ການປົກປ້ອງຊັບສິນທາງປັນຍາເພີ່ມກຳລັງແກ້ງແຍ້ງໃຫ້ແກ່ຜະລິດຕະພັນຂອງຫວຽດນາມ

Vinh Phong
Chia sẻ

(VOVWORLD) -ໃນສະພາບການໂລກາພິວັດພວມພັດທະນາຄືປະຈຸບັນ, ຊັບສິນທາງປັນຍາ ນັບມື້ນັບສວມບົດບາດສຳຄັນສຳລັບວິສາຫະກິດ ເພາະ ມັນໄດ້ປະກອບສ່ວນສ້າງມູນຄ່າເພີ່ມ, ນຳມາເຊິ່ງກຳໄລ, ອິດທິພົນຊື່ສຽງຂອງເຄື່ອງໝາຍການຄ້າ.. ຍ້ອນມີຄວາມສຳຄັນຄືແນວນັ້ນ, ວິສາຫະກິດ ຫວຽດນາມ ນັບມື້ນັບເອົາໃຈໃສ່ເຖິງບັນຫາປົກປ້ອງຊັບສິນທາງປັນຍາ, ຮູບແບບອຸດສາຫະກຳ, ຍີ່ຫໍ້ຂອງສິນຄ້າ.

ການປົກປ້ອງຊັບສິນທາງປັນຍາເພີ່ມກຳລັງແກ້ງແຍ້ງໃຫ້ແກ່ຜະລິດຕະພັນຂອງຫວຽດນາມ - ảnh 1 ນ້ຳປາ ຟູກວັກ

ພາບ: (nuocmanphuquoc.vn)

ຄວາມຈິງໃນໄລຍະຜ່ານມາຊີ້ໃຫ້ເຫັນວ່າ ມີ ຫລາຍຍີ່ຫໍ້ສິນຄ້າທີ່ມີຊື່ສຽງຂອງຫວຽດນາມ ຖືກບໍລິສັດຕ່າງປະເທດຫລາຍແຫ່ງສວຍໂອກາດຢືດເອົາ ແລະ ດຳເນີນການຈົດທະບຽນປົກປ້ອງຢູ່ຕ່າງປະເທດ ອັນໄດ້ກໍ່ຄວາມເສຍຫາຍທາງດ້ານເສດຖະກິດສຳລັບວິສາຫະກິດ. ໃນນັ້ນ ມີ ເຂົ້າຫນົມພ້າວ ເບນແຈ, ກາເຟ ຈູງງວຽນ, ກາເຟ ບວນມາທວດ, ນ້ຳປາ ຟູກວັກ, ນ້ຳປາ ຟານທຽດ.. ເມື່ອບັນດາວິສາຫະກິດຫວຽດນາມ ພົບເຫັນເຄື່ອງໝາຍຜະລິດຕະພັນຂອງຕົນຖືກລັກລອບ ເຂົາເຈົ້າກໍ່ໄດ້ປະຕິບັດບັນດາມາດຕະການປົກປ້ອງ ແລະ ທວງເອົາຄືນ ແຕ່ກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ຊ້ຳບໍ່ໜຳ ໃນຫລາຍກໍລະນີບໍ່ສາມາດທວງເອົາຄືນໄດ້. ສະນັ້ນ ການປົກປ້ອງຮູບແບບອຸດສາຫະກຳ ແລະ ຍີ່ຫໍ້ສິນຄ້າໃຫ້ແກ່ວິສາຫະກິດ ແມ່ນຄວາມຮຽກຮ້ອງຕ້ອງການໄປຄຽງຄູ່ກັບການເປີດກວ້າງຕະຫລາດຂອງບັນດາວິສາຫະກິດໃນໄລຍະປະຈຸບັນ. ທ່ານ ຫວູຕຽນລົກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

