EVFTA - ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ແລະ ປັບປຸງການບໍລິຫານໃຫ້ສົມບູນແບບ ແລະ ຍູ້ແຮງການສົ່ງອອກຜະລິດຕະພັນກະເສດ

Vinh Phong -Nguyen Long
Chia sẻ
(VOVWORLD) -    ວັນທີ 30 ມິຖຸນາ ຜ່ານມາ, ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ລົງນາມໃນສັນຍາທີ່ສຳຄັນສອງສະບັບຄື ສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນ ລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ (EVFTA ແລະ EVIPA). ນີ້ໄດ້ຮັບຖືວ່າແມ່ນບັນດາສັນຍາທີ່ຮອບດ້ານມີຄຸນນະພາບສູງ ແລະ ເພື່ອແນໃສ່ຮັບປະກັນຄວາມດຸ່ນດ່ຽງຜົນປະໂຫຍດສອງຝ່າຍດ້ວຍບັນດາຄຳໝັ້ນສັນຍາເປີດປະຕູຕະຫຼາດຢ່າງແຮງນີ້ກໍແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍົກສູງຄວາມອາດສາມາດເຊື່ອມໂຍງ ແລະ ເປີດກວ້າງຕະຫຼາດສົ່ງອອກສຳລັບຜະລິດຕະພັນກະເສດ. 

ຕາມການຕີລາຄາແລ້ວ, ສັນຍາການຄ້າເສລີ ຫວຽດນາມ - ອີຢູ ໄດ້ເປີດກາລະໂອກາດ 2 ຢ່າງສຳລັບເສດຖະກິດຫວຽດນາມ. ດ້ານໜຶ່ງ, ສັນຍານີ້ ຈະສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ສຳຜັດກັບຄູ່ຮ່ວມມືການຄ້າໃຫ້ຫຼາຍຮູບຫຼາຍແບບໃນໂລກ, ຈາກນັ້ນ ໂຄສະນາຜະລິດຕະພັນຂອງຕົນໄປຍັງບັນດາຕະຫຼາດທີ່ແຕກຕ່າງກັນ. ດ້ານອື່ນ, ນີ້ແມ່ນໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ຮ່ຳຮຽນເອົາບົດຮຽນອັນລໍ້າຄ່າດ້ານວິຊາສະເພາະຈາກບັນດາຄູ່ຮ່ວມມື ເອີຣົບ.

EVFTA - ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ແລະ ປັບປຸງການບໍລິຫານໃຫ້ສົມບູນແບບ ແລະ ຍູ້ແຮງການສົ່ງອອກຜະລິດຕະພັນກະເສດ - ảnh 1ສັນຍາ ລະຫວ່າງຫວຽດນາມ ແລະ ອີຢູ ມີຜົນສັກສິດນັ້ນ ອັດຕາພາສີຂອງບັນດາຜະລິດຕະພັນກະເສດສົ່ງອອກສ່ວນຫຼາຍແມ່ນ 0% 

        ສັນຍາ EVFTA ກໍແມ່ນຂໍ້ກຸນແຈສຳຄັນໃນຂະບວນວິວັດປະຕິຮູບເພື່ອຫັນພື້ນຖານເສດຖະກິດຫວຽດນາມເປັນທັນສະໄໝ ໂດຍສະເພາະແມ່ນໃນຈຸດເວລາ ທີ່ຫວຽດນາມ ຍູ້ແຮງການປະຕິຮູບລັດວິສາຫະກິດ. ພ້ອມກັນນັ້ນ, ກໍ່ຍົກສູງ ແລະ ຫັນແບບວິທີການຄຸ້ມຄອງຂອງວິສາຫະກິດເປັນທັນສະໄໝ ເພື່ອສາມາດແກ້ງແຍ້ງກັບບັນດາວິສາຫະກິດຂອງເອີລົບ ແລະ ໃນໂລກ. ເພາະສະນັ້ນ, ວິສາຫະກິດຫວຽດນາມ ຕ້ອງມີການປ່ຽນແປງໃໝ່, ປະດິດຄິດສ້າງດ້ວຍຕົນເອງໃຫ້ຫຼາຍກວ່າອີກ, ພິເສດແມ່ນໃນວຽກງານບໍລິຫານ, ຈາກນັ້ນ ຊອກຫາທ່າແຮງສະເພາະ ແລະ ຕະຫຼາດສະເພາະໃຫ້ແກ່ສິນຄ້າຂອງຕົນ. ປັດຈຸບັນ, ລັດຖະບານຫວຽດນາມ ໄດ້ ແລະ ກຳລັງສ້າງເງື່ອນໄຂໃຫ້ວິສາຫະກິດພາຍໃນປະເທດເຊື່ອມຕໍ່ກັບບັນດາວິສາຫະກິດຕ່າງປະເທດ, ຈາກນັ້ນ, ສ້າງກາລະໂອກາດໄດ້ສຳຜັດ ແລະ ຮໍ່າຮຽນເອົາເຕັກໂນໂລຢີ, ວິທີການເຄື່ອນໄຫວ. ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ: ວິສາຫະກິດຫວຽດນາມ ໄດ້ສຳຜັດກັບຕະຫຼາດທີ່ມີພົນລະເມືອງ 500 ລ້ານຄົນ ດ້ວຍລະດັບການໃຊ້ຈ່າຍທີ່ໃຫຍ່ຫຼວງ ແລະ ມີຄຸນນະພາບສູງ. ດັ່ງນັ້ນ, ຈະມີສ່ວນກ່ຽວຂ້ອງເຖິງມູນຄ່າເພີ່ມ ແລະ ສ້າງວຽກເຮັດງານທຳ ໃຫ້ຄົນງານເປັນຈໍານວນຫຼາຍເຊິ່ງບັນດາວິສາຫະກິດຫວຽດນາມ ອາດສາມາດບັນລຸໄດ້ ເມື່ອແຊກຊຶມເຂົ້າກັບຕະຫຼາດ ອີຢູ.

