ຊຸກຍູ້ການຫັນລັດວິສາຫະກິດເປັນຫຸ້ນສ່ວນ

To Tuan
Chia sẻ
(VOVWORLD) -ຕ້ອງຍູ້ແຮງວິວັດທະນາການຫັນລັດວິສາຫະກິດເປັນຫຸ້ນສ່ວນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ຖືກທິດ: ເປີດເຜີຍກະຈ່າງແຈ້ງ ແລະ ຕາມຫຼັກການຕະຫຼາດ.

ຊຸກຍູ້ການຫັນລັດວິສາຫະກິດເປັນຫຸ້ນສ່ວນ - ảnh 1ຊຸກຍູ້ການຫັນລັດວິສາຫະກິດເປັນຫຸ້ນສ່ວນ

(ພາບປະກອບອີນເຕີແນັດ)

ນີ້ແມ່ນຂໍ້ມູນຂ່າວສານເຊິ່ງກະຊວງການເງິນຫວຽດນາມ ຍົກອອກມາທີ່ກອງປະຊຸມຫົວເລື່ອງສະເພາະ ກ່ຽວກັບໝາກຜົນຂອງການສ້າງໂຄງປະກອບຄືນໃໝ່, ຊຸກຍູ້ການຫັນລັດວິສາຫະກິດເປັນຫຸ້ນສ່ວນໃນປີ 2018 ເຊິ່ງຫາກໍ່ດຳເນີນຢູ່ຮ່າໂນ້ຍ.

        ຕາມການປະກາດຂອງກະຊວງການເງິນ, ແຜນການເຊິ່ງລັດຖະບານໄດ້ວາງອອກສຳລັບໄລຍະປີ 2017 ຫາປີ 2020, ຈະຫັນ 127 ວິສາຫະກິດເປັນຫຸ້ນສ່ວນ. ລະອຽດແມ່ນ: ປີ 2017 ຫັນ 44 ວິສາຫະກິດເປັນຫຸ້ນສ່ວນ; ປີ 2018 ຫັນ 64 ວິສາຫະກິດເປັນຫຸ້ນສ່ວນ; ປີ 2019 ຫັນ 18 ວິສາຫະກິດເປັນຫຸ້ນສ່ວນ ແລະ ປີ 2020 ຫັນ 1 ວິສາຫະກິດເປັນຫຸ້ນສ່ວນ. ເຖິງຢ່າງໃດກໍ່ຕາມ, ໃນປີ 2018, ຫາກໍ່ມີ 28 ວິສາຫະກິດປະຕິບັດການຂາຍຫຸ້ນເປັນຄັ້ງທຳອິດ, ຍ້ອນເຫດນັ້ນ, ລະດັບຫັນລັດວິສາຫະກິດເປັນຫຸ້ນສ່ວນໄດ້ຮັບການຕີລາຄາວ່າຊັກຊ້າທ່ີສຸດ, ເຮັດໃຫ້ສ້າງຄວາມກົດດັນໃຫ້ແກ່ປີ 2019 ແລະ ປີ 2020 ແມ່ນໃຫຍ່ຫຼວງທີ່ສຸດ. ສາຍເຫດອັດຕະວິໄສເຊິ່ງກະຊວງການເງິນໄດ້ຊີ້ອອກນັ້ນແມ່ນ, ມີບາງກະຊວງ, ຂະແໜງການ, ທ້ອງຖິ່ນ, ກຸ່ມບໍລິສັດ ແລະ ບໍລິສັດໃຫຍ່ຂອງລັດ ຍັງບໍ່ທັນຜັນຂະຫຍາຍແຜນການຫັນວິສາຫະກິດເປັນຫຸ້ນສ່ວນ, ການຖອນທຶນ, ການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ຕາມການຊີ້ນຳຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ. ເຖິງຢ່າງໃດກໍ່ຕາມ, ກ່ຽວກັບດ້ານພາວະວິໄສ, ວິວັດທະນາການຫັນລັດວິສາຫະກິດເປັນຫຸ້ນສ່ວນ ຕ້ອງໃຊ້ເວລາຫຼາຍເພື່ອແກ້ໄຂຂໍ້ຕິດຂັດດ້ານການເງິນ, ທີ່ດິນ, ຜູ້ອອກແຮງງານ ໃນໄລຍະກ່ອນທີ່ຈະຫັນເປັນຫຸ້ນສ່ວນ, ເຊິ່ງເຮັດໃຫ້ແກ່ຍາວເວລາການປະຕິບັດຫັນລັດວິສາຫະກິດເປັນຫຸ້ນສ່ວນ. ພິເສດແມ່ນບັນຫາຮ່າງເອກະສານນິຕິກຳທີ່ດິນ ໂດຍຄະນະກຳມະການປະຊາຊົນທ້ອງຖິ່ນປະຕິບັດຢ່າງຊັກຊ້າ, ແກ່ຍາວເວລາເມື່ອທຽບໃສ່ຂໍ້ກຳນົດ ອັນໄດ້ພາໄປເຖິງບັນດາວິສາຫະກິດຕ້ອງດັດປັບໄລຍະຫັນລັດວິສາຫະກິດເປັນຫຸ້ນສ່ວນ. ກ່ຽວກັບມາດຕະການຊຸກຍູ້ວິວັດທະນາການຫັນລັດວິສາຫະກິດເປັນຫຸ້ນສ່ວນ, ທ່ານ ດັ້ງກວ໊ຽດຕ໊ຽນ, ຫົວໜ້າກົມການເງິນວິສາຫະກິດ, ກະຊວງການເງິນຫວຽດນາມ, ເນັ້ນໜັກວ່າ.

