະ, ເພື່ອແນໃສ່ກະກຽມໃຫ້ແກ່ການມຸ່ງໄປເຖິງການກໍ່ສ້າງຕົວເມືອງອັດສະລິຍະໃຫຍ່ໃນໄລຍະຈະມາເຖິງ, ນັ້ນແມ່ນບັນດາຊອບແວໃນຂົງເຂດຈະລາຈອນຄື ການຕິດຕາມການເດີນທາງຂອງລົດເມ, ກ້ອງວົງຈອນປິດຕິດຕາມກວດກາການຈະລາຈອນ, ລະບົບບັນຊາສັນຍານການຈະລາຈອນ, ສ້າງຕັ້ງສູນກາງບັນຊາຈະລາຈອນ…. ທ່ານພັນຕີ ເຈິ່ນຈ້ອງຖຸຍ, ຕຳຫຼວດແຂວງດົ່ງນາຍ ຢັ້ງຢືນວ່າເລື່ອງຜັນຂະຫຍາຍລະບົບອັດຕະໂນມັດດັ່ງກ່າວແມ່ນບາດກ້າວໃຫຍ່ເພື່ອຊ່ວຍຫຼຸດຜ່ອນຈຳນວນພະນັກງານລົງກວດກາຢູ່ຕາມທ້ອງຖະຫນົນ.

“ນີ້ແມ່ນເຕັກໂນໂລຢີທັນສະໄໝ, ມີການໄຈ້ແຍກ, ອັບເດັດຂໍ້ມູນແບບອັດຕະໂນມັດ, ແກ້ໄຂບັນດາການກະທຳເຂົ້າຮ່ວມການຈະລາຈອນຢູ່ບັນດາສະຖານທີ່ທີ່ໄດ້ຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ບັນດາອຸປະກອນກວດກາ, ປັບໄໝການລະເມີດກົດໝາຍ. ທຸກໆການອັບເດັດ ແລະ ໄຈ້ແຍກຂໍ້ມູນລ້ວນແຕ່ໄດ້ປະຕິບັດແບບອັດຕະໂນມັດເພື່ອປັບໄໝຜູ້ ລະເມີດກົດໝາຍການຈະລາຈອນ".

ບັນດາຂົງເຂດອື່ນຄື: ການສຶກສາ, ຕິດຕາມກວດກາແຫຼ່ງນ້ຳເສຍຜ່ານບັນດາປ້ອມວັດແທກແບບອັດຕະໂນມັດ, ກ່າວເຕືອນດັດຊະນີກໍ່ມົນລະຜິດໂດຍໄວ…ໄດ້ນຳມາເຊິ່ງໝາກຜົນທີ່ດີ. ພິເສດ, ແຕ່ປີ 2018, ຂະແໜງສາທາລະນະສຸກ ດົ່ງນາຍໄດ້ປະຕິບັດທົດລອງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຊື່ອມຕໍ່ຕາໜ່າງຄຸ້ມຄອງເອກະສານສຸຂະພາບສ່ວນຕົວຜ່ານຊອບແວອັດສະລິຍະບົນພື້ນຖານ App ແລະ Web. ຜ່ານນັ້ນຊ່ວຍ ຄຸ້ມຄອງການຊື້ຂາຍ, ເກັບຮັກສາຢຸກຢາ, ເອກະສານສຸຂະພາບສ່ວນຕົວດ້ວຍລະບົບເອເລັກໂຕນິກຊ່ວຍຄຸ້ມຄອງສຸຂະພາບຢ່າງຮອບດ້ານ, ຕໍ່ເນື່ອງນັບແຕ່ເມື່ອພົນລະເມືອງນັ້ນກຳເນີດຈົນເຖິງມື້ເສຍຊີວິດ.

