ຊຸກຍູ້ການຜະລິດກະສິກຳຮັບປະກັນຄວາມຕ້ອງການຂອງປະຊາຊົນຢູ່ພາຍໃນປະເທດ ແລະ ການສົ່ງອອກໃນໄລຍະການແຜ່ລະບາດຢ່າງແຮງຂອງ COVID-19

XuanLong+Vinh Phong
Chia sẻ

(VOVWORLD) - ນອກຈາກຖືກຜົນກະທົບຢ່າງຫນັກຫນ່ວງຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ສັດລ້ຽງ ສັດປີກຖືກໂລກພະຍາດແລ້ວ, ຂະແຫນງກະສິກຳ ກໍພວມຖືກຜົນກະທົບຈາກໂລກລະບາດ COVID-19 ເຊັ່ນດຽວກັນ. ເຖິງຢ່າງໃດກໍຕາມ ດ້ວຍຄວາມມານະພະຍາຍາມຂອງຕົນ, ຂະແຫນງກະສິກຳ ຍັງຄົງສືບຕໍ່ ຄ້ຳປະກັນດ້ານສະບຽງອາຫານເພື່ອຄວາມຕ້ອງການຢູ່ພາຍໃນປະເທດ ແລະ ການສົ່ງອອກ.

ຊຸກຍູ້ການຜະລິດກະສິກຳຮັບປະກັນຄວາມຕ້ອງການຂອງປະຊາຊົນຢູ່ພາຍໃນປະເທດ ແລະ ການສົ່ງອອກໃນໄລຍະການແຜ່ລະບາດຢ່າງແຮງຂອງ COVID-19  - ảnh 1 ພາບປະກອບ: Báo Nông Thôn Ngày Nay

ທີ່ກອງປະຊຸມ ອອນລາຍ ຊຸກຍູ້ການຜະລິດກະສິກຳໃນສະພາບເກີດໂລກລະບາດ COVID-19  ເຊິ່ງຈັດຂຶ້ນຫວ່າງແລ້ວນີ້ ຢູ່ ຮ່າໂນ້ຍ, ບັນດາຜູ້ແທນຖືວ່າ: ເພື່ອຫລຸດຜ່ອນຜົນກະທົບຈາກ ໂລກລະບາດ COVID-19 ພວກເຮົາຕ້ອງສ້າງໂຄງປະກອບການຜະລິດກະສິກຳຄືນໃຫມ່ ຕາມທິດປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ເສີມຂະຫຍາຍທ່າໄດ້ປຽບຂອງເຂດ, ບົນພື້ນຖານ ເພີ່ມອັດຕາສ່ວນການລ້ຽງປູກສິນໃນນ້ຳ ແລະ ຕົ້ນໄມ້ກິນໝາກ.

ກ່ຽວກັບການປູກຝັງ ຄວນນຳໃຊ້ເນື້ອທີ່ປູກເຂົ້າໃຫ້ມີຄວາມໄຫວພິບ ເພື່ອທັງຄ້ຳປະກັນດ້ານສະບຽງອາຫານ ທັງຍົກສູງປະສິດທິຜົນການນຳໃຊ້ທີ່ດິນ, ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ. ສຳຫລວດກວດຄືນ ການກໍ່ສ້າງ, ພັດທະນາບັນດາເຂດຜະລິດສຳລັບຜະລິດຕະພັນສົ່ງອອກທີ່ເປັນຫລັກແຫລ່ງ, ມີສັນຍານດີໃນຕະຫລາດ, ສົ່ງເສີມວິສາຫະກິດລົງທຶນການຮ່ວມສຳພັນກັບຊາວກະສິກອນ. ໃນຂົງເຂດລ້ຽງສັດ, ຂະແຫນງກະສິກຳ ສືບຕໍ່ເພີ່ມທະວີບັນດາມາດຕະການຄວບຄຸມໂລກລະບາດ, ພິເສດ ແມ່ນໂລກພະຍາດອະຫິວາໝູ ອາຟິິຼິກາ; ສົມທົບກັບກະຊວງອຸດສາຫະກຳ - ການຄ້າ, ກະຊວງການເງິນ ຄວບຄຸມລາຄາຜະລິດຕະພັນ ແລະ ລາຄາຂາຍຜະລິດຕະພັນ, ຈຳກັດຢ່າງສຸດຂີດການກັກຕຸນເພີ່ມລາຄາຊີ້ນໝູ, ພັນໝູປະຈຸບັນຢູ່ຕະຫລາດ ພ້ອມທັງຍູ້ໄວຄວາມຄືບຫນ້າ ແລະ ຂອບຂະຫນາດການລ້ຽງໝູຄືນໃຫມ່ ເພື່ອແນໃສ່ຮັບປະກັນຄວາມຕ້ອງການຂອງຕະຫລາດ ແລະ ລາຄາຊີ້ນໝູຢູ່ພາຍໃນປະເທດ.

