Vinamilk ບົນເສັ້ນທາງສ້າງຂະແໜງອຸດສາຫະກຳນ້ຳນົມຫວຽດນາມ

Thu – Vuong - Van
Chia sẻ
(VOVWORLD) -ປະຈຸບັນ, Vinamilk ແມ່ນໜຶ່ງໃນບັນດາບໍລິສັດນ້ຳນົມກວມເອົາຕະຫຼາດຫຼາຍທີ່ສຸດຢູ່ຫວຽດນາມ ແລະ ກໍ່ແມ່ນບໍລິສັດນຳໜ້າບົນເສັ້ນທາງສ້າງຂະແໜງນ້ຳນົມຫວຽດນາມ.
Vinamilk ບົນເສັ້ນທາງສ້າງຂະແໜງອຸດສາຫະກຳນ້ຳນົມຫວຽດນາມ - ảnh 1 (ບັນດາຂອດຜະລິດລ້ວນແຕ່ເປັນອັດຕະໂນມັດ)

ໃນສັງກາດການປະຕິວັດອຸດສາຫະກຳຄັ້ງທີ 4 (4.0), Vinamilk ພວມລົງທຶນເຂົ້າເຕັກໂນໂລຊີຜະລິດນ້ຳນົມຢ່າງແຮງ, ເປັນເຈົ້າການນຳແຫຼ່ງວັດຖຸດິບເຂົ້າໃນການຜະລິດ, ຕອບສະໜອງຄວາມຕ້ອງການນຳໃຊ້ນ້ຳນົມຂອງຜູ້ອຸປະໂພກຫວຽດນາມ ໄວ້ເປັນຢ່າງດີກວ່າ, ພ້ອມທັງເປີດກວ້າງຕະຫຼາດສົ່ງອອກ.

        ພັດທະນາເຂດວັດຖຸດິບນ້ຳນົມສົດ ຮັບໃຊ້ໃຫ້ແກ່ການຜະລິດອຸດສາຫະກຳ ແມ່ນຍຸດທະສາດຫຼັກແຫຼ່ງຂອງບໍ່ວ່າບໍລິສັດໃດໆ. ແລະ ຢູ່ຫວຽດນາມ, Vinamilk ແມ່ນໜຶ່ງໃນບັນດາວິສາຫະກິດນຳໜ້າ ດ້ວຍລະບົບຟາມລ້ຽງງົວນົມຢູ່ທົ່ວທຸກພາກພາຍໃນປະເທດ.

        ເຂດວັດຖຸດິບຂອງ Vinamilk ລວມມີລະບົບບັນດາຟາມບັນລຸມາດຕະຖານ Global GAP ດ້ວຍງົວພັນນົມນຳເຂົ້າຈາກອົດສະຕາລີ, ອາເມລິກາ ແລະ ນິວຊີແລນ. ຫວ່າງມໍ່ໆມານີ້, Vinamilk ໄດ້ເປີດສະຫຼອງຟາມລ້ຽງງົວນົມໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ແຂວງ ໄຕນິງ, ດ້ວຍຂອບຂະໜາດໃຫຍ່ເຊິ່ງສາມາດລ້ຽງງົວໄດ້ 8.000 ໂຕ, ດ້ວຍຍອດເງິນລົງທຶນ 50 ລ້ານ USD. ຍ້ອນເລື່ອງຮັບປະກັນສະພາບແວດລ້້ອມການລ້ຽງງົວທີ່ດີ ສະນັ້ນປະລິມານນ້ຳນົມຂອງຝູງງົວເກືອບວ່າທຽບເທົ່າກັບງົວນົມຢູ່ອາເມລິກາ, ນິວຊີແລນ. ທ່ານ ຈິ້ງກ໊ວກຢຸງ, ຜູ້ອຳນວຍການຝ່າຍບໍລິຫານກຸ່ມພັດທະນາເຂດວັດຖຸດິບ Vinamilk, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າມີບັນດາລະບົບປຸງແຕ່ງເພື່ອຜະລິດອາຫານໃຫ້ແກ່ງົວ, ໂດຍໄດ້ຕັ້ງໄວຢູ່ຄອມພິວເຕີ ສ້າງເປັນຫຼັກສູດ ແລະ ແຕ່ລະມື້ໄດ້ອັບເດັດຕົວເລກ. ທີ 2 ແມ່ນຄອກ, ຟາມໄດ້ວັດແທກອຸນຫະພູມ ແລະ ມີລະບົບເກັບສິ່ງເສດເຫຼືອ ໂດຍອັດຕະໂນມັດ ເຮັດໃຫ້ເຂດລ້ຽງງົວຍາມໃດກໍ່ສະອາດ”.