“ໃນຊຸມປີຜ່ານມາ ບັນດາວິສາຫະກິດຫວຽດນາມ ບໍ່ເອົາໃຈໃສ່ຢ່າງເຖິງຖອງບັນຫາຊັບສິນທາງປັນຍາເວົ້າລວມ ແລະ ການປົກປ້ອງຮູບແບບອຸດສາຫະກຳ ແລະ ຍີ່ຫໍ້ສິນຄ້າເວົ້າສະເພາະ ສະນັ້ນ ໄດ້ກໍ່ຄວາມຫຍຸ້ງຍາກຫລາຍຢ່າງຕໍ່ກັບປະຊາຄົມວິສາຫະກິດ. ຍ້ອນແນວນັ້ນ ບັນດາວິສາຫະກິດ ຫວຽດນາມໄດ້ປະສົບກັບຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ.  ຮູບແບບອຸດສາຫະກຳ ແລະ ຍີ່ຫໍ້ສິນຄ້າຂອງ ຫວຽດນາມ ຖືກລັກລອບມາໃຊ້ຢູ່ຕະຫລາດໂລກໃນຊຸມປີຜ່ານມາ. ເພາະສະນັ້ນ ພ້ອມກັບເລື່ອງຍູ້ແຮງການສົ່ງໄປຂາຍຢູ່ຕ່າງປະເທດ ເລື່ອງປົກປ້ອງຮູບແບບອຸດສາຫະກຳ ແລະ ຍີ່ຫໍ້ສິນຄ້າຫວຽດນາມ ນັບມື້ນັບກາຍເປັນບັນຫາສຳຄັນ.”

ໃນສະພາວະຫວຽດນາມ ນັບມື້ນັບເຊື່ອມໂຍງຢ່າງເລິກ ກວ້າງ ດ້ວຍເລື່ອງເຂົ້າຮ່ວມຫລາຍສັນຍາການຄ້າສອງຝ່າຍ ແລະ ຫລາຍຝ່າຍ ກັບຫລາຍປະເທດ ທີ່ມີພື້ນຖານເສດຖະກິດພັດທະນາໃນໂລກ ຊື່ງໃນນັ້ນ ຮັບປະກັນບັນດາຮົ້ວກີດຂວາງດ້ານເຕັກນິກ ແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນໄດ້ຍົກອອກມາ. ພ້ອມກັນນັ້ນ ແມ່ນບັນຫາໃຫ້ຄຳໝັ້ນສັນຍາປົກປ້ອງຊັບສິນທາງປັນຍາ, ຈົດທະບຽນຊັບສິນທາງປັນຍາອຸດສາຫະກຳ ຊື່ງໃນນັ້ນ ມີຊັບສິນທາງປັນຍາຮູບແບບອຸດສາຫະກຳ ແລະ ຍີ່ຫໍ້ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນສຳລັບບັນດາວິສາຫະກິດຫວຽດນາມ. ກົມຊັບສິນທາງປັນຍາ, ສັງກັດກະຊວງ ວິທະຍາສາດເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ: ໃນຂົງເຂດຊັບສິນທາງປັນຍາ, ປະຈຸບັນ ມີບາງລະບົບປົກປ້ອງສາກົນ ໄດ້ຮັບການສ້າງຕັ້ງຂຶ້ນຄື: ຈົດທະບຽນຍີ່ຫໍ້ສາກົນ ຜ່ານສັນຍາ Madrid ແລະ ປົກປ້ອງຮູບແບບອຸດສາຫະກຳ ຕາມສັນຍາ Lahay. ຕາມນັ້ນແລ້ວ, ການຈົດທະບຽນປົກປ້ອງຕາມສັນຍາ Lahay ແລະ ສັນຍາ Madrid ໄດ້ຮັບການປະຕິບັດແບບງ່າຍດາຍ, ສະດວກ, ຫລຸດຜ່ອນເວລາ ແລະ ປະຢັດລາຍຈ່າຍ. ສະນັ້ນ ບັນດາວິສາຫະກິດ ຫວຽດນາມ ຕ້ອງກຳແຫນ້ນບັນດາຂໍ້ກຳນົດເພື່ອປົກປ້ອງຊັບສິນທາງປັນຍາສຳລັບບັນດາຜະລິດຕະພັນຢ່າງມີປະສິດທິຜົນ. ຕາມທ່ານ ຟ້າມງວຽນຊວນບັກ, ຮອງປະທານ ທັງເປັນເລຂານຸການ ສະມາຄົມຊັບສິນທາງປັນຍາ ຫວຽດນາມ ແລ້ວ, ເລື່ອງເຂົ້າຮ່ວມບັນດາສັນຍາສາກົນ ກໍ່ຮຽກຮ້ອງການເຄື່ອນໄຫວປົກປ້ອງຊັບສິນທາງປັນຍາຂອງຫວຽດນາມ ຕ້ອງໄດ້ຮັບການປະຕິບັດຢ່າງມີປະສິດທິຜົນກວ່າ, ມີຄຸນນະພາບກວ່າ.