 ກ່ຽວຂ້ອງເຖິງການຜະລິດ, ການປຸງແຕ່ງ ສົ່ງອອກຜະລິດຕະພັນກະເສດ, ບັນດາຜູ້ແທນຖືວ່າ ຕ້ອງຫັນຕະຫລາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ຫລຸດຜ່ອນລະດັບອີງໃສ່ຕະຫລາດເທື່ອລະກ້າວ, ຕອບສະຫນອງມາດຖານສິນຄ້າສູງກ່ຽວກັບຕົ້ນກຳເນີດຂອງສິນຄ້າ. ທ່ານ ເຢືອງແທງຕູ່ງ, ຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ບັກຢາງ ຖືວ່າ: ພ້ອມກັບການເພີ່ມທະວີການສົ່ງເສີມການຄ້າ, ເປີດກວ້າງຕະຫລາດຈຳຫນ່າຍບັນດາປະເພດສິນຄ້າຜະລິດຕະພັນກະເສດ, ເພື່ອຊຸກຍູ້ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຄວນໜູນຊ່ວຍກົນໄກໃນການດຶງດູດການລົງທຶນຂອງບັນດາວິສາຫະກິດເຂົ້າໃນຂົງເຂດກະສິກຳເຕັກໂນໂລຊີສູງ.

 ຕໍ່ຫນ້າສະພາບ ໂລກລະບາດ COVID-19 ແຜ່ລະບາດຢ່າງແຮງ, ແຂວງ ບັກຢາງ ໄດ້ ແລະ ພວມສຸມໃສ່ຊີ້ນຳການຜະລິດຢ່າງຂ້ຽວຂາດ ບໍ່ປະໃຫ້ຢຸດຕິ ທັງຮັບປະກັນຝຸງສັດລ້ຽງ ທັງຮັບປະກັນແຫລ່ງສະຫນອງສະບຽງອາຫານຢູ່ພາຍໃນ ແລະ ຕ່າງແຂວງ. ສະເຫນີໃຫ້ກະຊວງກະສິກຳ ເອົາໃຈໃສ່ຫນູນຊ່ວຍ ແນະນຳໃຫ້ບັນດາວິສາຫະກິດເພື່ອສາມາດຜະລິດດ້ວຍຂອບຂະຫນາດໃຫຍ່, ລົງທຶນເຂົ້າໃນການຜະລິດກະສິກຳ ເປັນຕົ້ນແມ່ນບັນດາຜະລິດຕະພັນທີ່ເປັນຫລັກ ຊື່ງແຂວງ ບັກຢາງ ມີທ່າແຮງ ຄື ຊີ້ນໝູ, ຊີ້ນໄກ່, ໝາກໄມ້ ແລະ ການລົງທຶນກະສິກຳດ້ວຍເຕັກໂນໂລຊີສູງ”

ຊຸກຍູ້ການຜະລິດກະສິກຳຮັບປະກັນຄວາມຕ້ອງການຂອງປະຊາຊົນຢູ່ພາຍໃນປະເທດ ແລະ ການສົ່ງອອກໃນໄລຍະການແຜ່ລະບາດຢ່າງແຮງຂອງ COVID-19  - ảnh 2 ກອງປະຊຸມອອນລາຍ ຊຸກຍູ້ການຜະລິດກະສິກຳໃນສະພາບເກີດໂລກລະບາດ

ພາບ:congthuong.vn

 ປີນີ້ ປະລິມານການຜະລິດເຂົ້າຄາດວ່າ ຈະບັນລຸປະມານ 28 ລ້ານໂຕນ, ຮັບປະກັນການອຸປະໂພກຢູ່ພາຍໃນປະເທດ ແລະ ການສົ່ງອອກປະມານ 6,5 – 7 ລ້ານໂຕນ. ຜັກທຸກປະເພດປູກໃນເນື້ອທີ່ເກືອບ 1 ລ້ານ ເຮັກຕາ ຈະນຳມາເຊິ່ງປະລິມານການຜະລິດປະມານ 18,2 ລ້ານໂຕນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2019; ຕົ້ນໄມ້ກິນໝາກປູກໃນເນື້ອທີ່ປະມານ 1,1 ລ້ານເຮັກຕາ ແລະ ຈະນຳມາເຊິ່ງປະລິມານການຜະລິດປະມານ 13,3 ລ້ານໂຕນ, ເພີ່ມຂຶ້ນກວ່າ 6%. ການລ້ຽງສັດ ຄາດວ່າ ຈະຄວບຄຸມໂລກພະຍາດໄດ້ ສະນັ້ນ ການລ້ຽງໝູ ອາດຈະເພີ່ມຂຶ້ນຢ່າງວ່ອງໄວ. ຍອດປະລິມານຊີ້ນໝູຈາກການລ້ຽງສັດ ຈະບັນລຸປະມານ 5,8 ລ້ານໂຕນ, ເພີ່ມຂຶ້ນ 16%. ດ້ວຍປະລິມານຈາກການຜະລິດ, ການລ້ຽງສັດນີ້, ຢູ່ ພາຍໃນປະເທດ ຈະບໍ່ຂາດແຄນສະບຽງອາຫານ. ປະລິມານສິນໃນນ້ຳບັນລຸ 8,5 ລ້ານໂຕນ, ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ປີ 2019.

