ການວາງແຜນຜັງຕົວເມືອງແຄມທະເລບາເຣ້ຍ - ຫວູງເຕົາ - ວິໄສທັດແລະການພັດທະນາ

Chia sẻ

(VOVWORLD) -ແຂວງບ່າເຣ້ຍ - ຫວູງເຕົາມີ 5 ເມືອງ, ນະຄອນຕິດກັບທະເລແມ່ນນະຄອນຫວູງເຕົາ, ບັນດາເມືອງຄື: ລອງດຽນ, ເດີດດໍ໋, ຊວຽນມົກ ແລະໂກນດ໋າວ. ໄລຍະຜ່ານມາ, ການວາງແຜນຜັງຕົວເມືອງແຄມທະເລໄດ້ຮັບການຄົ້ນຄ້ວາ ແລະ ຜັນຂະຫຍາຍຈາກອຳນາດການປົກຄອງແຂວງ. ເປົ້າໝາຍຊື່ງ ແຂວງບ່າເຣ້ຍ - ຫວູງເຕົາມຸ່ງໄປເຖິງນັ້ນແມ່ນການວາງແຜນກຳນົດ ແລະ ກໍ່ສ້າງບັນດາຕົວເມືອງແຄມທະເລທັງຮັບປະກັນການພັດທະນາແບບຍືນຍົງທັງສ້າງສີສັນສະເພາະຂອງທ້ອງຖິ່ນ.

ການວາງແຜນຜັງຕົວເມືອງແຄມທະເລບາເຣ້ຍ - ຫວູງເຕົາ - ວິໄສທັດແລະການພັດທະນາ - ảnh 1

ຜູ້ຕາງໜ້າກະຊວງກໍ່ສ້າງ ຫວຽດນາມ ມອບຂໍ້ຕົກລົງ, ເອກະສານດັດປັບການວາງແຜນຜັງໃຫ້ແກ່ການນຳແຂວງ ບາເຣ້ຍ - ຫວູງເຕົາ ແລະ ນະຄອນ ຫວູງເຕົາ (ພາບ: ກະຊວງກໍ່ສ້າງ)

  ໃນຍຸດທະສາດພັດທະນາເສດຖະກິດສັງຄົມ, ແຂວງບ່າເຣ້ຍ - ຫວູງເຕົາໄດ້ກຳນົດ 5 ປາຍແຫລມເສດຖະກິດຈຸດສຸມພັດທະນາລວມມີ: ອຸດສາຫະກຳ,   ທ່າກຳປັ່ນ, ບໍລິການພະລາທິການຢູ່ທ່າກຳປັ່ນ, ການທ່ອງທ່ຽວແລະ ກະສິກຳໝູນໃຊ້ເຕັກໂນໂລຊີສູງ. ໃນນັ້ນເສດຖະກິດທະເລມີຄວາມໝາຍສຳຄັນພິເສດສຳລັບການພັດທະນາຂອງທ້ອງຖິ່ນ.

ໃນຊຸມປີມໍ່ໆມານີ້ ແຂວງບ່າເຣ້ຍ - ຫວູງເຕົາ ໄດ້ຢືດໝັ້ນດ້ວຍເປົ້າໝາຍດຶງດູດການລົງທຶນໂດຍມີການຄັດເລືອກ, ສາມາດປະຕິເສດບັນດາໂຄງການມີເງິນລົງທຶນນັບຕື້ USD ຖ້າຫາກບໍ່ຮັບປະກັນປັດໄຈໝັ້ນຄົງ, ກໍ່ມົນລະພິດຕໍ່ສິ່ງແວດລ້ອມ.

ທ່ານມາຍຈູງຮືງ, ຮອງຫົວຫນ້າພະແນກກໍ່ສ້າງແຂວງບ່າເຣ້ຍ - ຫວູງເຕົາໃຫ້ຮູ້ວ່າ: ເລື່ອງຂຸດຄົ້ນບໍລິເວນ, ເນື້ອທີ່ດິນຕິດພັນກັບທະເລໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກອຳນາດການປົກຄອງແຂວງແຕ່ຕ້ອງມີຄວາມມານະພະຍາຍາມຫລາຍຢ່າງ, ມີຫລາຍບັນຫາຄວນສຳຫລວດກວດກາ ພິເສດແມ່ນບັນຫາສິ່ງແວດລ້ອມເພື່ອຫລີກລ້ຽງບໍ່ໄດ້ສົ່ງຜົນສະທ້ອນເຖິງທີ່ດິນ, ການວາງແຜນຜັງຕົວເມືອງແຄມທະເລຂອງແຂວງບ່າເຣ້ຍ - ຫວູງເຕົາ.