Vinamilk ບົນເສັ້ນທາງສ້າງຂະແໜງອຸດສາຫະກຳນ້ຳນົມຫວຽດນາມ - ảnh 2(ປະຈຸບັນ, ຈຳນວນງົວນົມທັງໝົດທີ່ສະໜອງນ້ຳນົມໃຫ້ບໍລິສັດໄດ້ມີເຖິງ 120.000 ໂຕ)

ດ້ວຍຍຸດທະສາດລົງທຶນພັດທະນາເຂດວັດຖຸດິບ, ປະຈຸບັນ, ຈຳນວນງົວນົມທັງໝົດທີ່ສະໜອງນ້ຳນົມໃຫ້ບໍລິສັດໄດ້ມີເຖິງ 120.000 ໂຕ, ດ້ວຍປະລິມານນ້ຳມົນສົດແມ່ນ 950 ລ້ານໂຕນຕໍ່ມື້, ທຽບເທົ່າກັບນ້ຳນົມສົດ 5,5 ລ້ານກອງ/ມື້ (180 ml/ກອງ). ຄາດວ່າ, ຈຳນວນງົວນົມທີ່ລ້ຽງນັ້ນຈະເພີ່ມຂຶ້ນເຖິງ 200.000 ໂຕ ໃນປີ 2020 ແລະ ປະລິມານນ້ຳນົມສົດທີ່ເປັນວັດຖຸດິບຈະເພີ່ມຂຶ້ນທົບ 2 ເທົ່າ. ທ່ານນາງ ມາຍກ່ຽວລຽນ, ຜູ້ອຳນວຍການໃຫຍ່ບໍລິສັດ Vinamilk, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າຄິດວ່າ ບໍ່ພຽງແຕ່ຂ້າພະເຈົ້າເທົ່ານັ້ນ, ຫາກໝູ່ພະນັກງານຂອງບໍລິສັດ Vinamilk ກໍ່ມີຄວາມເອກອ້າງທະນົງໃຈທີ່ວ່າ ໄດ້ມີຂະແໜງອຸດສາຫະກຳນ້ຳນົມຂອງຫວຽດນາມ ທີ່ທຽບເທົ່າກັບບັນດາປະເທດໃນພາກພື້ນອີກດ້ວຍ. ພວກຂ້າພະເຈົ້າໄດ້ສ້າງລະບົບລ້ຽງງົວນົມ, ປະຕິບັດຄວາມໄຝ່ຝັນເປັນເວລາຫຼາຍສິບປີຈຶ່ງປະຕິບັດໄດ້. ນັ້ນຈຶ່ງແມ່ນສິ່ງທີ່ເປັນແກ່ນສານ ຍ້ອນວ່າເປັນເຈົ້າການທາງດ້ານວັດຖຸດິບຈຶ່ງຈະເປັນເຈົ້າການໃນການຜະລິດ ແລະ ເປັນເຈົ້າການດ້ານລາຄາຂາຍໄດ້”.

        ສິ່ງສຳຄັນກວ່າ, ເລື່ອງສ້າງຟາມໄດ້ຄິດໄລ່ຢ່າງມີວິທະຍາສາດ ເພື່ອເຊື່ອມຕໍ່ວິທະຍາສາດກັບບັນດາໂຮງງານປຸງແຕ່ງຂອງບໍລິສັດໃນທົ່ວປະເທດ. ພາຍຫຼັງບີບເອົານ້ຳນົມແລ້ວ, ນ້ຳນົມສົດຈະໄດ້ຮັບການຮັກສາໂດຍການແຊ່ເຢັນ ແລະ ໃຊ້ເວລາສັ້ນທີ່ສຸດເພື່ອຂົນສົ່ງເຖິງບ່ອນຜະລິດ. ປະຈຸບັນ, ບໍລິສັດມີກວ່າ 10 ໂຮງງານໃນທົ່ວທຸກແຫ່ງຢູ່ຫວຽດນາມ. ໃນນັ້ນ, ມີ 2 ໂຮງງານຜະລິດແປ້ງນົມ ແລະ ນ້ຳນົມທີ່ມີຂອບຂະໜາດໃຫຍ່ຢູ່ແຂວງບິ່ງເຢືອງ, ເຊິ່ງໄດ້ປະກອບເຕັກໂນໂລຊີກ້າວໜ້າທີ່ສຸດໃນໂລກ, ດ້ວຍລະບົບຄົບວົງຈອນ ແລະ ອັດຕະໂນມັດ, ຈາກຂອດປຸງແຕ່ງຕະຫຼອດຮອດຂອດເຮັດເປັນຜະລິດຕະພັນ ແລະ ຫຸ້ມຫໍ່, ຮັບປະກັນຫຼັກອະນາໄມດ້ານສະບຽງອາຫານ. ນີ້ແມ່ນທ່າອຽງທີ່ຈຳເປັນ, ໄປທັນກັບເຕັກໂນໂລຊີຢູ່ຫຼາຍປະເທດທີ່ກ້າວໜ້າ. ໃນໄລຍະຈະມາເຖິງ, Vinamilk ຈະນຳໃຊ້ເຕັກໂນໂລຊີ, ຂັ້ນຕອນຜະລິດທັນສະໄໝຢ່າງຄົບຊຸດຢູ່ບັນດາໂຮງງານຜະລິດນ້ຳນົມ. ທ່ານນາງ ມາຍກ່ຽວລຽນ, ຜູ້ອຳນວຍການໃຫຍ່ບໍລິສັດ Vinamilk, ແບ່ງປັນວ່າ.

