ການ​ສົ່ງ​ອອກ​ຕາມ​ໂຄ​ຕາ-ທິດ​ເດີນ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​​ຢູ່ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດ​ນາມ​ໄປ​ຍັງຕະຫຼາດ​ຈີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

Le Phuong-Thanh Tung
Chia sẻ
(VOVWORLD) -  ໃນຈຳນວນບັນດາຄູ່ຮ່ວມມືເສດຖະກິດຂອງຫວຽດນາມ, ຈີນ ໄດ້ຮັບຖືວ່າແມ່ນຕະຫຼາດຈຳໜ່າຍທີ່ມີຂອບຂະໜາດ ແລະ ກຳລັງຊື້ຫຼາຍ. ນີ້ກໍ່ແມ່ນຕະຫຼາດສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ, ສິນໃນນ້ຳຢູ່ທາງທິດຕາເວັນຕົກພາກໃຕ້ຫວຽດນາມ.
ການ​ສົ່ງ​ອອກ​ຕາມ​ໂຄ​ຕາ-ທິດ​ເດີນ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​​ຢູ່ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດ​ນາມ​ໄປ​ຍັງຕະຫຼາດ​ຈີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1

(ພາບປະກອບ: baodautu.vn)

   ປີ 2019 ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເປີດກ້ວາງການສົ່ງອອກສິນຄ້າໄປຍັງປະເທດຈີນ ດ້ວຍທາງທະເລ ຍ້ອນສິນຄ້າສົ່ງອອກໄປທາງທະເລຈະສະດວກກ່ວາ ແລະ ຄ່າໃຊ້ຈ່າຍຖືກກ່ວາ. ດ້ານອື່ນ, ເລື່ອງຈີນ ພວມຮັດແໜ້ນການກວດກາຄວາມປອດໄພດ້ານສະບຽງອາຫານ ແມ່ນໂອກາດສະດວກເພື່ອໃຫ້ຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ ຍົກສູງຄຸນນະພາບ, ຮັກສາອິດທິພົນຊື່ສຽງ ແລະ ພາບພົດບົນຕະຫຼາດ. ທ່ານເຈືອງດິນເເຮວ, ເລຂາທິການໃຫ່ຍສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າຄິດວ່ານີ້ແມ່ນເງື່ອນໄຂທີ່ດີຍ້ອນວ່າຄວາມຕ້ອງການຂອງຕະຫຼາດຈີນ ແມ່ນຫຼາຍ ແລະ ເຂົາເຈົ້າກໍ່ໄດ້ຮຽກຮ້ອງຕ້ອງການຄຸນພາບສູງກ່ວາ. ສະນັ້ນ, ຖ້າຫາກຄຸ້ມຄອງດີຈະສ້າງໃຫ້ມີສະພາບແວດລ້ອມທີ່ປອດໃສກ່ວາ, ຍຸດຕິທຳກ່ວາ ແລະ ຈະຊຸກຍູ້ບັນດາວິສາຫະກິດຂະໜາດໃຫ່ຍເຂົ້າຮ່ວມວິວັດການຊື້ຂາຍໄດ້”.

ການ​ສົ່ງ​ອອກ​ຕາມ​ໂຄ​ຕາ-ທິດ​ເດີນ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​​ຢູ່ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດ​ນາມ​ໄປ​ຍັງຕະຫຼາດ​ຈີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 2

ເກັບກ່ຽວປາຈາ

 (ພາບ: TTXVN )

   ເພື່ອສາມາດສົ່ງອອກສິນຄ້າຕາມໂຄຕາເຂົ້າຈີນ ໄດ້, ບັນດາວິສາຫະກິດຫວຽດນາມ ຕ້ອງປະຕິບັດຕາມບັນດາຄຳຮຽກຮ້ອງທີ່ກ່ຽວຂ້ອງເຖິງກົດໝາຍ, ບັນດາຂໍ້ກຳນົດບັງຄັບຂອງຈີນ. ປະຈຸບັນ, ບາງມາດຖານກ່ຽວກັບຈຸລີນຖີຂອງຈີນ ພັດເຄັ່ງຄັດກ່ວາເມື່ອທຽບກັບຕະຫຼາດອາເມລິກາ, ເອີລົບ. ການສົ່ງອອກຕາມໂຄຕາເຂົ້າຈີນ ໄດ້ຕັ້ງບັນຫາວ່າວິສາຫະກິດຫວຽດນາມ ຕ້ອງປ່ຽນແປງຕາມທິດມີຄຸນນະພາບສູງກ່ວາ. ທ່ານນາງຟູ່ງທິທູເຮືອງ, ຜູ້ອຳນວຍການໃຫ່ຍບໍລິສັດການຄ້າ ແລະ ຂາອອກຂາເຂົ້າ GreenPath ຫວຽດນາມ ຖືວ່າ:

   “ພວກເຮົາຕ້ອງສຸມໃສ່ຄຸ້ມຄອງດ້ານຄຸນນະພາບ. ຖ້າເຮັດໄດ້ຄືແນວນັ້ນຕ້ອງມີສູນຫຸ້ມຫໍ່, ຮັກສາ, ກວດກາຢູ່ແຕ່ລະແຂວງ. ນັ້ນຈະແມ່ນສາຂາທີ່ສຳຄັນທີ່ສຸດເພື່ອສົ່ງສິນຄ້າໄປຍັງດ່ານສາກົນແຫ່ງຕ່າງໆ”