“ຍັງມີຫລາຍບັນຫາຕ້ອງສຳຫລວດກວດກາ, ດັດປັບຄືນ. ຕົວຢ່າງຄື: ບັນຫາຂຸດຄົ້ນເນື້ອທີ່ດິນ, ແລວ ລຽບຕາມແຄມທະເລ ຍັງບໍ່ທັນໄດ້ນຳໃຊ້ຢ່າງເໝາະສົມຄື: ເປີດເສັ້ນທາງແຄມທະເລ ຊື່ງເຮັດໃຫ້ບໍລິເວນ, ສິ່ງແວດລ້ອມກໍ່ຄືຄວາມສາມາດຂຸດຄົ້ນທີ່ດິນຖືກຜົນສະທ້ອນຢ່າງແຮງ”

ການວາງແຜນຜັງຕົວເມືອງແຄມທະເລບາເຣ້ຍ - ຫວູງເຕົາ - ວິໄສທັດແລະການພັດທະນາ - ảnh 2ທິວທັດເຂດຕົວເມືອງແຄມທະເລ ບາເຣ້ຍ - ຫວູງເຕົາ 

ຕາມທ່ານ ເຈີນງອກຈີງ, ປະທານ ສະມາຄົມການວາງແຜນຜັງ ແລະ ພັດທະນາຕົວເມືອງ ຫວຽດນາມ ແລ້ວ, ເພື່ອໃຫ້ ແຂວງ ບ່າເຣ້ຍ ຫວູງເຕົາ ພັດທະນາຢ່າງແຮງກ່ຽວກັບທະເລ ທາງແຂວງ ໄດ້ ແລະ ພວມຄິດໄລ່ເຖິງບັນຫາວາງແຜນກຳນົດລະອຽດ ແລະ ຕ້ອງລະມັດລະວັງ. ເລື່ອງວາງແຜນກຳນົດ ຕ້ອງຕິດພັນກັບຄວາມຮຽກຮ້ອງຕ້ອງການການຄຸ້ມຄອງ ການວາງແຜນຜັງຕົວເມືອງ ແລະ ພັດທະນາບັນດາຕົວເມືອງທະເລໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການດ້ານເສດຖະກິດຂອງປະເທດຊາດ, ເປັນຕົ້ນແມ່ນໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ, ຄວນພິຈາລະຈາເພື່ອເຮັດແນວໃດໃຫ້ພັດທະນາແບບຍືນຍົງ ຫາກບໍ່ແມ່ນເຮັດດ້ວຍທຸກວິທີທາງ. ແລະ ກໍ່ຕາມທ່ານ ຈີງແລ້ວ, ບັນດາກິດຈະກຳສະຖາປັດຕະຍາກຳແຄມທະເລ ພັດທະນາໃນໄລຍະຜ່ານມາໄດ້ສ້າງໂສມຫນ້າໃຫມ່ໃຫ້ບັນດາຕົວເມືອງແຄມທະເລ ບ່າເຣ້ຍ ຫວູງເຕົາ. ແຕ່ວ່າ ການວາງແຜນກຳນົດບໍ່ຄົບຊຸດ ບໍ່ເປັນລະບົບ ແລະ ບໍ່ເປັນຈຸດສຸມ. ສະນັ້ນ ບ່າເຣ້ຍ ຫວູງເຕົາ ຄວນມີມາດຕະການໃຫ້ແກ່ການວາງແຜນກຳນົດເພື່ອເຮັດແນວໃດໃຫ້ເໝາະສົມ ແລະ ທັງນຳໃຊ້ໄດ້ຊັບພະຍາກອນທຳມະຊາດ ທັງສ້າງກາລະໂອກາດດຶງດູດການລົງທຶນໂດຍມີການຄວບຄຸມ.