ເຖິງວ່າປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນ ແຕ່ຂະແຫນງກະສິກຳ ສູ້ຊົນສຳເລັດຄາດໝາຍ ນັ້ນແມ່ນ ຂົງເຂດສົ່ງອອກ ແລະ ຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມຢ່າງໝັ້ນຄົງ. ກ່ຽວກັບຕະຫລາດສົ່ງອອກ, ກະຊວງ ກະສິກຳ ສືບຕໍ່ສົມທົບກັບກະຊວງອຸດສາຫະກຳການຄ້າ, ສະຖານທູດ ຫວຽດນາມ ປະຈຳຕ່າງປະເທດ ຜັນຂະຫຍາຍວຽກງານສົ່ງເສີມ, ພັດທະນາຕະຫລາດຢູ່ບັນດາປະເທດເປັນຈຸດສຸມ ແລະ ມີຄວາມສາມາດບົ່ມຊ້ອນຢ່າງຮອບດ້ານ ແລະ ບັນລຸປະສິດທິຜົນສູງສຸດ. ຂະແຫນງກະສິກຳ ຈະສຸມໃສ່ຜັນຂະຫຍາຍບັນດາຫນ້າທີ່ ມາດຕະການຢ່າງຄົບຊຸດ ເພື່ອຍູ້ແຮງການຜະລິດກະສິກຳ, ປ່າໄມ້, ສິນໃນນ້ຳ ເພື່ອແນໃສ່ຄ້ຳປະກັນດ້ານສະບຽງອາຫານຢູ່ພາຍໃນປະເທດ, ເພີ່ມທະວີການສົ່ງອອກ, ບັນລຸຄາດໝາຍສູງສຸດ ຊື່ງລັດຖະບານໄດ້ມອບໝາຍໃຫ້.

ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເນັ້ນຫນັກວ່າ: ຫນ້າທີ່ຂອງຂະແຫນງໃນສະພາບການປະຈຸບັນ ແມ່ນຫນັກຫນ່ວງທີ່ສຸດ ເພາະວ່າ ບໍ່ພຽງແຕ່ແກ້ໄຂຄວາມຫຍຸ້ງຍາກສິ່ງທ້າທາຍເທົ່ານັ້ນ ຫາກຍັງຕ້ອງຮັບປະກັນການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸລະດັບການເຕີບໂຕແມ່ນ 42 ຕື້ USD ໃນປີນີ້ ອີກດ້ວຍ.

  “ຊຸກຍູ້ການຜະລິດ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງບໍ່ສະດວກຍ້ອນການປ່ຽນແປງຂອງດິນຟ້າອາກາດ ເພື່ອໃຫ້ມີສະບຽງອາຫານພຽງພໍເພື່ອສະຫນອງໃຫ້ຕະຫລາດຢ່າງໝັ້ນຄົງໃນທຸກເງື່ອນໄຂສຳລັບຄວາມຕ້ອງການຢູ່ພາຍໃນປະເທດ. ສຸມໃສ່ບັນດາມາດຕະການຄວບຄຸມໂລກລະບາດ, ບໍ່ປະໃຫ້ເກີດຂຶ້ນໃຫມ່.

 ເພື່ອຫລຸດຜ່ອນຜົນກະທົບຈາກ ໂລກລະບາດ COVID-19 ພວກເຮົາຕ້ອງສ້າງໂຄງປະກອບການຜະລິດກະສິກຳຄືນໃຫມ່ ຕາມທິດປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ເສີມຂະຫຍາຍທ່າໄດ້ປຽບຂອງເຂດ, ບົນພື້ນຖານ ເພີ່ມອັດຕາສ່ວນການລ້ຽງປູກສິນໃນນ້ຳ ແລະ ຕົ້ນໄມ້ກິນໝາກ. ນອກນັ້ນ ເລື່ອງຜະລິດ, ປຸງແຕ່ງການສົ່ງອອກຜະລິດຕະພັນກະເສດ ກໍ່ຈະປ່ຽນແປງນຳ, ວຽກງານຫັນຕະຫລາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳເປັນຫລາຍຮູບຫລາຍແບບ ຈະໄດ້ຮັບການຍູ້ແຮງ, ຕອບສະຫນອງມາດຕະຖານສິນຄ້າມີຄຸນນະພາບສູງ ມີຕົ້ນກຳເນີດ ພ້ອມທັງສ້າງກົນໄກໃນການດຶງດູດການລົງທຶນຂອງບັນດາວິສາຫະກິດເຂົ້າໃນຂົງເຂດກະສິກຳເຕັກໂນໂລຊີສູງ.

ຕອບກັບ