        “Vinamilk ຄ່ອຍໆນຳໃຊ້ການປະຕິວັດອຸດສາຫະກຳ 4.0, ຍົກລະດັບທຸກໂຮງງານເພື່ອບັນລຸ 4.0.  ບັນດາຂອດຜະລິດລ້ວນແຕ່ເປັນອັດຕະໂນມັດ, ນ້ຳໃຊ້ປັນຍາທຽມເພື່ອຮັບປະກັນວັດຖຸດິບສົ້ນເຂົ້າ ແລະ ຜະລິດຕະພັນສົ້ນອອກໄດ້ຮັບການຄວບຄຸມຢ່າງເຂັ້ມງວດ. ບັນດາເຄື່ອງຈັກລ້ວນແຕ່ຕິດຕັ້ງລະບົບ chip ເພື່ອຕິດຕາມຄຸນນະພາບຂອງຜະລິດຕະພັນ, ຖ້າມີຜະລິດຕະພັນບໍ່ບັນລຸມາດຕະຖານຈະຖືກເຂ່ຍອອກ. ສະນັ້ນ, ການປະຕິວັດອຸດສາຫະກຳ 4.0 ແມ່ນສິ່ງທີ່ດີທີ່ສຸດ, ຊ່ວຍຍົກສູງສະມັດຕະພາບດ້ານແຮງງານ ແລະ ສິ່ງສຳຄັນທີ່ສຸດນັ້ນແມ່ນການຮັບປະກັນໄດ້ຄຸນນະພາບຂອງຜະລິດຕະພັນ”.

        Vinamilk ພວມຊີ້ໃຫ້ເຫັນການລົງທຶນ, ການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງເພື່ອນຳມາເຊິ່ງບັນດາຜະລິດຕະພັນທີ່ມີຄຸນນະພາບ ຕາມມາດຕະຖານສູງສຸດຂອງໂລກ. ໃນໄລຍະຈະມາເຖິງ, ບໍລິສັດຈະສືບຕໍ່ລົງທຶນຍຸດທະສາດເຂົ້າລະບົບພັດທະນາເຂດວັດຖຸດິບຕາມມາດຕະຖານສາກົນ, ຍົກລະດັບ, ເປີດກວ້າງໂຮງງານໃນປະຈຸບັນ, ລົງທຶນບັນດາໂຮງງານໃໝ່ດ້ວຍຈຳນວນທຶນຂຶ້ນເຖິງນັບຮ້ອຍລ້ານ USD. ແລະ ບັນດາຄວາມມານະພະຍາຍາມຂອງ Vinamilk ບໍ່ພຽງແຕ່ຊ່ວຍໃຫ້ບໍລິສັດຮັກສາໄດ້ທີ່ຕັ້ງເປັນບໍລິສັດນ້ຳນົມແຖວໜ້າຂອງຫວຽດນາມ ເທົ່ານັ້ນ, ຫາກຍັງຊ່ວຍໃຫ້ Vinamilk ບືນຕົວເຂົ້າໃກ້ກັບຄວາມຫວັງກາຍເປັນ 1 ໃນຈຳນວນ 50 ບໍລິສັດນ້ຳນົມແຖວໜ້າຂອງໂລກ, ບັນລຸລາຍຮັບກວ່າ 3,5 ຕື້ USD ໃນປີ 2021 ອີກດ້ວຍ.

ຕອບກັບ