        “ອີຢູ ແມ່ນຕະຫຼາດທີ່ຕ້ອງການສິນຄ້າມີຄຸນນະພາບສູງ, ດັ່ງນັ້ນ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຂອງຕະຫຼາດແຫ່ງນີ້, ວິສາຫະກິດຫວຽດນາມ ຕ້ອງຍົກລະດັບຂອງຕົນຂຶ້ນດ້ວຍຕົນເອງ ເພື່ອບັນລຸໄດ້ມາດຕະຖານນັ້ນ... ນັບທັງດ້ານເຕັກໂນໂລຢີ, ການບໍລິຫານ ແລະ ຄວາມຮັບຜິດຊອບຕໍ່ກັບສັງຄົມ. ສິ່ງດັ່ງກ່າວຈະເຮັດໃຫ້ວິສາຫະກິດເຕີບໃຫຍ່ຂຶ້ນ ແລະ ເວລານັ້ນຈະພັດທະນາແບບຍືນຍົງກວ່າ. ສັນຍາສະບັບດັ່ງກ່າວ ຈະສ້າງກຳລັງກົດດັນ ແລະ ກຳລັງໜູນເພື່ອຊຸກຍູ້ການປະຕິຮູບລະບອບລະບຽບການຢູ່ຫວຽດນາມ. ພ້ອມທັງຈະສ້າງສະພາບແວດລ້ອມດຳເນີນທຸລະກິດຢ່າງໂປ່ງໃສ, ຍຸຕິທຳ ແລະ ສະດວກ. ໃນສະພາບແວດລ້ອມນັ້ນເອງ ວິສາຫະກິດຈະພັດທະນາຢ່າງປອດໃສ ແລະ ຈະຍົກສູງກຳລັງຄວາມສາມາດແກ້ງແຍ້ງຂຶ້ນ. ເພາະສະນັ້ນຜົນກະທົບຂອງສັນຍາ EVFTA, ຈະເຮັດໃຫ້ວິສາຫະກິດຫວຽດນາມເຕີບໃຫຍ່ກວ່າ ແລະ ຫັນເປັນວິສາຫະກິດສາກົນ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ”.

        ປັດຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດສົ່ງອອກສະບຽງອາຫານ ມີອັນດັບສູງ ກ່ຽວກັບປະລິມານໃນຕະຫຼາດໂລກ ຄື: ເຂົ້າສານ, ໝາກພິກໄທ, ໝາກມ່ວງຫິມະພານ, ສິນໃນນ້ຳ, ໝາກໄມ້ຜັກພືດ, ທັນຍາຫານ ແລະ ພວມຄ່ອຍໆສ້າງເຄື່ອງໝາຍການຄ້າ ແລະ ອິດທິພົນຊື່ສຽງກ່ຽວກັບຄຸນນະພາບ, ລາຄາແກ້ງແຍ້ງໃນຕະຫຼາດໂລກ. 5 ເດືອນຕົ້ນປີ 2019, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ບັນລຸ 22,8 ຕື້ USD, ສະເພາະຜະລິດຕະພັນກະເສດບັນລຸວົງເງິນສົ່ງອອກກວ່າ 2,7 ຕື້ USD. ວົງເງິນສົ່ງອອກຜະລິດຕະພັນກະເສດ ໄປຍັງ ອີຢູ ກວມເອົາກວ່າ 15% ໃນຍອດວົງເງິນສົ່ງອອກສິນຄ້າຂອງຫວຽດນາມ.

