ການ​ສົ່ງ​ອອກ​ຜັກໝາກ​ໄມ້​ໄປ​ຍັງ​ຕະ​ຫລາດ​ໃຫ​ຍ່​ຫລາຍ​ແຫ່ງ​ບັນ​ລຸ​ການ​ເຕີບ​ໂຕ​ຢ່າງ​ແຮງ

Phuong Ha - Vinh Phong
Chia sẻ
(VOVWORLD) -ເຖິງວ່າ ຖືກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນໂລກລະບາດໂຄວິດ 19 ກໍຕາມ ແຕ່ໃນໄຕມາດ 1 ປີນີ້ ການສົ່ງອອກຜັກໝາກໄມ້ ພັດບັນລຸການເຕີບໂຕຢ່າງແຮງ.  ໝາກຜົນນັ້ນກໍ່ຍ້ອນປະຕິບັດການຄວບຄຸມໂລກລະບາດໄດ້ເປັນຢ່າງດີ ຊ່ວຍໃຫ້ການເຄື່ອນໄຫວສົ່ງອອກບໍ່ຖືກຕັດຕອນ ແລະ ໃນໄລຍະຈະມາເຖິງ ຄາດວ່າ ການສົ່ງອອກຈະບັນລຸການເຕີບໂຕສູງພໍສົມຄວນ.

ຢູ່ ຫລາຍທ້ອງຖິ່ນ, ສົ້ນອອກສຳລັບບັນດາຜະລິດຕະພັນຜັກໝາກໄມ້ ແມ່ນຫຍຸ້ງຍາກພໍສົມຄວນ ແຕ່ຢູ່ ແຄໂກ່ຍ ເລື່ອງບົວລະບັດ, ຂາຍຜະລິດຕະພັນກະສິກຳແມ່ນໄດ້ຮັບການປະຕິບັດຢ່າງມີປະສິດທິຜົນຈາກປະຊາຊົນ. ທ່ານ ຫງວຽນວັນຢູ໋ງ ຢູ່ ບ້ານ ແຄໂກ່ຍ ຕາແສງ ກວາງເຊີນ ນະຄອນ ຕາມດຽບ ແຂວງ ນີງບີ່ງ ໃຫ້ຮູ້ວ່າ: ຜະລິດຕະພັນຂອງຄອບຄົວຕົນເອງ ແລະ ບັນດາຄອບຄົວໃນບໍລິເວນ ພຽງແຕ່ປະຕິບັດການບົວລະບັດໃຫ້ຖືກຕາມຂັ້ນຕອນຫລັກອະນາໄມສະບຽງອາຫານເທົ່ານັ້ນ, ສ່ວນສົ້ນອອກໄດ້ມີວິສາຫະກິດມາເກັບຊື້ເພື່ອສົ່ງອອກແລ້ວ.

“ສົ້ນອອກຂອງຜະລິດຕະພັນໂດຍປະຊາຊົນຜະລິດ ແມ່ນວິສາຫະກິດຮັບຜິດຊອບແລ້ວ ເພາະສະນັ້ນ ຜະລິດຕະພັນໝາກນັດກໍເປັນປົກກະຕິ ແລະ ຊີວິດການເປັນຢູ່ຂອງຊາວກະສິກອນກໍໄດ້ຮັບການຮັບປະກັນ. ນອກນັ້ນ ວິສາຫະກິດ ຍັງໃຫ້ພວກຂ້າພະເຈົ້າກູ້ຢືມທຶນກອ່ນເພື່ອຊື້ແນວພັນ, ອຸປະກອນການຜະລິດ ກໍ່ຄືຝຸ່ນເຄມີອີກດ້ວຍ.”