        “ພວກຂ້າພະເຈົ້າຖືວ່າ, ມາດຕະການແກ້ໄຂສຳຄັນທີ່ສຸດໃນປະຈຸບັນແມ່ນສຸມໃສ່ການກວດກາ ແລະ ມີບັນດາການຊີ້ນຳ, ປັບປຸງເລື່ອງອະນຸມັດຜ່ານທິດທາງນຳໃຊ້ທີ່ດິນພາຍຫຼັງຫັນລັດວິສາຫະກິດເປັນຫຸ້ນສ່ວນຢ່າງທັນການ, ຍູ້ໄວຄວາມຄືບໜ້າວຽກງານດັ່ງກ່າວຈຶ່ງດຳເນີນບັນດາບາດກ້າວຕໍ່ໄປພາຍຫຼັງຫັນລັດວິສາຫະກິດເປັນຫຸ້ນສ່ວນໄດ້. ທີ 2 ແມ່ນ, ຍູ້ແຮງການປະກາດໃນຕະຫຼາດຫຼັກຊັບ ແລະ ເພີ່ມທະວີວຽກງານສຳຫຼວດກວດກາຢ່າງເປີດເຜີຍ, ກະຈ່າງແຈ້ງບັນດາກໍລະນີເຮັດຊ້າ, ມີເຈດຕະນາບໍ່ປະຕິບັດພາຍຫຼັງການຫັນລັດວິສາຫະກິດເປັນຫຸ້ນສ່ວນ.”

        ຕົວຈິງໃຫ້ເຫັນວ່າ, ໃນໄລຍະມໍ່ໆມານີ້, ລັດຖະບານ ໄດ້ສະແດງໃຫ້ເຫັນຄວາມເດັດຂາດກວ່າ ໃນການຊຸກຍູ້ການຫັນລັດວິສາຫະກິດເປັນຫຸ້ນສ່ວນ. ທ່ານ ເຈິ່ງວັນຢຸງ, ປະທານຄະນະກຳມະການຫຼັກຊັບແຫ່ງລັດ, ໃຫ້ຂໍ້ສັງເກດວ່າ.

        “ທ້າຍປີ 2018 ແລະ ຕົ້ນປີ 2019 ໄດ້ປະກາດບັນຊີລາຍຊື່ວິສາຫະກິດຫັນເປັນຫຸ້ນສ່ວນທີ່ຍັງບໍ່ທັນປະກາດຫຼັກຊັບ, ທີ 2 ແມ່ນຊີ້ນຳການຫັນວິສາຫະກິດຂອງລັດເປັນຫຸ້ນສ່ວນຢ່າງເດັດຂາດ, ກຳນົດໜ້າທີ່ຮັບຜິດຊອບການນຳວິສາຫະກິດທີ່ຍັງບໍ່ທັນປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ຈະສ້າງການຫັນລັດວິສາຫະກິດເປັນຫຸ້ນສ່ວນ ແລະ ປະກາດຫຼັກຊັບຢ່າງແຮງ ໂດຍສະເພາະແມ່ນໃນໄຕມາດທີ 2 ປີ 2019”.