   ບໍ່ພຽງແຕ່ບັນດາສິນຄ້າຜະລິດຕະພັນກະເສດເທົ່ານັ້ນ, ຈີນ ກໍ່ນັບມື້ນັບໄດ້ຮັດແໜ້ນການຄຸ້ມຄອງສິນໃນນ້ຳອີກດ້ວຍ. ຕາມການສະຖິຕິຂອງອົງການພາສີຫວຽດນາມ ແລ້ວ, ແຕ່ລະປີ, ຫວຽດນາມ ໄດ້ສົ່ງສິນໃນນ້ຳ ໄປຈີນດ້ວຍມູນຄ່າແຕ່ 1.2 ຫາ 1.3 ຕືໂດລາສະຫະລັດ ແລະ ຫວຽດນາມ ແມ່ນປະເທດສະໜອງສິນໃນນ້ຳໃຫ່ຍອັນດັບທີ 3 ຂອງຈີນ. ປະຈຸບັນ, ຈີນ ພວມຫລຸດຜ່ອນປະລິມານການລ້ຽງປູກສິນໃນນ້ຳ ຍ້ອນບັນຫາສິ່ງແວດລ້ອມ ແລະ ອາກອນນຳເຂົ້າສິນໃນນ້ຳນຳເຂົ້າຈາກຫວຽດນາມ ພວມຖືກປັບປຸງຕາມທິດຕັ້ງໜ້າໃຫ້ແກ່ການສົ່ງອອກຕາມໂຄຕາ.

  ທີ່ບາງທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງ, ຫວ່າງແລ້ວນີ້ ມີຜູ້ຕາງໜ້າຂອງ 15 ວິສາຫະກິດນຳເຂົ້າເຂົ້າສານຈາກຈີນ ໂດຍປະທານສະຫະສະມາຄົມສະບຽງອາຫານຈີນ ເປັນຫົວໜ້າ ໄດ້ໄປທ້ອງຖິ່ນຕ່າງໆຄື: ອາຢາງ, ດົ່ງທາບ ແລະ ລອງອານ ເພື່ອເຊື່ອມຕໍ່ແລກປ່ຽນການຄ້າ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການຄ້າກ່ຽວກັບເຂົ້າສານ. ນີ້ແມ່ນກາລະໂອກາດເພື່ອໂຄສະນາກ່ຽວກັບຄຸນນະພາບເຂົ້າສານຫວຽດນາມ, ຄວາມສາມາດບົ່ມຊ້ອນໃນການຜະລິດ ກໍ່ຄືແນະນຳພື້ນຖານດ້ານວັດຖຸ, ຄວາມສາມາດຕອບສະໜອງຄວາມຕ້ອງການຂອງບັນດາວິສາຫະກິດຫວຽດນາມ.

  ທ່ານຟ້າມທ້ຽນເຫງ໋ຍ, ຮອງປະທານຄະນະກຳມະການປະຊາຊົນແຂວງດົ່ງທາບ ຖືວ່າ, ປີຜ່ານມາ, ເປັນຄັ້ງທຳອິດທີ່ວົງເງິນສົ່ງອອກຂອງທ້ອງຖິ່ນຕົນໄດ້ລື່ນກາຍຕົວເລກ 1 ຕື້ໂດລາສະຫະລັດ, ສ່ວນຫຼາຍແມ່ນຜະລິດຕະພັນກະເສດ, ສິນໃນນ້ຳ, ໃນນັ້ນຕະຫຼາດຈີນ ຍາມໃດກໍ່ກວມອັດຕາສ່ວນຫຼາຍໃນຈຳນວນຍອດວົງເງິນສົ່ງອອກ.

  “ໃນຊຸມປີຜ່ານມາ, ກໍ່ມີຫຼາຍວິສາຫະກິດທ້ອງຖິ່ນແມ່ນຄູ່ຮ່ວມມືກັບວິສາຫະກິດຈີນ ແລະ ການຮ່ວມມືທຳມາຫາກິນຈະດີກ່ວາ. ທາງແຂວງດົ່ງທາບ ກໍ່ຈະເປັນ ຂົວຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດໃນການແລກປ່ຽນ, ສົ່ງອອກ”.

 ດ້ວຍເລື່ອງຜະລິດຕະພັນກະເສດຈຳນວນໜຶ່ງຂອງຫວຽດນາມ ສົ່ງໄປຍັງຈີນ ຕ້ອງຕອບສະໜອງຫຼາຍຂໍ້ກຳນົດທີ່ເຂັ້ມງວດກ່ວານັ້ນ, ບັນດາວິສາຫະກິດຫວຽດນາມ ຈະປະສົບກັບຄວາມຫຍຸ້ງຍາກໃນໜຶ່ງໃນໄລຍະຕົ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນເວລາທີ່ຂະແໜງຜະລິດຕະພັນກະເສດ, ສິນໃນນ້ຳຕ້ອງມີການປ່ຽນແປງທີ່ເໝາະສົມ ເພື່ອສາມາດສວຍໃຊ້ກາລະໂອກາດຈາກຕະຫຼາດນີ້. ຍ້ອນວ່າ ນີ້ກໍ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ແນ່ນອນໃນທ່າອ່ຽງການຄ້າໂລກ.



ຕອບກັບ