ກາວບັ່ງ ພັດທະນາເສດຖະກິດດ່ານຊາຍແດນ

Duy Thai + Thu Hoa
Chia sẻ

(VOVWORLD) -ແຂວງ ກາວບັ່ງ ມີເສັ້ນຊາຍແດນຕິດກັບ ຈີນ ກວ່າ 300 ກິໂລແມັດ. ເຖິງວ່າ ລະບົບຄົມມະນາຄົມເຊື່ອມຕໍ່ ກາວບັ່ງ ກັບບັນດາສູນເສດຖະກິດໃຫຍ່ ທາງພາກເຫນືອ ຫວຽດນາມ ຍັງບໍ່ທັນໄດ້ກໍ່ສ້າງໃຫ້ສົມບູນກໍຕາມ ແຕ່ ສຳລັບດ່ານຊາຍແດນສາກົນ ຕາລຸ່ງ, 3 ຄູ່ດ່ານຊາຍແດນຕົ້ນຕໍ ຄື ຈາຫລີງ, ຊອກຢາງ, ລີຫວ້ານ ແລະ ບັນດາຄູ່ດ່ານຊາຍແດນສຳຮອງ, ທາງເປີດນ້ອຍ, ບ່ອນເຮັດລະບຽບການພາສີ… ກາວບັ່ງ ມີທ່າໄດ້ປຽບຫລາຍຢ່າງໃນການພັດທະນາດ້ານການຄ້າ ແລະ ການບໍລິການ, ເປັນຕົ້ນແມ່ນເສດຖະກິດດ່ານຊາຍແດນ.

ກາວບັ່ງ ພັດທະນາເສດຖະກິດດ່ານຊາຍແດນ - ảnh 1 ທ່ານ ຮ່ວາງຊວນແອງ ຮອງເລຂາພັກ ແຂວງ ປະທານຄະນະກຳມະການປະຊາຊົນ ແຂວງ ກາວບັ່ງ (ພາບ: VOV)

  ພ້ອມກັບການທ່ອງທ່ຽວ ແລະ ການຜະລິດເປັນສິນຄ້າ, ການພົວພັນຄ້າຂາຍສິນຄ້າຢູ່ດ່ານຊາຍແດນໄດ້ຮັບການກຳນົດວ່າ ແມ່ນຫນຶ່ງໃນ 3 ປາຍແຫລມພັດທະນາເສດຖະກິດຂອງ ກາວບັ່ງ ໃນຫລາຍປີຜ່ານມາ. ທ່ານ ຮ່ວາງຊວນແອງ ຮອງເລຂາພັກ ແຂວງ ປະທານຄະນະກຳມະການປະຊາຊົນ ແຂວງ ກາວບັ່ງ ໃຫ້ຮູ້ວ່າ: ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກ່ຽວກັບພື້ນຖານໂຄງລ່າງກໍຕາມ ແຕ່ປີ 2018 ເສດຖະກິດດ່ານຊາຍແດນຂອງ ກາວບັ່ງ ຍັງຄົງມີສັນຍານດີສົມຄວນ.

“ປີ 2018 ວົງເງິນຂາອອກຂາເຂົ້າຂອງແຂວງເພີ່ມຂຶ້ນຢ່າງແຮງ, ລາຍຮັບເກັບມາໄດ້ຈາກຂົງເຂດນີ້ຕອບສະຫນອງໄດ້ປະມານ 30% ງົບປະມານທ້ອງຖິ່ນ. ເພາະສະນັ້ນ ພວກຂ້າພະເຈົ້າສຸມໃສ່ຂຸດຄົ້ນການພັດທະນາເສດຖະກິດດ່ານຊາຍແດນ. ສຸມໃສ່ລົງທຶນພື້ນຖານໂຄງລ່າງເພື່ອສ້າງສຳເລັດບັນດາດ່ານຊາຍແດນ, ສ້າງທຸກສະພາບແວດລ້ອມສະດວກເພື່ອໃຫ້ບັນດາວິສາຫະກິດເຄື່ອນໄຫວຂາອອກຂາເຂົ້າຢູ່ໃນແຂວງພັດທະນາດີຂຶ້ນ.”

ເມື່ອຕີລາຄາຄວາມສາມາດບົ່ມຊ້ອນເສດຖະກິດດ່ານຊາຍແດນຂອງແຂວງ ກາວບັ່ງ, ທ້າຍປີ 2018 ທ່ານນາຍົກລັດຖະມົນຕີ ໄດ້ເຫັນດີແຜນນະໂຍບາຍລົງທຶນເສັ້ນທາງຄວາມໄວສູງ ຈາຫລີງ (ກາວບັ່ງ) ກັບ ດົງດັງ (ລ້າງເຊີນ). ຄາດວ່າ ເມື່ອເສັ້ນທາງນີ້ໄດ້ຮັບການກໍ່ສ້າງສຳເລັດ, ດ່ານຊາຍແດນ ຈາຫລີງ ຈະແມ່ນຫນຶ່ງໃນບັນດາສູນຂອງແລວເຊື່ອມຈອດ, ພົວພັນຄ້າຂາຍສິນຄ້າລະຫວ່າງ ອາຊຽນ - ຫວຽດນາມ - ຈີນ ເພາະບັນດາແຂວງທາງຕາເວັນຕົກສ່ຽງໃຕ້ຂອງຈີນ ຜ່ານ ຈາຫລີງ ໄປທ່າກຳປັ່ນ ຫາຍຟ່ອງ ແລະ ອອກສູ່ບັນດາປະເທດ ອາຊຽນ ແມ່ນເສັ້ນທາງສັ້ນສຸດ. ທ່ານ ຈີ້ງເຈື່ອງຮູຍ, ປະທານ ຄະນະກຳມະການປະຊາຊົນ ເມືອງ ຈາຫລີງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າກໍ່ໄດ້ໂຄສະນາຂົນຂວາຍພໍ່ແມ່ປະຊາຊົນເພື່ອໃຫ້ເຂົາເຈົ້າເຂົ້າໃຈແຈ້ງກ່ຽວກັບລາຍການ, ຍຸດທະສາດພັດທະນາເສດຖະກິດດ່ານຊາຍແດນແມ່ນລາຍການຍຸດທະສາດຍາວນານ ແລະ ຍືນຍົງໃນວິວັດການຮ່ວມມືພັດທະນາເສດຖະກິດກັບຕ່າງປະເທດ.”

