Startup ຫວຽດນາມ - ຫັນ “ວິກິດ” ໃຫ້ເປັນ “ໂອກາດ”

Chia sẻ
(VOVWORLD) -ລະບົບນິເວດ Startup ຂອງ ຫວຽດນາມ ໄດ້ມີການພັດທະນາຢ່າງແຮງ ແລະ ປັດຈຸບັນ ພວມຢືນອັນດັບທີ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ບັນດາແນວຄວາມຄິດ Startup ຂອງໄວໜຸ່ມ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນຫຼາກຫຼາຍ ແລະ ມີຄວາມບົ່ມຊ້ອນຫຼາຍຢ່າງຊ້ຳບໍ່ໜຳບັນດາ Startup ຫວຽດນາມ ຍັງມີຫົວຄິດປະດິດສ້າງ ແລະ ມີການຜັນປ່ຽນຢ່າງມີໄຫວພິບຕາມແຕ່ລະສະພາບການ.

ໂລກ ແລະ ຫວຽດນາມ ພວມປະເຊີນໜ້າກັບໂລກລະບາດໂຄວິດ - 19. ວິກິດການໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ວິສາຫະກິດສ່ວນຫຼາຍລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກບໍ່ຫຼາຍກໍໜ້ອຍ, ພິເສດແມ່ນສຳລັບບັນດາວິສາຫະກິດ Startup ທີ່ຍັງໜຸ່ມນ້ອຍ. ແຕ່ກໍຍ້ອນສະພາບການທີ່ຫຍຸ້ງຍາກຄືແນວນີ້ ໄດ້ເຮັດໃຫ້ວິສຫາກິດ Startup ຫຼາຍແຫ່ງຊອກຫາໄດ້ທິດກ້າວເດີນໃໝ່, ຫັນ “ວິກິດ” ໃຫ້ເປັນ “ໂອກາດ”.

Startup ຫວຽດນາມ - ຫັນ “ວິກິດ” ໃຫ້ເປັນ “ໂອກາດ” - ảnh 1EZGO360 - ໂປຼແກຼມທີ່ຊ່ວຍໃຫ້ການສ້າງລາຍການທ່ອງທ່ຽວຕ່າງປະເທດ (ພາບປະກອບ: vov.vn)

EZGO360 - ເຊິ່ງເປັນໂປຼແກຼມທີ່ຊ່ວຍໃຫ້ການສ້າງລາຍການທ່ອງທ່ຽວຕ່າງປະເທດໃນເວລາຍາວໃຫ້ແກ່ແຂກທ່ອງທ່ຽວ ໄດ້ເປັນຢ່າງດີ, ນັບແຕ່ການສ້າງລາຍການ ຕະຫຼອດຮອດການຈອງປີ້ຍົນ, ຈອງຫ້ອງພັກ, ສະຖານທີ່ລະຫຼີ້ນ… ເຖິງຢ່າງໃດກໍຕາມ, ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດ, ບັນດາປະເທດປິດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນນັ້ນ ກໍແມ່ນໄລຍະເວລາທີ່ Startup EZGO360 ຢຸດຕິການເຄື່ອນໄຫວ. ແຕ່ກໍໃນໄລຍະອັນຫຍຸ້ງຍາກນີ້ ທິດທາງໃໝ່ກໍ່ໄດ້ວາງອອກ. ແທນທີ່ຈະຮັບໃຊ້ຕະຫຼາດສາກົນຄືເມື່ອກ່ອນ, EZGO360 ມຸ່ງໄປສູ່ຕະຫຼາດທ່ອງທ່ຽວພາຍໃນປະເທດ - ໂດຍຜ່ານການສະໜອງໂປຼແກຼມຕ່າງໆ ເພື່ອຊ່ວຍໃຫ້ວິສາຫະກິດທ່ອງທ່ຽວພາຍໃນປະເທດ ສາມາດຫັນຂັ້ນຕອນການເຄື່ອນໄຫວຂອງຕົນເປັນດີຈີຕອນ. ການຫັນທິດທາງຢ່າງມີໄຫວພິບນັ້ນ ໄດ້ຊ່ວຍໃຫ້ EZGO360 ສືບຕໍ່ພັດທະນາ ແລະ ລໍຄອຍໂອກາດບຸກທະລຸ ຫຼັງໂລກລະບາດ. ອ້າຍເລຮ່າຊວັນ, ຜູ້ກໍ່ຕັ້ງໂຄງການ EZGO360 ແບ່ງປັນວ່າ:

