ຍົກສູງກຳລັງຄວາມສາມາດແກ້ງແຍ້ງ - ພື້ນຖານເຊື່ອມໂຍງ EVFTA ຢ່າງສຳເລັດຜົນ

Trung Hieu + Vinh Phong
Chia sẻ

(VOVWORLD) - ວັນທີ 12 ກຸມພາ, ສັນຍາການຄ້າເສລີ ຫວຽດນາມ -  ສະຫະພາບເອີລົບ (EU), (EVFTA) ແລະ  ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ ຊື່ງໄດ້ຮັບການຮັບຮອງເອົາຈາກລັດຖະສະພາບເອີລົບ. ສັນຍາສອງສະບັບນີ້ ຈະສ້າງບັນດາຂອບເຂດການຮ່ວມມືສອງຝ່າຍຢ່າງຍາວນານ ຕາມທິດຄູ່ຮ່ວມມືສະເຫມີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າທ່າອ່ຽງລວມກ່ຽວກັບການຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດສາກົນ ແລະ ພັດທະນາແບບຍືນຍົງ. ນີ້ກໍ່ແມ່ນກາລະໂອກາດໃຫ້ແກ່ປະຊາຄົມວິສາຫະກິດຫວຽດນາມ ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃນບັນດາລະບົບມູນຄ່າທົ່ວໂລກ.

ຍົກສູງກຳລັງຄວາມສາມາດແກ້ງແຍ້ງ - ພື້ນຖານເຊື່ອມໂຍງ EVFTA ຢ່າງສຳເລັດຜົນ - ảnh 1 ທ່ານປະທານ EP David Sassoli ແລະ ທ່ານ ບູ່ຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

(ພາບປະກອບ: VGP)

ພາຍຫລັງສັນຍາ EVFTA ມີຜົນສັກສິດ, EU ຈະຍົກເລີກພາສີນຳເຂົ້າໃຫ້ແກ່ 86% ປະເພດພາສີ ແລະ ກວ່າ 99% ປະເພດພາສີຂອງຫວຽດນາມ ໄດ້ຍົກເລີກພາຍຫລັງ 7 ປີ, 1% ທີ່ຍັງເຫລືອຈະໄດ້ຫັນເປັນເສລີຜ່ານ ໂຄ້ຕາພາສີ. ກົງກັນຂ້າມ ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຍົກເລີກ 48,5% ປະເພດພາສີໃຫ້ແກ່ສິນຄ້າ EU ພາຍຫລັງ 7 ປີຍົກເລີກເກືອບ 92% ປະເພດພາສີ ແລະ ກວ່າ 98% ປະເພດພາສີ ພາຍຫລັງ 10 ປີ. ໃນສະພາບຄວາມເຄັ່ງຕຶງດ້ານການຄ້າ ລະຫວ່າງບັນດາປະເທດແມ່ນສັບສົນທີ່ສຸດ ສັນຍາ EVFTA ຈະຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ຍູ້ແຮງການຫັນຕະຫລາດ ແລະ ຄູ່ຮ່ວມມືເປັນຫລາຍຮູບຫລາຍແບບ, ສ້າງຈຸດຢືນຢູ່ຕະຫລາດ ໃຫຍ່ EU ຢ່າງໝັ້ນຄົງກວ່າ.

ຕາມທ່ານ ບູ່ຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມແລ້ວ, ເພື່ອໃຫ້ EVFTA ໄດ້ຮັບການຜັນຂະຫຍາຍໂດຍໄວ, ບັນດາອົງການກ່ຽວຂ້ອງຄວນສຳເລັດບັນດາລະບຽບການທີ່ຈຳເປັນເພື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດພິຈາລະນາໃຫ້ສັດຕະຍາບັນສັນຍາສອງສະບັບດັ່ງກ່າວ. ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ແລະ ວິສາຫະກິດ ຄວນຮີບເຮັ່ງສ້າງແຜນການຜັນຂະຫຍາຍສັນຍາ, ໂຄສະນາ, ເຜີຍແຜ່ບັນດາຄຳໝັ້ນສັນຍາ, ກຳແຫນ້ນບັນດາຂໍ້ກຳນົດໃຫມ່ເພື່ອສາມາດຍາດແຍ່ງບັນດາກາລະໂອກາດໃຫ້ດີ ພ້ອມທັງປັບຕົວໃຫ້ແທດເໝາະກັບບັນດາສິ່ງທ້າທາຍອາດຈະເກີດຂຶ້ນເມື່ອປະຕິບັດບັນດາສັນຍາ.