“ບັນດາຕົວເມືອງແຄມທະເລ ບໍ່ຄວນມີລັກສະນະຄ້າຍຄືກັນ ຈາກຈຸດພິເສດສະເພາະຂອງພູມສາດ, ເສດຖະກິດ, ປະຫວັດສາດ, ວັດທະນະທຳ ເພື່ອຄິດໄລ່ເຖິງບັນດາທ່າແຮງພັດທະນາຄື: ການທ່ອງທ່ຽວ, ອຸດສາຫະກຳ. ພວກເຮົາຕ້ອງພິຈາລະນາຢ່າງລະອຽດເພື່ອວາງແຜນຜັງຕົວເມືອງເປັນຢ່າງດີ.”

ປອ ເລກວັກຮຸ່ງ, ຮອງຫົວຫນ້າສະຖາບັນວາງແຜນຜັງ ແລະ ກໍ່ສ້າງ ພາກໃຕ້ ຖືວ່າ: ແຂວງ ບ່າເຣ້ຍ ຫວູງເຕົາ ຄວນມີວິໄສທັດຍາວໄກ ສຳລັບຍຸດທະສາດພັດທະນາເຂດຕົວເມືອງແຄມທະເລ. ແຕ່ລະຕົວເມືອງແຄມທະເລ ຄວນມີຍຸດທະສາດພັດທະນາສະເພາະ. ຕົວເມືອງແຄມທະເລ ບໍ່ຈຳເປັນຕ້ອງແມ່ນຕົວເມືອງທ່ອງທ່ຽວ ຫາກຍັງສາມາດພັດທະນາ ດ້ວຍບັນດາຈຸດພິເສດອື່ນ ທີ່ນຳມາເຊິ່ງສີສັນແຕກຕ່າງກັນ ຜ່ານນັ້ນ ສ້າງເຄືອຂ່າຍຕົວເມືອງແຄມທະເລເປັນຫລາຍຮູບຫລາຍແບບ.

ມີຜູ້ຊ່ຽວຊານວາງແຜນຜັງຕົວເມືອງຫລາຍທ່ານ ຖືວ່າ: ເພື່ອສ້າງຈຸດເດັ່ນໃຫ້ແກ່ການພັດທະນາຕົວເມືອງແຄມທະເລ, ບ່າເຣ້ຍ ຫວູງເຕົາ ຄວນມີວິໄສທັດຍຸດທະສາດ ແຕ່ 20- 30 ປີຈະມາເຖິງ. ທ່ານ ຫງວຽນດີງຈູງ, ປະທານ ກຸ່ມບໍລິສັດ ຮືງທິ້ງ ຍົກອອກແນວຄວາມຄິດສຳລັບຕົວເມືອງແຄມທະເລ ຫວູງເຕົາ, ເຂດ ກໍ່ກັງ - ລອງເຊີນ, ຄວນຄິດເຖິງເລື່ອງເຊື່ອມຕໍ່ດ້ວຍການກໍ່ສ້າງຂົວ, ທັງສ້າງຈຸດເດັ່ນ ທັງຫລຸດຜ່ອນກຳລັງດັນໃຫ້ແກ່ທາງຫລວງເລກ 51.

ຕາມບັນດາຜູ້ຊ່ຽວຊານວາງແຜນຜັງ ແລະ ກໍ່ສ້າງແລ້ວ, ບໍ່ສະເພາະ ບ່າເຣ້ຍ ຫວູງເຕົາ ເທົ່ານັ້ນ ຫາກບັນດາທ້ອງຖິ່ນແຄມທະເລ ຄວນມີວິໄສທັດຍາວໄກ, ໃນນັ້ນ ກຳນົດໄດ້ຮູບພາບຕົວເມືອງ ແລະ ສີສັນສະເພາະຕ່າງຫາກ. ບັນດາຕົວເມືອງແຄມທະເລ ຄວນໄດ້ຮັບການວາງແຜນກຳນົດ, ຄຸ້ມຄອງໃຫ້ເໝາະສົມ, ຫລີກລ້ຽງການຊຸດໂຊມຂອງສິ່ງແວດລ້ອມ, ການທຳລາຍຈາກທຳມະຊາດ. ຕົວເມືອງແຄມທະເລ.

ຕອບກັບ