ປັດຈຸບັນ, ດົ່ງນາຍໄດ້ສ້າງເອກະສານສຸຂະພາບສ່ວນຕົວ ໃຫ້ແກ່ປະຊາຊົນ 3 ລ້ານຄົນ, ມີ ກ່ວາ 80% ຮາກຖານຂາຍຢຸກຢາຍ່ອຍໃນບໍລິເວນແຂວງໄດ້ເຂົ້າຮ່ວມການນຳໃຊ້ຊອບແວເຊື່ອມຕໍ່ຮ້ານຂາຍຢາ, ບັນດາຮາກຖານກວດພະຍາດ ແລະ ຮາກຖານການຢາສ່ວນຫຼາຍລ້ວນແຕ່ເຂົ້າຮ່ວມຕາໜ່າງສາທາລະນະສຸກປະຊາຄົມເພື່ອຊ່ວຍເຫຼືອປະຊາຊົນໃນການຊອກຫາບັນດາບໍລິການສາທາລະນະສຸກຢ່າງງ່າຍດາຍ. ທ່ານປະລິນຍາເອກ, ທ່ານໝໍ ຟານຮຸຍແອັງຫວູ, ຫົວຫນ້າພະແນກສາທາລະນະສຸກ ດົ່ງນາຍໃຫ້ຮູ້ວ່າ ດົ່ງນາຍຈະພະຍາຍາມນຳສາທາລະນະສຸກອັດສະລິຍະເຂົ້າການຮັບໃຊ້ປະຊາຊົນຢ່າງຮອບດ້ານ:

“ນີ້ແມ່ນບຸກທະລຸຂອງຂະແໜງສາທາລະນະສຸກເວົ້າລວມ, ຖ້າຫາກວ່າ ພວກເຮົາກຳໄດ້ໂອກາດນີ້ ພວກເຮົາຈະຮັບໃຊ້ປະຊາຊົນໃຫ້ດີກວ່ານີ້ຫຼາຍ. ພວກເຮົາຕ້ອງນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອຫຼຸດເວລາໃຫ້ ທ່ານໝໍໃນການເກັບຮັກສາຫລືເຮັດເອກະສານ, ແທນທີ່ນັ້ນແມ່ນສະຫງວນເວລາໃຫ້ແກ່ການດູແລຄົນເຈັບໃຫ້ດີກ່ວາອີກ.”

ເຖິງວ່າ, ຍັງບໍ່ທັນເຂົ້າຮ່ວມແຜນຮ່າງນະຄອນອັດສະລິຍະຢ່າງເປັນທາງການກໍຕາມ, ແຕ່ບັນດາພະແນກ, ຂະແໜງການຕ່າງໆໃນແຂວງຍັງນຳໃຊ້ບັນດາຊອບແວໃນການເຄື່ອນໄຫວຄື: ແກ້ໄຂເອກະສານ, ລະບຽບການຜ່ານເຄືອຂ່າຍອິນເຕີແນັດ. ປະຊາຊົນ, ວິສາຫະກິດສາມາດຊອກຄົ້ນບາງຂໍ້ມູນໃນຂົງເຂດທີ່ດິນ, ວາງແຜນຜັງ… ໃນຂົງເຂດທີ່ດິນ, ແຂວງດົ່ງນາຍ ກໍ່ແມ່ນໜຶ່ງໃນບັນດາແຂວງນຳໜ້າປະເທດກ່ຽວກັບການອັບເດັດ, ຂໍ້ມູນການຈັດສັນ ທີ່ດິນໃນບໍລິເວນແຂວງ ແລະ ໄດ້ຮັບການເປີດເຜີຍຢ່າງກ້ວາງຂວາງ. ຢູ່ບັນດາຂະແໜງຕ່າງໆຄື: ແຜນການ - ການລົງທຶນ, ແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ທະນາຄານ, ພາສີອາກອນ… ກໍ່ໄດ້ນຳໃຊ້ເຕັກໂນໂລຢີຜ່ານແຕ່ລະກ້າວດ້ວຍເປົ້າໝາຍຜັນຂະຫຍາຍບັນດາການເຄື່ອນໄຫວຂອງຂະແໜງໃຫ້ມີປະສິດທິຜົນກວ່າ ແລະ ຍົກສູງຄວາມສາມາດໃນການຮັບໃຊ້.

ການກໍ່ສ້າງຕົວເມືອງອັດສະລິຍະແມ່ນສິ່ງທີ່ທຸກແຂວງ, ນະຄອນລ້ວນແຕ່ມຸ່ງໄປເຖິງ. ແຂວງດົ່ງນາຍກໍ່ຄືກັນ ແລະ ບັນດາການນຳໃຊ້ສິ່ງດັ່ງກ່າວຈະແມ່ນປະຖົມປັດໄຈໃຫ້ແກ່ການເຊື່ອມຕໍ່ກັບນະຄອນອັດສະລິຍະ, ເປົ້າໝາຍຖືມະນຸດເປັນໃຈກາງ, ນຳໃຊ້ບັນດາເຕັກໂນໂລຢີໃໝ່ເຂົ້າບັນດາຂົງເຂດເພື່ອຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ບັນດາເຂດຕົວເມືອງ./.

ຕອບກັບ