        ປະທານຄະນະກຳມະການຫຼັກຊັບແຫ່ງລັດ ກໍ່ຖືວ່າ: ຄວນສັງເກດການຊຸກຍູ້ເລື່ອງຫັນລັດວິສາຫະກິດເປັນຫຸ້ນສ່ວນ, ບໍ່ພຽງແຕ່ແມ່ນການຮຽກຮ້ອງມີການປ່ຽນແປງໃໝ່ພາກພື້ນວິສາຫະກິດດັ່ງກ່າວ, ຫາກຍັງແມ່ນຄວາມຫວັງມີສິນຄ້າທີ່ມີຄຸນນະພາບສູງໃຫ້ແກ່ຕະຫຼາດຫຼັກຊັບ, ເພີ່ມການເລືອກເຟັ້ນໃຫ້ແກ່ນັກລົງທຶນຕື່ມອີກ. ທ່ານ Dominic Scriven, ປະທານກອງທຶນລົງທຶນ Dragon Capital ຫວັງວ່າ, ວິວັດທະນາການດັ່ງກ່າວຈະໄດ້ຮັບການຊຸກຍູ້ຢ່າງແຮງກວ່າໃນໄລຍະຈະມາເຖິງ.

        “ພວກຂ້າພະເຈົ້າຫວັງວ່າ, ໂຄງການດັ່ງກ່າວຈະສືບຕໍ່ໄດ້ຮັບການປະຕິບັດຢ່າງປະນິປະນອມ ແລະ ຢ່າງແຮງ. ຂ້າພະເຈົ້າຂໍຢືນຢັນວ່າ ຄວາມສະເໝີພາບດ້ານມູນຄ່າວິສາຫະກິດໃນຕະຫຼາດຫຼັກຊັບໃນປະຈຸບັນແມ່ນເໝາະສົມ, ບໍ່ຕ່ຳເກີນໄປ ແລະ ກໍ່ບໍ່ສູງເກີນໄປ, ເໝາະສົມເພື່ອໃຫ້ລັດສືບຕໍ່ຖອນທຶນ”.

        ໂດຍຮັບຮອງຄຳເຫັນປະກອບຂອງນັກລົງທຶນ ແລະ ພາຍຫຼັງການກະກຽມຢ່າງລະອຽດ, ຫວ່າງມໍ່ໆມານີ້, ກະຊວງການເງິນກໍ່ໄດ້ປະກາດໃຊ້ຈົດໝາຍລັດຖະການ ແນະນຳການຂາຍຫຸ້ນເປັນຄັ້ງທຳອິດ ແລະ ໂອນທຶນຂອງລັດຕາມຮູບແບບກຳນົດລາຄາ, ຕາມນັ້ນແລ້ວ ລາຄາຂາຍຫຸ້ນຕາມທິດກຳນົດລາຄາແມ່ນມີລາຄາລວມໜຶ່ງດຽວ ບົນພື້ນຖານສຳຫຼວດຄວາມຕ້ອງການຂອງຕະຫຼາດ. ວິທີກຳນົດລາຄາ ຈະເຮັດໃຫ້ການຂາຍປະມູນລາຄາບັນລຸຜົນສຳເລັດກວ່າ. ດ້ວຍບັນດາມາດຕະການແກ້ໄຂສັງລວມ, ຈາກການແກ້ໄຂຂໍ້ຕິດຂັດທີ່ກ່ຽວຂ້ອງເຖິງນະໂຍບາຍທີ່ດິນໃນແຜນການຫັນລັດວິສາຫະກິດເປັນຫຸ້ນສ່ວນ, ຕະຫຼອດຮອດເຄື່ອງມືຕະຫຼາດໃໝ່ຄືມາດຕະການ “ກຳນົດລາຄາ” ໃນການຂາຍປະມູນລາຄາຫຸ້ນສ່ວນຂອງວິສາຫະກິດເປັນຄັ້ງທຳອິດ, ອົງການຄຸ້ມຄອງລັດຫວັງວ່າ, ລະດັບຫັນລັດວິສາຫະກິດເປັນຫຸ້ນສ່ວນຈະໄດ້ຮັບການຍູ້ແຮງໃນໄລຍະຈະມາເຖິງ, ເພື່ອປະຕິບັດສຳເລັດແຜນການທີ່ໄດ້ວາງອອກໃຫ້ປີ 2020.

ຕອບກັບ