ກາວບັ່ງ ພັດທະນາເສດຖະກິດດ້ານທ່ອງທ່ຽວ

Chia sẻ

(VOVWORLD) -ໂດຍແມ່ນແຂວງພູດອຍຕັ້ງຢູ່ເຂດຊາຍແດນ ດ້ວຍ ປະຫວັດສາດ, ທັດສະນີຍະພາບສວຍງາມຫລາຍແຫ່ງ … ແຂວງ ກາວບັ່ງ ໄດ້ກຳນົດວ່າ ເສດຖະກິດດ່ານຊາຍແດນ ແລະ ການທ່ອງທ່ຽວ ແມ່ນປາຍແຫລມໃນການພັດທະນາເສດຖະກິດໃນຊຸມປີຈະມາເຖິງ.  ສະນັ້ນ ວິທີການເຊື່ອມຕໍ່ດ້ານຄົມມະນາຄົມເຖິງບັນດາດ່ານຊາຍແດນ, ເຂດທ່ອງທ່ຽວຢູ່ບໍລິເວນ ກາວບັ່ງ ໄດ້ຮັບການສ້າງຂຶ້ນ. ເພື່ອຜັນຂະຫຍາຍຄວາມສາມາດບົ່ມຊ້ອນທ່າແຮງດ້ານເສດຖະກິດດ່ານຊາຍແດນ, ຕິດພັນກັບການພັດທະນາການທ່ອງທ່ຽວ, ແຂວງ ກາວບັ່ງ ໄດ້ສ້າງວິທີການເຊື່ອມຕໍ່ດ້ານຄົມມະນາຄົມບັນດາດ່ານຊາຍແດນ, ຊຸກຍູ້ການພັດທະນາການທ່ອງທ່ຽວຢູ່ບໍລິເວນ.

ກາວບັ່ງ ພັດທະນາເສດຖະກິດດ້ານທ່ອງທ່ຽວ - ảnh 1ພູ "ມັດເທິ່ນ" ແມ່ນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງ ກາວບັ່ງ 

ຈຸດໝາຍຂອງວິທີການເຊື່ອມຕໍ່ດ້ານຄົມມະນາຄົມ ແມ່ນການລົງທຶນຍົກລະດັບບັນດາເສັ້ນທາງຫລັກຈາກບັນດາດ່ານຊາຍແດນ, ເຂດທ່ອງທ່ຽວຈຸດສຸມຂອງແຂວງ. ວິທີການນີ້ເມື່ອໄດ້ຮັບການປະຕິບັດແລ້ວ ຈະປະກອບສ່ວນ ຍົກລະດັບພື້ນຖານໂຄງລ່າງດ້ານຄົມມະນາຄົມຢ່າງຄົບຊຸດ, ສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວເມື່ອມາຢ້ຽມຢາມແຂວງ ກາວບັ່ງ. ການລົງທຶນຜັນຂະຫຍາຍຈະໄດ້ຮັບການປະຕິບັດນັບແຕ່ນີ້ຮອດປີ 2025 ດ້ວຍງົບປະມານລົງທຶນຂອງລັດ. ພິເສດແມ່ນ ເອົາໃຈໃສ່ລົງທຶນຍົກລະດັບບັນດາເສັ້ນທາງໄປເຖິງເຂດທ່ອງທ່ຽວຈຸດສຸມຄື: ນ້ຳຕົກຕາດບ໋ານຢົກ, ຖ້ຳ ເງື່ອມງາວ, ຖ້ຳ ເງື່ອມປຸກ, ເຂດປູຊະນີຍະສະຖານແຫ່ງຊາດ ພິເສດ ປາກປໍ, ເຂດປ່າ ເຈີນຮືງດ້າວ, ສວນສາທາລະນະທໍລະນີສາດ ກາວບັ່ງ. ທ່ານ ຫງວຽນຈູງຖາວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກາວບັ່ງ ໃຫ້ຮູ້ວ່າ:

“ເພື່ອດຶງດູດບັນດານັກລົງທຶນໃຫຍ່, ແຂວງ ກາວບັ່ງ ໄດ້ປະກາດໃຊ້ບັນດານະໂຍບາຍ, ກົນໄກກ່ຽວຂ້ອງເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ.  ປະຈຸບັນ ມີບັນດາກຸ່ມບໍລິສັດໃຫຍ່ຄື FLC, Sungroup, TNG Holding VietNam.. ດ້ວຍຍອດຈຳນວນເງິນລົງທຶນກວ່າ 33 ຕື້ດົ່ງ. ໃນນັ້ນ ກຸ່ມບໍລິສັດ TH Truemilk ພວມລົງທຶນໂດຍກົງໂຄງການກ່ຽວກັບການພັດທະນາກະສິກຳອັດສະລິຍະ - ການລ້ຽງປຸ້ງແຕ່ງນົມງົວເຕັກໂນໂລຊີສູງ. ໂຄງການນີ້ ມີຍອດເງິນລົງທຶນກວ່າ 4300 ຕື້ດົງ.”