ປະຈຸບັນ ບັນດາກະຊວງ, ຂະແຫນງການຂອງຫວຽດນາມ ພວມຕັ້ງຫນ້າກະກຽມຄວາມພ້ອມເມື່ອສັນຍາ EVFTA ມີຜົນສັກສິດ ຈະນຳເຂົ້າປະຕິບັດໃນຊີວິດໂດຍໄວ.

ພ້ອມກັບການກະກຽມກົນໄກນະໂຍບາຍຈາກ ລັດຖະບານ, ປະຊາຄົມວິສາຫະກິດຫວຽດນາມ ໄດ້, ພວມຂຶ້ນແຜນການເປັນເຈົ້າການຮັບມືກັບເງື່ອນໄຂເຊື່ອມໂຍງໃຫມ່ ຈາກ EVFTA. ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຕີລາຄາວ່າພວມຢືນຢູ່ຕໍ່ຫນ້າກາລະໂອກາດດີສຸດເພື່ອຍົກລະດັບໃນບັນດາລະບົບມູນຄ່າທົ່ວໂລກ ເພາະວ່າ ເມື່ອສັນຍາສະບັບນີ້ມີຜົນສັກສິດ ຈະຍົກເລີກກວ່າ 99% ປະເພດສິນຄ້າ. ສິ່ງນີ້ ສ້າງຄວາມສະດວກໃຫ້ແກ່ບັນດາປະເພດສິນຄ້າມີທ່າແຮງສົ່ງອອກໄປຍັງຕະຫລາດ EU ປະຈຸບັນຂອງຫວຽດນາມ ແຕ່ກໍ່ເພີ່ມກຳລັງແກ້ງແຍ້ງຢູ່ຕະຫລາດພາຍໃນປະເທດ. ທ່ານ ຫວູຕຽນລົກ ປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສະເຫນີວ່າ:

 ບັນດາວິສາຫະກິດຕ້ອງກຽມຄວາມພ້ອມເພື່ອຮັບມືກັບການແກ້ງແຍ້ງນີ້ ແລະ ຕ້ອງມີຄວາມມານະພະຍາຍາມຫລາຍກວ່າ ເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ້ງ. ຄວາມຈິງ ໃຫ້ເຫັນວ່າ ຂົງເຂດໃດພ້ອມແລ້ວຮັບມືກັບການແກ້ງແຍ້ງ, ການເປີດປະຕູ, ປະລະການອາລັກຂາ ນັບແຕ່ຫົວທີ່ ປະຈຸບັນຂົງເຂດນັ້ນພວມມີກຳລັງແຮງແກ້ງແຍ້ງສູງ. ນີ້ແມ່ນບົດຮຽນຂອງວິວັດການເປີດປະຕູໃນໄລຍະຜ່ານມາ ແລະ ພວມແມ່ນຈິດໃຈໃຫ້ແກ່ໄລຍະເຊື່ອມໂຍງນີ້.”

ສະຫະພາບເອີລົບ ແມ່ນຕະຫລາດຍາມໃດກໍ່ເຄັ່ງຄັດໃນການນຳເຂົ້າສິນຄ້າ ດ້ວຍມາດຖານສູງສຸດໃນໂລກ ສະນັ້ນ ເພື່ອໃຫ້ໄດ້ຊົມໃຊ້ບັນດາບຸລິມະສິດພາສີເຂົ້າຕະຫລາດນີ້ ວິສາຫະກິດ ແລະ ຜະລິດຕະພັນຕ້ອງຕອບສະຫນອງບັນດາມາດຖານເຄັ່ງຄັດກ່ຽວກັບຄຸນນະພາບ, ຂັ້ນຕອນການຜະລິດ ແລະ ນັບທັງວັດຖຸດິບສົ້ນເຂົ້າຂອງການຜະລິດ.