ໃນໄລຍະເກີດໂລກລະບາດໂຄວິດ - 19, ບັນດາໂຄງການທ່ອງທ່ຽວ ລ້ວນແຕ່ຕ້ອງຢຸດຕິ. ແຕ່ວ່າ ໂຄງການຂອງພວກຂ້າພະເຈົ້າກຳລັງເຄື່ອນໄຫວຄືນໃໝ່ ແລະ ພັດທະນາ, ປັດຈຸບັນ ພວມຜັນຂະຫຍາຍຢູ່ຕະຫຼາດ ຫວຽດນາມ. ພວກຂ້າພະເຈົ້າໄດ້ສົມທົບກັບວິສຫາກິດທ່ອງທ່ຽວແບບເກົ່າ ແລະ ຊ່ວຍໃຫ້ເຂົາເຈົ້າຫັນເປັນດີຈີຕອນ ແລະ ປ່ຽນໃໝ່ແບບວິທີການເຄື່ອນໄຫວຂອງເຂົາເຈົ້າ”.

ກໍ່ຄ້າຍຄືກັນກັບ EZGO360, ManMo ແມ່ນໂປຼແກຼມຊອກຫາ ແລະ ຈອງຫ້ອງພັກ ໂດຍ ເຈິ່ນງອັກແມ້ງ ພ້ອມດ້ວຍຄູ່ຮ່ວມງານລິເລີ່ມແຕ່ປີ 2017. ໂປຼແກຼມດັ່ງກ່າວ ຊ່ວຍໃຫ້ແຂກທ່ອງທ່ຽວຊອກຫາໄດ້ສະຖານທີ່ພັກເຊົາທີ່ຢູ່ໃກ້ ແລະ ເໝາະສົມກັບຄວາມຕ້ອງການຂອງແຂກທີ່ສຸດ, ແຂກທ່ອງທ່ຽວ ພຽງແຕ່ສະໜອງສະຖານທີ່ຢາກໄປ ຫຼື ຊອກຫາຕາມຊື່, ລາຄາ ແລະ ການບໍລິການທີ່ຕ້ອງການ.  ບໍ່ພຽງແຕ່ໄດ້ຊ່ວຍໃຫ້ແຂກທ່ອງທ່ຽວຊອກ ແລະ ຈອງຫ້ອງໄດ້ຢ່າງງ່າຍດາຍເທົ່ານັ້ນ, ຫາກໂປຼແກຼມດັ່ງກ່າວ ຍັງແມ່ນເຄື່ອງມືຄຸ້ມຄອງແຂກທ່ອງທ່ຽວ ແລະ ເພີ່ມລາຍຮັບໃຫ້ແກ່ເຮືອນພັກ, ໂຮງແຮມອີກດ້ວຍ. ເຈິ່ນງອກແມ້ງ ໃຫ້ຮູ້ວ່າ ພາຍຫຼັງໄລຍະກວ່າ 2 ປີ, ໂຄງການດັ່ງກ່າວ ໄດ້ກຳຂໍ້ມູນຂອງສະຖານທີ່ພັກເຊົາຫຼາຍກວ່າ 20.000 ແຫ່ງ. ເຖິງຢ່າງໃດກໍຕາມ, ໃນໄລຍະກະກຽມສະເໜີໂປຼແກຼມດັ່ງກ່າວອອກສູ່ຕະຫຼາດ ເພື່ອໂຄສະນາຜະລິດຕະພັນນັ້ນ, ພັດກົງກັບຈຸດເວລາເກີດໂລກລະບາດໂຄວິດ - 19. ແຕ່ເວົ້າຄືດັ່ງຜູ້ກໍ່ຕັ້ງໂຄງການດັ່ງກ່າວແລ້ວນັ້ນ, ໃນ “ວິກິດ ຍາມໃດກໍມີໂອກາດ” ແລະ ManMo ເຫັນໄດ້ໂອກາດພັດທະນາຂອງຕົນ ແມ່ນໃນໄລຍະທີ່ຫຍຸ້ງຍາກທີ່ສຸດ.

ໃນວິກິດ ຍາມໃດກໍມີໂອກາດ, ເພາະວ່າ ManMo ບໍ່ພຽງແຕ່ສຸມໃສ່ແຂກທ່ອງທ່ຽວເທົ່ານັ້ນ, ຫາກພວກຂ້າພະເຈົ້າໄດ້ແນໃສ່ຄວາມຕ້ອງການລວມຂອງໝົດທຸກຄົນ ນັ້ນແມ່ນຄວາມຕ້ອງການ ຊອກຫາ. ດັ່ງນັ້ນ, ໃນໄລຍະໂລກລະບາດຜ່ານມາ ກໍໄດ້ຮັບຜົນກະທົບ ແຕ່ບໍ່ຫຼາຍເມື່ອທຽບໃສ່ໂຄງການອື່ນ, ແຕ່ກໍແມ່ນໂອກາດເພື່ອໃຫ້ ManMo ສ້າງໂຄງປະກອບຄືນໃໝ່ ແລະ ເບິ່ງຄືນຂັ້ນຕອນການເຄື່ອນໄຫວຂອງຕົນ. ກ່ອນນີ້, ເມື່ອພວກຂ້າພະເຈົ້າເຮັດວຽກກັບບັນດາສະຖານທີ່ພັກເຊົາ ເບິ່ງຄືວ່າ ເຂົາບໍ່ເປີດອົກເປີດໃຈປານໃດ, ແຕ່ຍ້ອນໂລກລະບາດ, ສະນັ້ນ, ເຂົາເຈົ້າກໍຖືກຜົນກະທົບ ແລະ ເມື່ອພວກຂ້າພະເຈົ້າຕິດຕໍ່ມາ ເຂົາເຈົ້າກໍໄດ້ໃຫ້ການຕ້ອນຮັບເປັນຢ່າງດີ ແລະ ໄລຍະເກີດໂລກລະບາດໂຄວິດ - 19 ກໍແມ່ນໂອກາດເພື່ອໃຫ້  ManMo ເຕີບໂຕ”.