        ເພື່ອໃຫ້ຂະແໜງກະສິກໍາສົ່ງອອກຢ່າງມີປະສິດທິຜົນແບບຍາວນານນັ້ນ ຂອດປຸງແຕ່ງຜະລິດຕະພັນກະເສດ ຕ້ອງໄດ້ຍູ້ແຮງການພັດທະນາ. ສັນຍາ ລະຫວ່າງຫວຽດນາມ ແລະ ອີຢູ ມີຜົນສັກສິດນັ້ນ ອັດຕາພາສີຂອງບັນດາຜະລິດຕະພັນກະເສດສົ່ງອອກສ່ວນຫຼາຍແມ່ນ 0% ນັບທັງຜະລິດຕະພັນກະເສດປຸງແຕ່ງ. ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຖືວ່າ:

        “ຖ້າຫາກວ່າ ດ້ວຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ຫວຽດນາມ ໄດ້ແຊກຊຶມກັບຕະຫຼາດ ລວມມີ GDP ຂອງບັນດາປະເທດນີ້ ແມ່ນປະມານ 10 ພັນຕື້ USD ນັ້ນ,  ເມື່ອສັນຍາ EVFTA ໄດ້ຮັບການລົງນາມແລ້ວ ພວກເຮົາຈະສຳຜັດໄດ້ເຖິງເຂດເສດຖະກິດທີ່ມີຍອດ GDP ທັງໝົດ ແມ່ນ 18 ພັນຕື້ USD. ຖ້າຫາກວ່າ ໄລ່ລວມທັງຜະລິດຕະພັນກະເສດ ແລະ ສິນໃນນ້ຳຂອງພວກເຮົາທີ່ສົ່ງອອກໄປຍັງຕະຫຼາດ ເອີຣົບ ກໍຄື ສັນຍາ CPTPP ນັ້ນ ວົງເງິນສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ ໄດ້ມີເຖິງລະດັບ 35%. ແລະ ສິ່ງດັ່ງກ່າວ ໝາຍຄວາມວ່າ ຢ່າງໜ້ອຍສຸດແມ່ນມີກວ່າ 1/3 ມູນຄ່າສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ ພວກເຮົາຈະມີເງື່ອນໄຂເພື່ອສຳຜັດກັບຕະຫຼາດທີ່ມີຂອບຂະໜາດໃຫຍ່ທີ່ສຸດ, ທ່າແຮງບົ່ມຊ້ອນແມ່ນຍັງໃຫຍ່ຢູ່ ສຳລັບຂອບຂະໜາດການຜະລິດຂອງຫວຽດນາມ”.

        ສັນຍາ EVFTA ລະຫວ່າງ ຫວຽດນາມ ແລະ ອີຢູ ແມ່ນກາລະໂອກາດທີ່ໃຫຍ່ຫຼວງທີ່ສຸດ ເພື່ອຍົກສູງກຳລັງແຮງແກ້ງແຍ້ງ ແລະ ມູນຄ່າສົ່ງອອກໃຫ້ແກ່ຫວຽດນາມ ແລະ ຜ່ານນັ້ນ, ກໍ່ຍູ້ແຮງການສົ່ງອອກຜະລິດຕະພັນກະເສດໄປຍັງຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນນີ້ຢ່າງຍືນຍົງ. ສິ່ງທ້າທາຍເມື່ອເຊື່ອມໂຍງເຂົ້າກັບບັນດາປະເທດທີ່ມີປະສົບການຫຼາຍໃນການພັດທະນາການຜະລິດກະສິກຳ, ສ້າງລະບອບລະບຽບການຢ່າງສົມບູນແບບນັ້ນ ໄດ້ຮຽກຮ້ອງໃຫ້ພື້ນຖານກະສິກຳຫວຽດນາມ ຕ້ອງປ່ຽນແປງຢ່າງແຮງ. ບັນດາການປ່ຽນແປງນັ້ນ ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງເມື່ອເຊື່ອມໂຍງ, ເປີດກວ້າງຕະຫຼາດເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພື້ນຖານເສດຖະກິດຫວຽດນາມ, ວິສາຫະກິດຫວຽດນາມ ພັດທະນາຢ່າງແຮງ ແລະ ຍືນຍົງ./.

ຕອບກັບ