ການ​ສົ່ງ​ອອກ​ຜັກໝາກ​ໄມ້​ໄປ​ຍັງ​ຕະ​ຫລາດ​ໃຫ​ຍ່​ຫລາຍ​ແຫ່ງ​ບັນ​ລຸ​ການ​ເຕີບ​ໂຕ​ຢ່າງ​ແຮງ - ảnh 1(ພາບປະກອບ: congthuong.vn)

ກົມການສົ່ງອອກນຳເຂົ້າ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ໃນເດືອນມີນາ ປີ 2021 ມູນຄ່າການສົ່ງອອກຜັກໝາກໄມ້ ບັນລຸ 380 ລ້ານ USD, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ເດືອນມີນາ ປີກາຍນີ້. ໄລ່ລວມ ໃນ 3 ເດືອນຕົ້ນປີ 2021, ການສົ່ງອອກຜັກໝາກໄມ້ຄາດວ່າ ບັນລຸ 944 ລ້ານ USD, ເພີ່ມຂຶ້ນກວ່າ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງວ່າ ໂລກລະບາດໂຄວິດ 19 ຍັງຜັນແປໄປຢ່າງສັບສົນກໍຕາມ ແຕ່ການເຄື່ອນໄຫວສົ່ງອອກຜັກໝາກໄມ້ຂອງຫວຽດນາມ ຍັງຄົງດຳເນີນໄປຢ່າງຟົດຟື້ນໃນ 3 ເດືອນຕົ້ນປີ 2021.

ນອກຈາກຕະຫລາດຈີນ, ຜັກໝາກໄມ້ ຍັງໄດ້ສົ່ງໄປຂາຍຢູ່ບັນດາຕະຫລາດອື່ນຄື: ອາເມລິກາ, ຍີ່ປຸ່ນ, ສ. ເກົາຫລີ… ເປັນຫນ້າສົນໃຈ ມູນຄ່າການສົ່ງອອກຜັກໝາກໄມ້ໄປຍັງຕະຫລາດ ໄຕ້ຫວັນ (ຈີນ), ອົດສະຕາລີ, ມາເລເຊຍ ບັນລຸການເຕີບໂຕຢ່າງແຮງ. ທ່ານ ຮ່າກົງຕວນ, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

“ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ໄດ້ມີຫລາຍມາດຕະການເພື່ອເປີດບັນດາຕະຫລາດອື່ນ. ຖ້າເອື່ອຍອີງຕະຫລາດດຽວ ເມື່ອເກີດເຫດວິກິດ ຈະເຮັດໃຫ້ວິສາຫະກິດປະສົບກັບຄວາມຫຍຸ້ງຍາກ. ພ້ອມກັນນັ້ນ ພວກເຮົາຕ້ອງຢຶດໝັ້ນ ໃກ້ຊິດຕິດແທດກັບເລື່ອງສ້າງຂັ້ນຕອນການຜະລິດໃຫ້ເປັນຢ່າງດີ, ຮັບປະກັນໃຫ້ສິນຄ້າຂອງຫວຽດນາມ ມີເຄື່ອງໝາຍທີ່ໝັ້ນຄົງເຂັ້ມແຂງກວ່າ”

ໃນສະພາບການ ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າເສລີຫລາຍສະບັບກັບບັນດາຄູ່ຮ່ວມມືສາກົນ, ການສົ່ງອອກຜັກໝາກໄມ້ໄດ້ຮັບການຕີລາຄາວ່າ ມີຄວາມສະດວກຫລາຍຢ່າງໃນການແຊກຊຶມເຂົ້າບັນດາຕະຫລາດທີ່ຕ້ອງການຄຸນນະພາບສູງໃນປີ 2021. ດ້ານອື່ນ ໄລຍະຜ່ານມາ ມີຜະລິດຕະພັນຜັກໝາກໄມ້ ຫລາຍຊະນີດ ຂອງຫວຽດນາມ ຕອບສະຫນອງມາດຖານເຄັ່ງຄັດທີ່ສຸດຂອງບັນດາຕະຫລາດທີ່ຕ້ອງການຄຸນນະພາບສູງຄື: ອາເມລິກາ, ສະຫະພາບເອີລົບ (ອີຢູ), ຍີ່ປຸ່ນ… ເຊິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ຜູ້ບໍລິໂພກໃນໂລກກ່ຽວກັບບັນດາຜະລິດຕະພັນກະເສດຂອງຫວຽດນາມ.