ນັບແຕ່ເມື່ອ ແຂວງ ກາວບັ່ງ ໄດ້ຮັບການຮັບຮອງແມ່ນ “ສວນສາທາລະນະ ທໍລະນີສາດ”, ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມແຂວງ ກາວບັ່ງ ນັບມື້ນັບເພີ່ມຂຶ້ນ. ເພາະສະນັ້ນ ການລົງທຶນ, ຍົກລະດັບລະບົບຄົມມະນາຄົມ ແມ່ນຫນຶ່ງໃນບັນດາຄາດໝາຍທີ່ຈຳເປັນ, ເປັນຕົ້ນແມ່ນສຳລັບດ້ານຄົມມະນາຄົມພັດທະນາການທ່ອງທ່ຽວ, ດ່ານຊາຍແດນ ເພື່ອຮັບປະກັນການເຊື່ອມຕໍ່ດ້ານຄົມມະນາຄົມໃຫ້ມີຄວາມປອດໄພ ຍື່ນຍົງ. ທ່ານ ຫງວຽນຈຸງຖາວ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ກາງບັ່ງ ໃຫ້ຮູ້ວ່າ: ຖ້າຫາກບັນດາເສັ້ນທາງເຊື່ອມຕໍ່ການທ່ອງທ່ຽວ, ດ່ານຊາຍແດນ ໄດ້ຮັບການຜັນຂະຫຍາຍ ຈະສ້າງເງື່ອນໄຂໃຫ້ແກ່ບັນດາທ້ອງຖິ່ນພາຍໃນແຂວງ ປະຕິບັດຄາດໝາຍການພັດທະນາເສດຖະກິດ, ປັບປຸງການປ້ອງກັນຊາດປ້ອງກັນຄວາມສະຫງົບ, ສັງຄົມໃຫ້ເປັນຢ່າງດີ.

“ນອກຈາກການໂຄສະນາ ແລ້ວ, ພວກຂ້າພະເຈົ້າຍັງລົງທຶນປັບປຸງພື້ນຖານໂຄງລ່າງ, ເຊື່ອມຕໍ່ດ້ານຄົມມະນາຄົມ. ປະຈຸບັນ ພວກຂ້າພະເຈົ້າພວມສົ່ງເສີມການລົງທຶນເສັ້ນທາງຄວາມໄວສູງ ດົງດັງ - ລ້າງເຊີນ- ຈາຫລີງ - ກາວບັ່ງ. ແຜນຮ່າງພວມໄດ້ຮັບການສະຫນັບສະຫນູນຈາກລັດຖະບານ ແລະ ບັນດາກະຊວງຂະແຫນງການ.  ທີສອງ ພວກຂ້າພະເຈົ້າ ພວມດຶງດູດບັນດານັກລົງທຶນຍຸດທະສາດ. ທຳອິດ ພວກຂ້າພະເຈົ້າວາງແຜນກຳນົດບັນດາເຂດມີຄວາມສາມາດບົ່ມຊ້ອນ, ລົງທຶນພື້ນຖານໂຄງລ່າງ ສ້າງເງື່ອນໄຂໃຫ້ແກ່ແຂກທ່ອງທ່ຽວ, ສືບຕໍ່ຜັນຂະຫຍາຍສັນຍາການຮ່ວມມືກ່ຽວກັບການປົກປັກຮັກສາ ແລະ ຂຸດຄົ້ນຊັບພະຍາກອນທ່ອງທ່ຽວ ນ້ຳຕົກຕາດ ບ໋ານຢົກ.”

ເດືອນ ເມສາ ປີ 2018, ສວນສາທາລະນະ ທໍລະນີສາດ ກາວບັ່ງ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນທໍລະນີສາດທົ່ວໂລກ. ນີ້ແມ່ນກາລະໂອກາດໃຫ້ແກ່ແຂວງ ກາວບັ່ງ ປຸກລຸກຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວ. ສິ່ງສຳຄັນກວ່າ ບັນດານັກຊ່ຽວຊານ UNESCO ໃຫ້ຄຳປຶກສາແກ່ ແຂວງ ກາວບັ່ງ ກ່ຽວກັບການອະນຸລັກຮັກສາ ບັນດາຄຸນຄ່າວັດທະນະທຳບໍ່ແມ່ນວັດຖຸ. ບົນພື້ນຖານນັ້ນ ຊ່ວຍໃຫ້ແຂວງ ກາວບັ່ງ ສ້າງ ແຜນຮ່າງກ່ຽວກັບການອະນຸລັກຮັກສາທິວທັດທຳມະຊາດ, ມໍລະດົກທໍລະນີສາດ.

ເພື່ອໂຄສະນາການທ່ອງທ່ຽວ, ແຂວງ ກາວບັ່ງ ຍັງຜັນຂະຫຍາຍຫລາຍມາດຕະການ ເປັນຕົ້ນແມ່ນການໂຄສະນາທາງສື່ມວນຊົນ, ສື່ເອເລັກໂຕນິກ, ສື່ສັງຄົມອອນລາຍ.. ພ້ອມກັນນັ້ນ ແຂວງ ກາວບັ່ງ ຍັງເຊື່ອມຕໍ່ ແລະ ສົມທົບກັບເຄືອຂ່າຍ ສວນສາທາລະນະທໍລະນີສາດທົ່ວໂລກ ເພື່ອເຂົ້າຮ່ວມບັນດາງານຕະຫລາດນັດການທ່ອງທ່ຽວສາກົນ, ກອງປະຊຸມ, ກອງປະຊຸມສຳມະນາ, ງານວາງສະແດງ. ຜ່ານນັ້ນ ແຂວງ ກາວບັ່ງ ກໍ່ປຸກລະດົມລາຍການສາຍຮູບເງົາ, ແນະນຳບັນດາສິ່ງພິມ ແລະ ຜະລິດຕະພັນເປັນເອກະລັກ, ຮູບພາບຂອງແຂວງ ກາວບັ່ງ ເວົ້າລວມ ແລະ ສວນສາທາລະນະທໍລະນີສາດທົ່ວໂລກ UNESCO ກາວບັ່ງ ເວົ້າສະເພາະ ມາເຖິງເພື່ອນມິດສາກົນ.

ຕອບກັບ