“ບັນດາວິສາຫະກິດຫວຽດນາມ ຄວນຮັບຮູ້ໄດ້ຄວາມສຳຄັນ, ກຳລັງແຮງຂອງການປົກປ້ອງຊັບສິນທາງປັນຍາ ເວົ້າລວມ ແລະ ຮູບແບບອຸດສາຫະກຳ ແລະ ຍີ່ຫໍ້ສິນຄ້າເວົ້າສະເພາະໃຫ້ເລິກເຊິ່ງກວ້າງຂວາງ ເພື່ອແນໃສ່ຊ່ວຍວິສາຫະກິດ ມີກຳລັງແກ້ງແຍ້ງຢ່າງພຽງພໍໃນຕະຫລາດ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ພ້ອມກັນນັ້ນ ການເຄື່ອນໄຫວດຳເນີນທຸລະກິດກໍ່ຕ້ອງມີຄວາມລະມັດລະວັງກວ່າ ເພື່ອບໍ່ໃຫ້ລະເມີດຊັບສິນທາງປັນຍາຂອງຜູ້ອື່ນ, ພິເສດ ແມ່ນຂອງບໍລິສັດຕ່າງປະເທດ.”

ການປົກປ້ອງຊັບສິນທາງປັນຍາເພີ່ມກຳລັງແກ້ງແຍ້ງໃຫ້ແກ່ຜະລິດຕະພັນຂອງຫວຽດນາມ - ảnh 2 ຮ້ານ ກາເຟ ຂຶ້ນກັບລະບົບ ກາເຟ ຈູງງວຽນ

ພາບ:tapchithuongmai

ບັນດາວິສາຫະກິດຫວຽດນາມ ຢາກບືນຕົວຂຶ້ນເຊື່ອມໂຍງເຂົ້າກັບທົ່ວໂລກ, ບັນຫາທຳອິດບັນດາວິສາຫະກິດວາງອອກ ນັ້ນ ແມ່ນ ຕ້ອງປົກປ້ອງຊັບສິນທາງປັນຍາ, ຮູບແບບ, ເຄື່ອງໝາຍການຄ້າ. ເຮັດໄດ້ຄືແນວນັ້ນ ບັນດາຜະລິດຕະພັນຂອງຫວຽດນາມ ຈຶ່ງມີທີ່ຕັ້ງໝັ້ນຄົງຢູ່ຕະຫລາດພາຍໃນປະເທດ ແລະ ຕ່າງປະເທດໄດ້ ກໍຄື ຫລີກລ້ຽງສະພາບມີຫລາຍຜະລິດຕະພັນທີ່ມີຊື່ສຽງຖືກລັກລອບຍີ່ຫໍ້ຄືໃນໄລຍະຜ່ານມາ.

 

 

ຕອບກັບ