ໃນເງື່ອນໄຂໂລກລະບາດໂຄວິດ 19 ຍັງບໍ່ທັນໄດ້ຮັບການຄວບຄຸມໃນທົ່ວໂລກ, ບັນຫາຮັບປະກັນຄວາມປອດໄພໃນການຜະລິດ, ການຂົນສົ່ງ ໂດຍບັນດາວິສາຫະກິດຫວຽດນາມ ໄດ້ປະຕິບັດເປັນຢ່າງດີ ເພື່ອໃຫ້ຜະລິດຕະພັນສົ່ງໄປຂາຍຢູ່ບັນດາປະເທດອື່ນໄດ້ງ່າຍດາຍກວ່າ. ທ່ານ ຮ່ວາງຈູງ, ຫົວຫນ້າ ກົມປ້ອງກັນພືດ, ສັງກັດກະຊວງກະສິກຳ ພັດທະນາຊົນນະບົດ ຖືວ່າ: ທົ່ວຂະແຫນງສິນຄ້າສືບຕໍ່ຍົກສູງຄຸນນະພາບຜະລິດຕະພັນ, ປະຕິບັດການແຈ້ງຕົ້ນກຳເນີດສິນຄ້າຢ່າງຈະແຈ້ງ., ບົນພື້ນຖານສ້າງບັນດາເຂດປູກຝັງທີ່ບັນລຸມາດຕະຖານຄຸນນະພາບທົ່ວໂລກ.

 “ຂັ້ນຕອນການຜະລິດຜັກໝາກໄມ້ຂອງຫວຽດນາມ ລ້ວນແຕ່ປະຕິບັດຖືກກັບຄວາມຮຽກຮ້ອງຕ້ອງການ, ມາດຕະຖານກ່ຽວກັບການກວດກາພືດກໍ່ຄືຮັບປະກັນຫລັກອະນາໄມດ້ານສະບຽງອາຫານຂອງບັນດາປະເທດທີ່ໄດ້ເຈລະຈາ, ລົງນາມໃນສັນຍາສົ່ງອອກ. ນອກນັ້ນ ພວກເຮົາ ມີລະຫັດເຂດປູກຝັງ ເພື່ອແຈ້ງຕົ້ນກຳເນີດສິນຄ້າ ແລະ ປະຕິບັດບັນດາມາດຕະການກວດກາກ່ອນສົ່ງອອກ.”

 ນັບແຕ່ຕົ້ນປີ 2021, ນອກຈາກບັນດາຕະຫລາດເດີມແລ້ວ, ຂະແຫນງສິນຄ້າຜັກໝາກໄມ້ໄດ້ຍູ້ແຮງການສົ່ງອອກໄປຍັງຕະຫລາດຫລາຍແຫ່ງທີ່ມີຄວາມສາມາດບົ່ມຊ້ອນໃຫຍ່ຄື: ຢູແກຼນ, ອີຢີບ… ນີ້ຈະແມ່ນບັນດາຕະຫລາດທີ່ສືບຕໍ່ຊ່ວຍຂະແຫນງສິນຄ້າຜັກໝາກໄມ້ ຍົກສູງມູນຄ່າການສົ່ງອອກໃນໄລຍະຈະມາເຖິງ. ເຖິງຢ່າງໃດກໍຕາມ ເພື່ອໃຫ້ປະເພດຜັກໝາກໄມ້ສືບຕໍ່ທ່າເຕີບໂຕ, ວິສາຫະກິດ ຫວຽດນາມ ຕ້ອງສືບຕໍ່ຈັດຕັ້ງການຜະລິດຢ່າງປອດໄພ, ຖືກຕ້ອງກັບມາດຖານຄຸນນະພາບຢູ່ບັນດາເຂດຜະລິດ, ຈັດຕັ້ງການປະຕິບັດບັນດາການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາຜະລິດຕະພັນຢູ່ບັນດາຕະຫລາດຕ່າງປະເທດ ແລະ ຢັ້ງຢືນເຄື່ອງໝາຍຜະລິດຕະພັນຂອງຫວຽດນາມ.

 

ຕອບກັບ