Startup ຫວຽດນາມ - ຫັນ “ວິກິດ” ໃຫ້ເປັນ “ໂອກາດ” - ảnh 2ເຈິ່ນງອັກແມ້ງ -  ຜູ້ກໍ່ຕັ້ງໂປຼແກຼມ ManMo (ພາບປະກອບ: vnexpress.net)

ໂຊກດີກວ່າ EZGO360 ແລະ ManMo, ໂປຼແກຼມ eDoctor - ເຊິ່ງເປັນ Startup ໃນຂົງເຂດສະໜອງການບໍລິການດ້ານສາທາລະນະສຸກ, ເບິ່ງແຍງດູແລສຸຂະພາບ, ເບິ່ງຄືນີ້ແມ່ນໜຶ່ງໃນຈຳນວນໜ້ອຍ Startup ຫວຽດນາມ ທີ່ໄດ້ຮັບບ້ວງເງິນລົງທຶນນັບລ້ານ USD ຈາກ 4 ນັກລົງທຶນສາກົນຂອງ ຍີ່ປຸ່ນ ແລະ ສ.ເກົາຫຼີ ໃນສະພາບການທີ່ໂລກລະບາດນັບມື້ນັບແຜ່ລະບາດອອກສູ່ວົງກວ້າງໃນຕົ້ນປີ 2020. ທ່ານ ຮວິ່ງເຟືອກທໍ້, ໜຶ່ງໃນຄູ່ຮ່ວມກໍ່ຕັ້ງໂຄງການ eDoctor ໃຫ້ຮູ້ວ່າ:

ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດ ກໍແມ່ນຈຸດເວລາທີ່ eDoctor ໄດ້ຮັບບ້ວງເງິນລົງທຶນຈາກກອງທຶນລົງທຶນຕ່າງປະເທດ. ຫຼັງຈາກນັ້ນ ພວກຂ້າພະເຈົ້າ ມີແຫຼ່ງກຳລັງເພື່ອຍູ້ແຮງບັນດາການບໍລິການ ແລະ ເຕັກໂນໂລຢີໃໝ່ ເພື່ອໜູນຊ່ວຍຜູ້ນຳໃຊ້, ໃຫ້ຄຳປຶກສາ, ເບິ່ງແຍງສຸຂະພາບຈາກທາງໄກ…. ນັ້ນກໍແມ່ນຈຸດເວລາທີ່ຈຳນວນຜູ້ນໍາໃຊ້ໂປຼແກຼມຂອງພວກຂ້າພະເຈົ້າເພີ່ມຂຶ້ນຫຼາຍທີ່ສຸດ”.

ທ່ານ ຮວິ່ງເຟືອກທໍ້ ຖືວ່າ ໃນສະພາບການໂລກລະບາດໂຄວິດ - 19 ຍັງຄຸກຄາມ, ບັນດາ Startup ຈຳເປັນຕ້ອງມີແຜນການ ແລະ ມີຄວາມຄ່ອງແຄວ້ໃນການຮັບມື. ຖ້າຫາກວ່າ ພຽງແຕ່ນັ່ງລໍຖ້າໂລກລະບາດຖືກຖອຍໄປນັ້ນ, ໂອກາດກໍຈະຫາຍໄປ ແລະ ແຫຼ່ງກຳລັງກໍໝົດ. ພ້ອມກັນນັ້ນ, ບັນດາວິສາຫະກິດຄວນເປັນເຈົ້າການຜະລິດຫຼາຍການບໍລິການ ແລະ ຜະລິດຕະພັນໃໝ່ ເພື່ອຮັບມືກັບຕະຫຼາດໃນໄລຍະທີ່ໂລກລະບາດນັບມື້ນັບແຜ່ລາມ ແລະ ໃນອະນາຄົດ./.

ຕອບກັບ