ກາວບັ່ງ ພັດທະນາເສດຖະກິດດ່ານຊາຍແດນ - ảnh 2ດ່ານຊາຍແດນສາກົນ ຕາລຸ່ງ ຢູ່ເມືອງຟູກຮວ່າ ແຂວງກາວບັ່ງ 

ປີ 2018 ວົງເງິນຂາອອກຂາເຂົ້າແຂວງ ກາວບັ່ງ ບັນລຸເກືອບ 2,9 ຕື້ USD, ໃນນັ້ນ ການສົ່ງອອກບັນລຸກວ່າ 500 ລ້ານ USD. ເພື່ອສ້າງຄວາມດູດດື່ມຕໍ່ກັບບັນດານັກລົງທຶນ, ຄະນະຄຸ້ມຄອງເຂດເສດຖະກິດແຂວງ ກາວບັ່ງ ໄດ້ມີການປະຕິຮູບດ້ານບໍລິຫານຫລາຍຢ່າງ, ຫລຸດຜ່ອນເວລາແກ້ໄຂບັນດາລະບຽບການ, ສ້າງເງື່ອນໄຂສະດວກຢ່າງສຸດຂີດໃຫ້ແກ່ວິສາຫະກິດ, ຈາກນັ້ນ ຍົກສູງປະສິດທິຜົນການຮ່ວມມືລົງທຶນ, ໂຄສະນາດຶງດູດວິສາຫະກິດຫລາຍແຫ່ງມາລົງທຶນຢູ່ ກາວບັ່ງ. ປະຈຸບັນ ເຂດເສດຖະກິດ ຢູ່ ແຂວງ ກາວບັ່ງ ມີ 69 ໂຄງການຍັງມີຜົນສັກສິດ, ໃນນັ້ນ ມີ 9 ໂຄງການລົງທຶນຂອງຕ່າງປະເທດ ດ້ວຍຍອດຈຳນວນທຶນຈົດທະບຽນລົງທຶນກວ່າ 11 ລ້ານ USD  ແລະ 618 ຕື້ດົງ, 60 ໂຄງການລົງທຶນຢູ່ພາຍໃນປະເທດ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນກວ່າ 8.500 ຕື້ດົງ.    ທ່ານ ຫງວຽນກຽນເກື່ອງ, ຫົວຫນ້າຄະນະຄຸ້ມຄອງເຂດເສດຖະກິດແຂວງ ກາວບັ່ງ ໃຫ້ຮູ້ວ່າ: ໄລຍະຈະມາເຖິງ, ຄະນະຄຸ້ມຄອງເຂດເສດຖະກິດ ແຂວງ ກາວບັ່ງ ສືບຕໍ່ສົມທົບກັບອຳນາດການປົກຄອງທຸກຂັ້ນ ເພື່ອແນໃສ່ພັດທະນາພື້ນຖານໂຄງລ່າງບັນດາເຂດເສດຖະກິດດ່ານຊາຍແດນໃຫ້ຄົບຊຸດ.

ຄວາມຈິງ ການພັດທະນາເສດຖະກິດດ່ານຊາຍແດນແຂວງ ກາວບັ່ງ ຍັງຄົງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ບັນດາຂໍ້ຕິດຂັດໃນວຽກງານບຸກເບີກຫນ້າພຽງກໍ່ແມ່ນສາຍເຫດສົ່ງຜົນສະທ້ອນເຖິງລະດັບຄວາມຄືບຫນ້າການປະຕິບັດບັນດາໂຄງການ. ຄວາມຊັກຊ້ານັ້ນໄດ້ສົ່ງຜົນສະທ້ອນບໍ່ແມ່ນຫນ້ອຍເຖິງການດຶງດູດການລົງທຶນ ແລະ ການເຄື່ອນໄຫວຂາອອກຂາເຂົ້າໃນບໍລິເວນ. ບັນດາແຜນນະໂຍບາຍ, ລັດຖະນະໂຍບາຍຂອງແຂວງ, ໃນນັ້ນ ມີກົນໄກ, ນະໂຍບາຍບຸລິມະສິດດຶງດູດການລົງທຶນ ຈະແມ່ນກຳລັງຫນູນສຳຄັນເພື່ອໃຫ້ເສດຖະກິດດ່ານຊາຍແດນແຂວງ ກາວບັ່ງ ສືບຕໍ່ຢືນຢັນບົດບາດແມ່ນເຂດເສດຖະກິດເປັນກຳລັງຫນູນ, ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນ.

ຕອບກັບ