ທ່ານນາງ ຫງວຽນທິຮ່ວຽນ ຜູ້ອຳນວຍການ ບໍລິສັດຜະລິດ ແລະ ສົ່ງອອກເປຶອກແຄ ຫວຽດນາມໃຫ້ຮູ້ວ່າ: ຄວາມຈິງການຜະລິດ ແລະ ສົ່ງອອກຜະລິດຕະພັນເປຶອກແຄ ເຂົ້າຕະຫລາດ EU ໃນຫລາຍປີຜ່ານມາ ວິສາຫະກິດ ໄດ້ພ້ອມແລ້ວໃຫ້ແກ່ການເຄື່ອນໄຫວສົ່ງອອກດ້ວຍມູນຄ່າໃຫຍ່ເຂົ້າຕະຫລາດນີ້ ເພື່ອຮັບເອົາກາລະໂອກາດຫລຸດຜ່ອນພາສີນຳເຂົ້າຈາກ 14% ລົງເຫລືອພຽງລະດັບ 0% ເມື່ອສັນຍາ EVFTA ມີຜົນສັກສິດ.

 ຕະຫລາດ EU ແມ່ນຕະຫລາດຈຸດສຸມຂອງພວກຂ້າພະເຈົ້າ. ນັບແຕ່ປີ 2013 ໂດຍກຳໄດ້ທ່າອ່ຽງຂອງຕະຫລາດສາກົນ ເວົ້າລວມ ແລະ ຕະຫລາດເອີລົບ ເວົ້າສະເພາະ ພວກຂ້າພະເຈົ້າໄດ້ສ້າງລະບົບມູນຄ່າ, ຮັບປະກັນບັນດາຂັ້ນຕອນການຜະລິດ ຈາກເຂດວັດຖຸດິບ ຕະຫລອດຮອດການຜະລິດໃນໂຮງງານ, ຮັບປະກັນຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ.”

 ເພື່ອເຊື່ອມໂຍງ EVFTA ສຳເລັດຜົນ, ວິສາຫະກິດ ຫວຽດນາມ ຕ້ອງມີພື້ນຖານກຳລັງຄວາມສາມາດແກ້ງແຍ້ງແບບຍືນຍົງ. ສະນັ້ນ ວິສາຫະກິດ ຄວນມານະພະຍາຍາມຍົກສູງພື້ນຖານກຳລັງຄວາມສາມາດແກ້ງແຍ້ງຂອງຕົນກ່ຽວກັບຮູບແບບການດຳເນີນທຸລະກິດ, ກ່ຽວກັບຍຸດທະສາດ, ການຄຸ້ມຄອງ, ຊັບພະຍາກອນມະນຸດ, ຄຸນນະພາບສິນຄ້າ ແລະ ການບໍລິການຕາມມາດຖານຂອງເອີລົບ.. ພ້ອມກັນນັ້ນ ຊອກຮູ້ກ່ຽວກັບບັນດາສັນຍາ, ສິ່ງທ້າທາຍ, ກາລະໂອກາດກ່ຽວຂ້ອງເຖິງຂະແຫນງ ແລະ ຂົງເຂດຂອງຕົນເພື່ອກຳນົດຍຸດທະສາດດຳເນີນທຸລະກິດຄືນໃຫມ່ ພ້ອມກັນນັ້ນ ແມ່ນສ້າງໂຄງປະກອບບັນດາຕະຫລາດ, ຄູ່ຄ້າ, ແຫລ່ງສະຫນອງຄືນໃຫມ່ ເພື່ອຍາດແຍ່ງບັນດາກາລະໂອກາດຊື່ງບັນດາສັນຍານຳມາໃຫ້.

ຕອບກັບ