ຂະແຫນງກະສິກຳຊອກຫາມາດຕະການຜ່ານຜ່າຄວາມຫຍຸ້ງຍາກ

Vinh Phong
Chia sẻ

(VOVWORLD) - ການສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ ພວມປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນໂລກລະບາດໂຄວິດ 19. ເພື່ອແກ້ໄຂຄວາມຫຍຸ້ງຍາກກ່ຽວກັບການຈຳຫນ່າຍຜະລິດຕະພັນກະເສດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ພ້ອມກັບບັນດາຫົວຫນ່ວຍກ່ຽວຂ້ອງ ແລະ ວິສາຫະກິດ ຕັ້ງຫນ້າ ກຳແຫນ້ນສະພາບການຜັນແປຂອງຕະຫລາດ ແລະ ແຈ້ງຂໍ້ມູນຢ່າງທັນການເຖິງບັນດາທ້ອງຖິ່ນ ແລະ ສະຫະສະມາຄົມຂະແຫນງສິນຄ້າເພື່ອຊອກຫາສົ້ນອອກໃຫ້ຜະລິດຕະພັນກະເສດ.

ຂະແຫນງກະສິກຳຊອກຫາມາດຕະການຜ່ານຜ່າຄວາມຫຍຸ້ງຍາກ - ảnh 1 ລົດຂົນສົ່ງຜະລິດຕະພັນກະເສດຖືກຕິດຄ້າງຢູ່ດ່ານຊາຍແດນ

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມແລ້ວ, ຍອດວົງເງິນນຳເຂົ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ແລະ ອຸປະກອນ ກະສິກຳ ໃນ 3 ເດືອນຕົ້ນປີ ບັນລຸເກືອບ 15,3 ຕື້  USD, ໃນນັ້ນ ການສົ່ງອອກ ບັນລຸກວ່າ 9 ຕື້  USD.  ໃນສະພາບຄວາມຫຍຸ້ງຍາກຍ້ອນດິນຟ້າອາກາດບໍ່ອຳນວຍຄວາມສະດວກ, ເກີດໂລກລະບາດ, ພິເສດ ໂລກລະບາດ ໂຄວິດ 19, ແຕ່ຂະແຫນງກະສິກຳ ຍັງສືບຕໍ່ສົ່ງອອກເກີນດຸນ 2,86 ຕື້  USD.

ຕໍ່ຫນ້າສະພາບການໂລກລະບາດ ໂຄວິດ 19 ພວມຜັນແປໄປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້ນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ວາງອອກບັນດາຫນ້າທີ່ໃນໄລຍະຈະມາເຖິງຄື ແກ້ໄຂຮົ້ວກີດຂວາງດ້ານເຕັກນິກ, ເຈລະຈາເປີດກວ້າງຕະຫລາດໄປຍັງບັນດາປະເທດ ອີຢູ, ສະຫະພັນເສດຖະກິດ ອາຊີ ເອີລົບ, ອາເມລິກາ, ບຣາຊີນ…

ພິເສດ ແມ່ນປະຕິບັດບັນດາມາດຕະການ, ແຜນການສົ່ງອອກຜະລິດຕະພັນກະເສດ ຕອບສະຫນອງຄວາມຕ້ອງການທີ່ເພີ່ມຂຶ້ນສູງເມື່ອຈີນ ສິ້ນສຸດໂລກລະບາດ. ທ່ານ ເຢືອງແທງຕູງ, ຫົວຫນ້າ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ບັກຢາງ ຖືວ່າ: ບັນດາວິສາຫະກິດ ຄວນຫລຸດຜ່ອນ ແລະ ແກ່ຍາວການກຳນົດເວລາ ຫລື ດັດປັບແຜນການສົ່ງອອກ ເພື່ອຫລິກລ້ຽງເລື່ອງຜະລິດຕະພັນຖືກຕິດຄ້າງຢູ່ບັນດາດ່ານຊາຍແດນ.

“ໃນໄລຍະຈະມາເຖິງ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງບັກຢາງ ສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ ກໍ່ຄືອີງໃສ່ການຊີ້ນຳຂອງກະຊວງ ເພື່ອສືບຕໍ່ແນະນຳດັດປັບການຜະລິດ, ແຈ້ງເຕືອນບັນດາວິສາຫະກິດໃຫ້ເຄື່ອນໄຫວໃນສະພາບການເໝາະສົມ, ເຮັດແນວໃດການສົ່ງອອກຜະລິດຕະພັນກະເສດໄປຍັງຕະຫລາດຈີນ ມີຄວາມສະດວກ ແລະ ຊ່ວຍໃຫ້ການຈໍລະຈອນຜະລິດຕະພັນກະເສດຂອງແຂວງບັກຢາງມີຄວາມສະດວກກວ່າໃນໄລຍະຈະມາເຖິງ.”

ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ວາງອອກຫລາຍມາດຕະການ ເພື່ອແນໃສ່ເຊື່ອມຕໍ່ການຫນູນຊ່ວຍເກັບຊື້, ຈຳຫນ່າຍຜະລິດຕະພັນ, ແນະນຳໃຫ້ບັນດາທ້ອງຖິ່ນຫັນປ່ຽນແນວພັນຜົນລະປູກ. ພ້ອມທັງ ຕິດຕໍ່ພົວພັນ ຢ່າງແຫນ້ນແຟ້ນກັບທູດການຄ້າ ຫວຽດນາມ ຢູ່ ຈີນ ເພື່ອພັດທະນາຕະຫລາດຢູ່ບັນດາທ້ອງຖິ່ນຂອງປະເທດນີ້ໃນຈຸດເວລາທີ່ເໝາະສົມ ເມື່ອໂລກລະບາດຖືກຄວບຄຸມ ຊື່ງຕາມການຄາດຄະເນວ່າແມ່ນໃນໄຕມາດ 2 ຕົ້ນໄຕມາດ 3 ປີນີ້. ທ່ານ ຫງວຽນກວັກຕວານ, ຫົວຫນ້າກົມປຸງແຕ່ງ ແລະ ພັດທະນາຕະຫລາດຜະລິດຕະພັນກະເສດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ:

“ປະຊາຄົມວິສາຫະກິດຕ້ອງກຳແຫນ້ນສະພາບການຜັນແປຂອງໂລກລະບາດ ແລະ ກະກຽມແຜນການພັດທະນາການຜະລິດດຳເນີນທຸລະກິດໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອເລືອກເຟັ້ນໃຫ້ຖືກກັບຈຸດເວລາພວກເຮົາສົ່ງອອກຫລື ພັດທະນາຕະຫລາດຈຳຫນ່າຍຜະລິດຕະພັນກະເສດ. ພິເສດ ແມ່ນສຳລັບບັນດາຕະຫລາດສົ່ງອອກ. ເສີມຂະຫຍາຍວຽກງານເກັບຊື້ກໍ່ຄືປຸງແຕ່ງເພື່ອຮັບໃຊ້ຄວາມຕ້ອງການບໍລິໂພກຢູ່ພາຍໃນປະເທດ.”

ຂະແຫນງກະສິກຳຊອກຫາມາດຕະການຜ່ານຜ່າຄວາມຫຍຸ້ງຍາກ - ảnh 2 ເພີ່ມທະວີຜັກໝາກໄມ້ໃຫ້ຕະຫລາດພາຍໃນປະເທດ

ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ: ໃນຂະນະທີ່ຫລາຍປະເທດພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19, ຫວຽດນາມ ໄດ້ເປັນເຈົ້າການດ້ານສະບຽງອາຫານ, ໃນນັ້ນ ສູ້ຊົນປະຕິບັດສຳເລັດຄາດໝາຍຊື່ງຂະແຫນງກະສິກຳໄດ້ວາງອອກໃນປີນີ້ ແມ່ນຄ້ຳປະກັນດ້ານສະບຽງອາຫານ  ນັບຮັບປະກັນຄາດໝາຍການເຕີບໂຕ.

 “ຖ້າພວກເຮົາປະຕິບັດມາດຕະການດັ່ງກ່າວໄດ້ເປັນຢ່າງດີ ພວກເຮົາຈະບັນລຸ “ຄາດໝາຍຄວບຄູ່” ທັງມີຜະລິດຕະພັນທີ່ຈຳເປັນເພື່ອຮັບໃຊ້ຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ 100 ລ້ານຄົນ ພ້ອມທັງກະກຽມສິນຄ້າເພື່ອຍູ້ແຮງການສົ່ງອອກ. ພ້ອມກັນນັ້ນ ກໍຊຸກຍູ້ການຜະລິດ, ແກ້ໄຂຄວາມຫຍຸ້ງຍາກ. ສຸມໃສ່ບັນດາມາດຕະການສະກັດກັ້ນໂລກລະບາດ ບໍ່ປະໃຫ້ເກີດສິ່ງທ້າທາຍອີກ. ກະກຽມເງື່ອນໄຂດີສຸດເພື່ອຍາດແຍ່ງໂອກາດເມື່ອໂລກລະບາດຄ່ອຍໆສິ້ນສຸດ. ເວລານັ້ນ ມີທ່ວງທ່າເພື່ອຊຸກຍູ້ການຜະລິດ, ສົ່ງອອກ, ຮັບປະກັນຄາດໝາຍເຕີບໂຕການສົ່ງອອກ.”

ໂລກລະບາດໂຄວິດ 19 ທັງແມ່ນສິ່ງທ້າທາຍ ທັງແມ່ນກາລະໂອກາດເພື່ອໃຫ້ຂະແຫນງກະສິກຳ ເຫັນໄດ້ຂໍ້ຈຳກັດເພື່ອແກ້ໄຂ ແລະ ມີທິດກ້າວເດີນໃຫມ່ໃຫ້ແກ່ການພັດທະນາໃນພາຍພາກຫນ້າກໍ່ຄືຍາວນານ. ສິ່ງທ້າທາຍຍັງ ຄົງຈະປະສົບໃນໄລຍະຈະມາເຖິງ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມລວມຫລາຍຢ່າງຂອງບັນດາທ້ອງຖິ່ນກໍ່ຄືບັນດາວິສາຫະກິດ ແລະ ສະຫະສະມາຄົມຂະແຫນງສິນຄ້າເພື່ອຫັນສິ່ງທ້າທາຍເປັນກາລະໂອກາດ.

ຕອບກັບ